
ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ສົມທົບກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຈັດງານວາງສະແດງສີນຄ້າລາວ-ຫວຽດນາມ 2022 “ Vietlaoexpo2022 ” ຂຶ້ນລະຫວ່າງວັນທີ 25-29 ສິງຫາ 2022 ທີ່ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ
ເພື່ອເປັນການສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ເປັນສານຕໍ່ ແລະ ເສີມຂະຫຍາຍມູນເຊື້ອປະຫວັດສາດ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ທີ່ເປັນໜຶ່ງດຽວໃນໂລກ ທີ່ບັນພະບູລຸດ ລຸ້ນກໍ່ຕັ້ງໄດ້ສ້າງມານັ້ນ ໃນປີສາມັກຄີມິດຕະພາບ 2022 ນີ້, ກະຊວງ ອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ສສ ຫວຽດນາມ ໄດ້ມີແຜນເຄື່ອນໄຫວ ແລະ ຈັດກິດຈະກຳຫຼາຍຢ່າງ ແນໃສ່ການສະເຫຼີມສະຫຼອງ ແລະ ສົ່ງເສີ່ມການຮ່ວມມື ທາງດ້ານອຸດສະຫະກຳ ແລະ ການຄ້າ ລະຫວ່າງ ສອງປະເທດ ທັງເປັນການປະກອບສ່ວນ ໃຫ້ແກ່ການຮ່ວມມື ຍຸດທະນາດຮອບດ້ານ ລະຫວ່າງ ສອງພັກ ສອງລັດຖະບານ ກໍ່ຄືປະຊາຊົນສອງຊາດລາວ-ຫວຽດນາມ ເພື່ອຄວາມຈະເລີນກ້າວໜ້າຕາມວິໄສທັດການພັດທະນາຂອງສອງປະເທດ.
ການຈັດງານວາງສະແດງສິນຄ້າແມ່ນການເຄື່ອນໄຫວໜຶ່ງທີ່ສາມາດສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ ຕະຫຼອດຮອດການພົວພັນ ລະຫວ່າງພາກລັດ, ພາກທຸລະກິດ ແລະ ປະຊາຊົນ ໃນໄລຍະສາມປີ ຜ່ານມາ, ຍ້ອນການແຜ່ລະບາດຂອງ ພະຍາດໂຄວິດ 19, ພວກເຮົາຈຶ່ງບໍໄດ້ມີການຈັດງານວາງສະແດງສິນຄ້າ, ແຕ່ມາພາຍຫລັງສະພາບ ການແຜ່ລະບາດຂອງພະຍາດ ໂຄວິດ 19 ຜ່ອນຄາຍລົງແລ້ວ, ພວກເຮົາ ຈຶ່ງສາມາດຈັດງານວາງສະແດງສິນຄ້າລາວ-ຫວຽດນາມຂຶ້ນ ທັງໃນລະດັບສູນກາງ ແລະ ທ້ອງຖີ່ນ ໃນປີນີ້ ກໍພໍດີເປັນຂະບວນການໃຫຍ່ ແລະ ມີຄວາມໝາຍສຳຄັນ ໃນການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ວາງສະແດງສິນຄ້າລາວ-ຫວຽດນາມ ໃນປີ 2022 ໃນຄັ້ງນີ້ ຈະມີຫຼາຍກິດຈະກຳ ເປັນຕົ້ນການວາງສະແດງສິນຄ້າ, ການຈັດກອງປະຊຸມເຊື່ອມຕໍ່ສິນຄ້າລະຫວ່າງທຸລະກິດທ້ອງຖິ່ນ ແລະ ສະມາຄົມທຸລະກິດຂອງ ລາວ ແລະ ຫວຽດນາມ; ກອງປະຊຸມສົ່ງເສີມການຄ້າ ແລະ ການລົງທຶນ ລາວ-ຫຽດນາມ ພາຍຫຼັງໂຄວິດ 19 ແລະ ພາຍໃຕ້ການປ່ຽນແປງ ຂອງສະພາບເສດຖະກິດໂລກປະຈຸບັນ, ການສະແດງສິລະປະ, ແລກປ່ຽນວັດທະນະທຳ ລາວ-ຫວຽດນາມ ແລະ ການແຂ່ງຂັນຂອງນ້ອງນັກຮຽນ ແລະ ອື່ນໆ.
ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ຫວຽດນາມໄດ້ມີສັນຍາຮ່ວມມືດ້ານເສດຖະກິດ ແລະ ການຄ້າ ແລະ ການແລກປ່ຽນການຄ້າມີການຂະຫຍາຍຕົວ, ການດຸນດ່ຽງການຄ້ານໍາເຂົ້າ-ສົ່ງອອກຈຶ່ງສົມດູນກັນ, ໃນປີ 2021 ການຄ້າລາວ-ຫວຽດນາມບັນລຸໄດ້ 1,37 ຕື້ໂດລາ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020, ໃນນັ້ນການສົ່ງອອກຂອງຫວຽດນາມມາລາວບັນລຸໄດ້ 594,7 ລ້ານໂດລາ ເພີ່ມຂື້ນ 4% ເມື່ອທຽບໃສ່ປີ 2020, ການສົ່ງອອກລາວໄປຫວຽດນາມບັນລຸໄດ້ 778,2 ລ້ານໂດລາ ເພີ່ມຂື້ນ 69,8% ເມື່ອທຽບໃສປີ 2020. ໂດຍສະເພາະ 7 ເດືອນຕົ້ນປີ 2022 ການນໍາເຂົ້າ-ສົ່ງອອກລາວ-ຫວຽດນາມ ບັນລຸໄດ້ 948 ລ້ານໂດລາ ເພີ່ມຂື້ນ 24% ທຽບໃສ່ໄລຍະດຽວກັນຂອງປີ 2021. ໂຄງການທີ່ນັກລົງທຶນຫວຽດນາມມາລົງທຶນຢູ່ລາວມີຈໍານວນ 1,272 ຫົວໜ່ວຍ, ທຶນຈົດທະບຽນທັງໝົດ 23,540,193,251,096 ກີບ.
ໃນງານວາງສະແດງສິນຄ້າ ລາວ-ຫວຽດນາມ ໃນປີ 2022 ນີ້ ມີບໍລິສັດ ຈາກ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມງານຫລາຍກວ່າຜ່ານມາ ຊຶ່ງເຮັດໃຫ້ບໍລິມາດ ແລະ ຄວາມລາກຫລາຍຂອງສິນຄ້າກໍເພີ່ມຂື້ນ. ໃນນີ້ມີບໍລິສັດຂອງລາວເຂົ້າຮ່ວມທັງໝົດ 48 ຫົວໜ່ວຍ, ວາງສະແດງ 80 ຫ້ອງ. ບໍລິສັດຫວຽດນາມເຂົ້າຮ່ວມທັງໝົດ 80 ຫົວໜ່ວຍ, ວາງສະແດງໃນ 120 ຫ້ອງ, ມີສິນຄ້າທີ່ນຳມາວາງສະແດງ ແລະ ການປະກອບສ່ວນມີ ເຄື່ອງຫັດຖະກຳແຜ່ນແພ, ເຄື່ອງເຟີນີເຈີ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ ແລະ ບໍລິໂພກ, ອາຫານ ແລະ ເຄື່ອງດື່ມ ແລະ ອື່ນໆ.
ມີການຈັດພົບປະທຸລະກິດລາວ-ຫວຽດນາມ ແລະ ບັນດາກິດຈະກຳອື່ນປິ່ນອ້ອມ ໃນຄັ້ງນີ້ ຈະເຮັດໃຫ້ທຸລະກິດຂອງລາວ-ຫວຽດນາມ ສາມາດຊອກໄດ້ຄູ່ຄ້າ ກໍຄືຕະຫຼາດ ແລະ ເຊັນສັນຍາຮ່ວມມືກັນທາງທຸລະກິດ ໃນຫລາຍຂົງເຂດ ເພື່ອນໍາໃຊ້ປະໂຫຍດຈາກການເຂົ້າຮ່ວມງານຄັ້ງນີ້ ແລະ ປະກອບສ່ວນໃນການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນສົມຄູ່ກັບການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງທະນົງແກ່ນຕະຫລອດໄປ.



