ມີໜ້າທີ່
- ຄົ້ນຄວ້າຍຸດທະສາດ, ນະໂຍບາຍ, ກົນໄກ ແລະ ມາດຕະການ ເພື່ອຊຸກຍູ້ສົ່ງເສີມວຽກງານສົ່ງເສີມການ ຕະຫຼາດ ແລະ ການສົ່ງອອກ ພ້ອມທັງເຜີຍແຜ່ ແລະ ຈັດຕັ້ງປະຕິບັດ;
- ຄົ້ນຄວ້າວິໄຈແນວໂນ້ມຕະຫຼາດ ແລະ ວິເຄາະຄວາມສາມາດເຂົ້າເຖິງຕະຫຼາດຕ່າງປະເທດ ຂອງສິນຄ້າລາວ ເພື່ອສະຫນອງໃຫ້ພາກລັດ ແລະ ຜູ້ປະກອບກິດຈະການ;
- ຄົ້ນຄວ້າລະບຽບການ, ສ້າງແຜນການຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດລະບຽບຄຸ້ມຄອງ ງານວາງສະແດງ, ນໍາພາຜູ້ປະກອບກິດຈະການເຂົ້າຮ່ວມງານວາງສະແດງ ພາຍໃນ ແລະ ຕ່າງປະເທດ;
- ເປັນເຈົ້າການປະສານສົມທົບກັບກະຊວງກ່ຽວຂ້ອງ ໃນການປະຕິບັດພັນທະການເປັນສະມາຊິກຂອງອົງການ ແລະ ການຮ່ວມມື ໃນວຽກງານສົ່ງເສີມການຕະຫຼາດ ໃນກອບອາຊຽນ, ອາຊຽນ+, ພາກພື້ນ ແລະ ສາກົນ ເຊັ່ນ: ວາງສະແດງສາກົນ (BIE), ວາງສະແດງສິນຄ້າອາຊຽນ-ຈີນ (CAEXPO), ສູນອາຊຽນ-ຈີນ (ACC), ສູນອາຊຽນ-ຍີ່ປຸ່ນ (AJC), ສູນອາຊຽນ-ເກົາຫຼີ (AKC), ສະພາອົງການສົ່ງເສີມການຄ້າອາຊີ (ATPF), ແອັກແມັກ (ACMEC) ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງອື່ນໆ;
- ຄົ້ນຄວ້າສ້າງແຜນ ແລະ ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ຜູ້ປະກອບກິດຈະການ;
- ຄົ້ນຄວ້າ, ແລະ ສ້າງປື້ມຄູ່ມື ກ່ຽວກັບວຽກງານສົ່ງເສີມການຕະຫຼາດ, ວຽກງານວາງສະແດງສາກົນ ແລະ ວຽກງານການຮ່ວມມືກັບຂະແຫນງການກ່ຽວຂ້ອງ;
- ເປັນເຈົ້າການໃນການຈັດງານວາງສະແດງສອງຝ່າຍ, ຫຼາຍຝ່າຍ, ພາກພື້ນ ແລະ ສາກົນ ເພື່ອນໍາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ;
- ສ້າງ ແລະ ເຜີຍແຜ່ ປື້ມບັນຊີລາຍຊື່ນັກທຸລະກິດ, ບົດວິໄຈຕະຫຼາດ, ວາລະສານ, ແຜ່ນພັບ, ບົດຄວາມ ແລະ ສິ່ງພີມຕ່າງໆ ທີ່ຕິດພັນກັບວຽກງານສົ່ງເສີມການຄ້າ;
- ເປັນເຈົ້າການໃນການຄົ້ນຄວ້າການຮ່ວມມື ກັບບັນດາສະມາຄົມທຸລະກິດ ພາຍໃນ ແລະ ຕ່າງປະເທດ ເພື່ອ ສົ່ງເສີມຜູ້ປະກອບການລາວ ສາມາດເຂົ້າເຖິງຕະຫຼາດ ພາຍໃນ ແລະ ຕ່າງປະເທດ;
- ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.
ຄະນະບໍລິຫານງານ ພະແນກ ສົ່ງເສີມການຕະຫຼາດ
![]() ຫົວໜ້າພະແນກ |
![]() |
![]() |
![]() |
ຮອງຫົວໜ້າ ທ່ານ ຟອງສາລີ ໄຊຍະວົງ |
ຮອງຫົວໜ້າ ທ່ານ ລີບີ ບົວປາວ |
ຮອງຫົວໜ້າ ທ່ານ ນາງ ທອງມາລາ ແກ້ວລາ |
![]() |
![]() |
![]() |
ວິຊາການ ທ່ານ ນາງ ບົວທອງ ດາວສີສະຫວັນ |
ວິຊາການ ທ່ານ ນາງ ສອນມະນີ ສີວົງໄຊ |
ວິຊາການ ທ່ານ ສີສົມພອນ ປັດທະວົງ |
![]() |
![]() |
![]() |
ວິຊາການ ທ່ານ ນາງ ວິພາລັດ ທອງພັນທະລາດ |
ວິຊາການ ທ່ານ ຖະໜອມຊັບ ພັນທະລັງສີ |
ວິຊາການ ທ່ານ ວິສະນຸ ສີພັນດອນ |