ໃນລະຫວ່າງວັນທີ 29-30 ສິງຫາ 2024 ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ການນຳໃຊ້ລະບົບ Platform ການຄ້າທາງເອເລັກໂຕນິກ E-Commerce ໃຫ້ແກ່ພາກລັດ, ຫົວໜ່ວຍທຸລະກິດ ແລະ ພະນັກງານທີຮັບຜິດຊອບປະຈໍາຢູ່ຈຸດບໍລິການອີຄອມເມີສ ພາຍໃຕ້ການເປັນປະທານໂດຍ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ ອຸ່ນຄຳ ອ່ອນພະຈັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ເຂົ້າຮ່ວມກອງປະຊຸມປະກອບມີ ຕາງໜ້າຈາກ ພະແນກອຸດສາຫະກໍາ ແລະ ການຄ້າ, ຫົວໜ່ວຍທຸລະກິດ ທີ່ມີທ່າແຮງໃນດ້ານການສົ່ງອອກ ສິນຄ້າກະສິກໍາ, ກະສິກໍາ-ປຸງແຕ່ງ ແລະ ສິນຄ້າອື່ນໆພາຍໃນ 06 ແຂວງພາກເໜືອຄື: ແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ, ຫົວພັນ ແລະ ຫຼວງພະບາງ ນອກນັ້ນຍັງມີ ຫົວໜ້າພະແນກ, ວິຊາການ ຈາກກົມອ້ອມຂ້າງກະຊວງ ອຄ, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ຕາງໜ້າບໍລິສັດ ອ່ານຫຸ່ຍ ອີ້ຊ່າງ ເຕັກໂນໂລຊີ ດິຈີຕອນ ຈໍານວນ, ຕາງໜ້າບໍລິສັດ ອາໂລ ເຕັກໂນໂລຊີ ຈໍາກັດ ແລະ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດຜູ້ດຽວ ພ້ອມທັງນັກຂ່າວສື່ມວນຊົນຢູ່ໃນແຂວງອຸດົມໄຊເຂົ້າຮ່ວມ ລວມທັງໝົດ ຈໍານວນ 50 ທ່ານ.
ຈຸດປະສົງຂອງກອງປະຊຸມ:
- ເພື່ອໂຄສະນາເຜີຍແຜ່ລະບົບ Platform ຊື້-ຂາຍຜ່ານຊ່ອງທາງ E-commerce ໂດຍລະບົບເວັບໄຊທ໌ www.laoproduct.com.la ແລະ www.laoproduct.com.nc ໃຫ້ແກ່ພະນັກງານພາກລັດ ແລະ ຫົວໜ່ວຍທຸລະກິດຢູ່ຂັ້ນທ້ອງຖິ່ນ ແລະ ພະນັກງານຮັບຜິຊອບຈຸດບໍລິການ ຢູ່ໃນ 06 ແຂວງໝາກເໜືອ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບົບເວັບໄຊທ໌ດັ່ງກ່າວ.
- ເພື່ອໃຫ້ຜູ້ປະກອບການໄດ້ເຂົ້າເຖິງຂໍ້ມູນຂ່າວສານຕ່າງໆເຊັ່ນ: ວິທີການສ້າງບັນຊີຜູ້ໃຊ້, ການເພີ່ມສິນຄ້າເຂົ້າໃນເວັບໄຊທ໌, ການຈັດການຄໍາສັ່ງຊື້, ການຊໍາລະເງິນ, ວິທີການຈັດສົ່ງສິນຄ້າ ແລະ ວິທີການຕິດຕາມຖານະການສັ່ງຊື້.
- ເພື່ອຊຸກຍູ້ສົ່ງເສີມສິນຄ້າ ຈາກ ສປປ ລາວ ສົ່ງອອກໄປຕະຫຼາດຕ່າງປະເທດ ໂດຍສະເພາະຕະຫຼາດ ສປ ຈີນໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍຜັນຂະຫຍາຍຂໍ້ກໍານົດເງື່ອນໄຂ, ນະໂຍບາຍກ່ຽວກັບການສົ່ງອອກສິນຄ້າລາວ ໄປ ຕະຫຼາດຕ່າງປະເທດ.
ເນື້ອໃນຂອງກອງປະຊຸມ:
- ຄວາມຮູ້ທົ່ວໄປກ່ຽວກັບລະບົບ E-commerce, ນະໂຍບາຍສົ່ງເສີມ, ປະໂຫຍດ ແລະ ຂໍ້ຈໍາກັດຂອງລະບົບການຄ້າທາງເອເລັກໂຕຣນິກ.
- ການໃຊ້ງານລະບົບ Platform E-commerce: ວິທີການສ້າງບັນຊີຜູ້ໃຊ້, ການເພີ່ມສິນຄ້າ, ການຈັດການຄໍາສັ່ງຊື້, ການຊໍາລະເງິນ, ວິທີການຈັດສົ່ງສິນຄ້າ ແລະ ວິທີການຕິດຕາມຖານະການສັ່ງຊື້.
- ການບໍລິການ ການອໍານວຍຄວາມສະດວກຂອງລະບົບການຂົນສົ່ງສິນຄ້າ ພາຍໃນ ແລະ ຂ້າມແດນ.
- ການເຊື່ອມຕໍ່ການຂົນສົ່ງ ແລະ ການຊໍາລະຂອງແພລັດຟອມການຄ້າເອເລັກໂຕຣນິກ
- ເຜີຍແຜ່ລະບຽບ ແລະ ວິທີການການເປີດຮ້ານຄ້າ ຂາຍສິນຄ້າລາວ JD.com
ຊຶ່ງກອງປະຊຸມດັ່ງກ່າວດໍາເນີນ ໃນລະຫວ່າງວັນທີ 29-30 ສິງຫາ 2024 ນອກນັ້ນ, ຍັງມີການສາທິດ ແລະ ສອນການປະຕິບັດຕົວຈິງໃຫ້ຜູ້ປະກອບຫົວໜ່ວຍທຸລະກິດລົງທະບຽນເປັນສະມາຊິກໃນະລະບົບ platform ດັ່ງກ່າວ.