ມີໜ້າທີ່
- ສ້າງຮ່າງແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການກ່ຽວກັບວຽກງານຂໍ້ມູນຂ່າວສານ ສ້າງຖານຂໍ້ມູນຂ່າວສານຕະຫລາດ ເພື່ອເປັນຈຸດເກັບກໍາຂໍ້ມູນສິນຄ້າ, ຜູ້ປະກອບກິດຈະການ ແລະ ເງື່ອນໄຂຄວາມ ຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ;
- ແນະນໍາ ແລະ ໃຫ້ຄໍາປຶກສາວຽກງານການສົ່ງອອກຂັ້ນພື້ນຖານ ໂດຍນໍາໃຊ້ຖານຂໍ້ມູນ ທີ່ກົມ ເພື່ອມາພັດທະນາລະບົບການຄ້າເອເລັກໂຕຣນິກ;
- ຄຸ້ມຄອງ ແລະ ພັດທະນາຫ້ອງວາງສະແດງສິນຄ້າຕົວຢ່າງຂອງກົມ ເພື່ອເປັນແຫຼ່ງຂໍ້ມູນບໍລິການຮັບໃຊ້ແກ່ ທຸລະກິດທັງພາຍໃນ ແລະ ຕ່າງປະເທດ;
- ພັດທະນາຖານຂໍ້ມູນທັງຮູບແບບ ອອນລາຍ, ຄູ່ມື ແລະ ລະບຽບການນໍາໃຊ້ ແພຣັດຟອມອີຄອມເມີສ, ວາລະສານ ແລະ ແຜ່ນພັບ ເພື່ອນໍາສະເຫນີ ຂໍ້ມູນການຄ້າ ໃຫ້ກັບທຸລະກິດ ແລະ ສົ່ງເສີມທຸລະກິດສະຕາດອັບ (Startup business data);
- ສ້າງຖານຂໍ້ມູນສິນຄ້າການຜະລິດ, ລາຄາສິນຄ້າ, ລາຄາວັດຖຸດີບ, ການປຸງແຕ່ງ ກະສິກໍາເຊື່ອມຕໍ່ກັບ 18 ແຂວງ ເພື່ອເປັນຂໍ້ມູນໃຫ້ ການນໍາກະຊວງ ເອົາເປັນຂໍ້ມູນໄປເຈລະຈາການຊື້-ຂາຍ ສິນຄ້າກັບຕ່າງປະເທດ;
- ສ້າງແຜນງານ ແລະ ກໍານົດນະໂຍບາຍຢ່າງຊັດເຈນ ກ່ຽວກັບວຽກງານສົ່ງເສີມການຄ້າທາງເອເລັກໂຕຣນິກ ລະຫວ່າງ G to G, G to B, B to B ແລະ B to C platform ເພື່ອຫລຸດຜ່ອນການນໍາເຂົ້າສິນຄ້າ ທີ່ເຮົາ ຜະລິດໄດ້ ແລະ ສົ່ງເສີມການຂາຍທາງອອນລາຍເພີ່ມຂຶ້ນ;
- ຜັນຂະຫຍາຍຄໍາສັ່ງຂອງລັດຖະບານ ເພື່ອສົ່ງເສີມການຜະລິດສິນຄ້າພາຍໃນ, ຊົມໃຊ້ພາຍໃນໃຫ້ທົ່ວເຖິງ ໂດຍການນໍາໃຊ້ລະບົບໄອທີຊີ ເຂົ້າໃນວຽກງານການຄ້າແບບໃຫມ່;
- ຄົ້ນຄວ້າບັນດານະໂຍບາຍ ແລະ ນິຕິກໍາ ເພື່ອສົ່ງເສີມການຄ້າເອເລັກໂຕຣນິກ ຂອງບັນດາຫົວຫນ່ວຍເອກະ ຊົນ ໂດຍສະເພາະດ້ານການຈໍາຫນ່າຍສິນຄ້າແບບສ່ວນນິຕິບຸກຄົນ ໃຫ້ມາຜ່ານລະບົບທີ່ກົມໄດ້ພັດທະນາ;
- ສ້າງແຜນການຊຸກຍູ້ສົ່ງເສີມ, ພັດທະນາຫົວຫນ່ວຍທຸລະກິດ ໃຫ້ນໍາໃຊ້ ລະບົບການຄ້າເອເລັກໂຕຣນິກ, ການໂຄສະນາຮູບແບບອອນລາຍ ແລະ ການສ້າງເວັບໄຊ ອີຄອມເມີສ ຂອງກົມ;
- ໃຫ້ຄໍາແນະນໍາທາງດ້ານວິຊາການ ກ່ຽວກັບຕະຫຼາດສົ່ງອອກ; ເງື່ອນໄຂຕະຫລາດ ແລະ ພ້ອມທັງການ ໂຄສະ ນາວຽກງານ ຜ່ານສື່ສັງຄົມທຸກຮູບແບບ (ອອນລາຍ ແລະ ອັອບລາຍ);
- ເຜີຍແຜ່ຂໍ້ມູນ ການຄ້າ ສອງຝ່າຍ, ຫຼາຍຝ່າຍ, ມາດຕະຖານຕະຫລາດກະສິກໍາ ແລະ ບັນດານິຕິກໍາ ລາຍການ ສີນຄ້າທີ່ ປະເທດຄູ່ຄ້າອະນຸມັດໃຫ້ ສປປ ລາວ;
