ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ, ຈະຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2024 “ Lao – Viet Trade Fair 2024 ” ໃນລະຫວ່າງວັນທີ 25-29 ກໍລະກົດ 2024 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ;
ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອເປັນການສືບຕໍ່ເພີ່ມທະວີເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ມີມາຍາວນານ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມໂດຍສະເພາະ ການເພີ່ມທະວີຄວາມຮ່ວມມືທາງດ້ານການຄ້າລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ; ພ້ອມດຽວກັນນີ້ກໍ່ເປັນການ ເປີດໂອກາດໃຫ້ນັກທຸລະກິດ, ຜູ້ປະກອບການຂອງ 2 ປະເທດ ໄດ້ມີການແລກປ່ຽນບົດຮຽນ, ແນະນໍາຄຸນນະພາບສິນຄ້າ ຂອງກັນ ແລະ ກັນ ເພື່ອກ້າວໄປເຖິງການຊື້-ຂາຍສິນຄ້າໃຫ້ຫລາຍຂຶ້ນກວ່າເກົ່າ; ງານວາງສະແດງສິນຄ້າຄັ້ງນີ້, ແມ່ນກິດຈະກຳໜຶ່ງທີ່ຈະກະຕຸ້ນການຄ້າສອງຝ່າຍໃຫ້ມີການຂະຫຍາຍຕົວ ແລະ ທັງເປັນການຜັນຂະຫຍາຍສົນທິສັນຍາການຄ້າ ຂອງສອງລັດຖະບານ ຊຶ່ງໄດ້ກຳນົດມູນຄ່າການຄ້າໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ການຈັດງານໃນຄັ້ງນີ້, ຈະມີຫ້ອງວາງສະແດງສິນຄ້າທັງໝົດ 220 ຫ້ອງ ໃນນັ້ນມີທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ ແລະ ພາກທຸລະກິດລາວເຂົ້າຮ່ວມ 100 ຫ້ອງຈາກທົ່ວປະເທດ. ສໍາລັບສິນຄ້າທີ່ນຳມາວາງສະແດງສ່ວນໃຫຍ່ຈະແມ່ນ ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າກະສິກໍາປຸງແຕ່ງ, ຜະລິດຕະພັນການກະເສດ, ເຄື່ອງຫັດຖະກຳ, ເຄື່ອງຕັດຫຍິບ-ແຟຊັ້ນ, ອາຫານທະເລ, ເຄື່ອງເຟີນິເຈີ້, ຢາ ແລະ ອຸປະກອນການແພດ ແລະ ອື່ນໆ; ນອກຈາກການວາງສະແດງສິນຄ້າແລ້ວ ພາຍໃນງານຍັງມີກິດຈະກໍາອື່ນເຊັ່ນ: ການແຈກຢາຍສິນຄ້າໂປຼໂມຊັ້ນຈໍານວນໜຶ່ງໃຫ້ຜູ້ມາຊົມງານ, ການສະແດງສິນລະປະວັນນະຄະດີທີ່ເປັນເອກະລັກໂດດເດັ່ນ ຂອງສອງຊາດ ລາວ- ຫວຽດນາມ ແລະ ການຮ້ອງເພງ ລາວ-ຫວຽດນາມ ຂອງນັກຮຽນ ແລະ ໄວໜຸ່ມ; ສິ່ງທີ່ພິເສດ ຈະມີສິນລະປະຈາກ ສສ ຫວຽດນາມ ມາສະແດງໃຫ້ຊົມທຸກມື້ຕະຫລອດງານ;