- ນໍາພາ ແລະ ເປັນເຈົ້າການໃນການສົ່ງເສີມທຸລະກິດລາວ ໃຫ້ສາມາດບໍລິຫານການຂາຍແບບເອເລັກໂຕຣນິກໂດຍສະເພາະການບໍລິຫານການຈັດສົ່ງສິນຄ້າ ແລະ ການບໍລິຫານສາງສິນຄ້າ;
- ຄຸ້ມຄອງ ແລະ ບໍລິຫານພັດທະນາເວັບໄຊ ໃຫ້ເປັນສູນກາງເວັບໄຊ ອີຄອມເມີສຂອງລັດ, ພ້ອມທັງເປີດ ໂອກາດໃຫ້ຜູ້ປະກອບການລາວ ຂະຫຍາຍທຸລະກິດການຄ້າຜ່ານຮູບແບບທາງອອນລາຍ ໂດຍການຈົດທະບຽນເຂົ້າມາເປັນສາມະຊິກການຄ້າເອເລັກໂຕຣນິກ ກັບກະຊວງ ອຄ;
- ກວດສອບທຸກເວັບໄຊ ທີ່ເຮັດການຊື້- ຂາຍໃນຮູບແບບ ເອເລັກໂຕຣນິກ ເພື່ອບໍ່ໃຫ້ມີການຫຼີກລ່ຽງການເສຍ ພາສີ-ອາກອນ, ສິນຄ້າທີ່ໄດ້ມາດຕະຖານຄຸນນະພາບ, ການຢັ້ງຢືນສິນຄ້າຂາຍອອນລາຍ ທີ່ມີການຊື້-ຂາຍ ຜ່ານລະບົບທະນາຄານໃນປະເທດ ແລະ ຕ້ອງຜ່ານລະບົບທີ່ລັດສ້າງຂື້ນ;
- ຄົ້ນຄວ້າ ແລະ ສ້າງແອບພິເຄຊັນ ສາມາດຊື້-ຂາຍ ຜ່ານມືຖື ໂດຍສະເພາະຫົວຫນ່ວຍທຸລະກິດ ສາມາດໄດ້ຮັບ ການຝຶກອົບຮົມ ເພື່ອຊ່ວຍໃຫ້ເຂົາເຈົ້າຮູ້ເຮັດການຄ້າແບບໃຫມ່;
- ສະຫລຸບລາຍງານຄວາມຄືບຫນ້າກ່ຽວກັບວຽກງານສົ່ງເສີມການຂາຍສິນຄ້າ ຜ່ານທາງເອເລັກໂຕຣນິກ ໃຫ້ຄະນະນໍາຮັບຊາບ ເພື່ອຂໍທິດຊີ້ນໍາໄປແຕ່ລະໄລຍະ;
- ປະເມີນຜົນການຈັດຕັ້ງປະຕິບັດໂຄງການ ແລະ ກໍານົດແຜນການສົ່ງເສີມໃຫ້ແທດເຫມາະກ່ຽວກັບບັນດາຂໍ້ ແນະນໍາຕ່າງໆທີ່ກ່ຽວຂ້ອງກັບການຄ້າເອເລັກໂຕຣນິກ;
- ສົ່ງເສີມຫົວຫນ່ວຍທຸລະກິດໃຫ້ມີການແຂ່ງຂັນການພັດທະນາລະບົບ Platform E-commerce ແຕ່ລະໄລຍະ;
- ສັງລວມສະຖິຕິຂໍ້ມູນທາງດ້ານການຄ້າ, ສ້າງຖານຂໍ້ມູນຂອງບັນດາບໍລິສັດທີ່ມີການໂຄສະນາສິນຄ້າຜ່ານທາງເອເລັກໂຕຣນິກ;
- ສ້າງຄວາມເຂັ້ມແຂງວຽກງານການຄ້າທາງເອເລັກໂຕຣນິກ ໂດຍການຈັດສໍາມະນາ, ຝຶກອົບຮົມ ໃຫ້ແກ່ພາກ ເອກະຊົນ ແລະ ພາກລັດທີ່ກ່ຽວຂ້ອງ;
- ໃຫ້ຄໍາແນະນໍາຕໍ່ຫົວຫນ່ວຍທຸລະກິດໃນການເຮັດການຄ້າທາງດ້ານເອເລັກໂຕຣນິກ;
- ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.
ຄະນະບໍລິຫານງານ ພະແນກ ສົ່ງເສີມການຄ້າທາງເອເລັກໂຕຣນິກ
![]() |
ຫົວໜ້າພະແນກ ທ່ານ ຈະເລີນ ສຸນີຈັນ |
![]() |
![]() |
|
ຮອງຫົວໜ້າ ທ່ານ ວຽງສົມບັດ ບັງອອນແສງເດດ |
ຮອງຫົວໜ້າ ທ່ານ ເດືອນດວງເດັ່ນ ກ່ານສີລາ |
![]() |
![]() |
![]() |
ວິຊາການ ທ່ານ ນາງ ແສງແກ້ວ ເດດລະວົງ |
ວິຊາການ ທ່ານ ນາງ ເພັງພັນສາ ແສງວິໄລ |
ວິຊາການ ທ່ານ ບຸນທັນ ໝັ້ນມະນີ |
|
||
ວິຊາການ ທ່ານ ສົມມະໂນ ໄຊສົມບັດ |