ມີໜ້າທີ່
- ຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ ຂອງຂັ້ນເທິງໃຫ້ເປັນຫນ້າວຽກລະອຽດຂອງພະ ແນກ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ;
- ເປັນໃຈກາງຄົ້ນຄວ້າ ແລະ ປະກອບຄໍາເຫັນ ຕໍ່ບັນດານະໂຍບາຍ ແລະ ນິຕິກໍາຕ່າງໆ ໃນນາມກົມ; ກະກຽມ ບົດລາຍງານ, ບົດປະກອບຄໍາເຫັນ ໃນປະເດັນຕ່າງໆ ໃຫ້ຄະນະກົມ ກໍຄືຄະນະນໍາກະຊ່ວງ;
- ຕິດຕາມ, ກວດກາ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານຂອງກົມ ເພື່ອເປັນບ່ອນອີງໃນການປັບປຸງວຽກງານ ແລະ ກົງຈັກການຈັດຕັ້ງ ແຕ່ລະໄລຍະ;
- ສ້າງແຜນການຮ່ວມມື, ສັງລວມແຜນການ ແລະ ຈັດຕັ້ງປະຕິບັດວຽກງານຮ່ວມມື ສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍທີ່ຕິດພັນກັບວຽກງານສົ່ງເສີມການຄ້າ ແລະ ການສົ່ງອອກ, ປະສານກັບພະແນກພາຍໃນກົມ ໃນ ການສ້າງແຜນການເຄື່ອນໄຫວ ປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ ແລະ ປະຈໍາປີຂອງກົມ ໃຫ້ແທດ ເຫມາະກັບທິດທາງ ແລະ ແຜນການລວມ ທີ່ວາງອອກພ້ອມທັງສະຫຼຸບການຈັດຕັ້ງປະຕິບັດ;
- ຄົ້ນຄວ້າ ແລະ ປະສານງານກັບບັນດາພະແນກ ເພື່ອສ້າງແຜນການສະເຫນີຂໍການຮ່ວມມື ຊ່ວຍເຫຼືອຈາກ ສາກົນໃນນາມກົມ ແລະ ປະສານສົມທົບກັບ ຫົວຫນ່ວຍທຸລະກິດທີ່ຕິດພັນກັບການຊ່ວຍເຫຼືອຂອງໂຄງການ ຮ່ວມມືຂອງກົມ;
- ຂຶ້ນບັນຊີ, ຄຸ້ມຄອງພະນັກງານ, ເຄື່ອງມື, ອຸປະກອນເຕັກນິກ, ພາຫະນະຮັບໃຊ້ ແລະ ຊັບສົມບັດສ່ວນລວມ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ ແລະ ເປັນຈຸດປະສານງານກັບອົງເການ TPO ຂອງບັນດາປະເທດ ອາຊຽນ ແລະ ສາກົນ ເພື່ອຊອກຫາຫົນທາງໃນການຮ່ວມມືສ້າງຄວາມເຂັ້ມແຂງທາງດ້ານການຄ້າ ໃຫ້ທຸລະ ກິດ ຂອງ ລາວ.
- ຮັບຜິດຊອບວຽກງານບໍລິຫານ, ຄຸ້ມຄອງເອກະສານ ຂາເຂົ້າ-ຂາອອກ ແລະ ວຽກງານສາລະບານຂອງກົມ; 8. ເກັບກໍາ ແລະ ຂຶ້ນແຜນປະກອບເຄື່ອງມືອຸປະກອນໃຫ້ແກ່ພະແນກຂອງກົມ ແລະ ຄຸ້ມຄອງການນໍາໃຊ້ຢ່າງມີ ປະສິດທິພາບ;
- ຕິດຕາມ ແລະ ສັງລວມ ບັນດາເອກະສານ, ບັນຊີການເງິນ, ການບໍລິການ, ການບໍລິຫານ ຮັບຜິດຊອບວຽກ ງານປະຊາສໍາພັນຂອງກົມ;
- ຮັບຜິດຊອບກະກຽມກອງປະຊຸມສ່ອງແສງ ແລະ ກອງປະຊຸມວິຊາການພາຍໃນກົມ ປະຈໍາອາທິດ, ປະຈໍາ ເດືອນ, ປະຈໍາງວດ ແລະ ປະຈໍາປີ ພ້ອມທັງລາຍງານໃຫ້ຂັ້ນເທິງຊາບເປັນປົກກະຕິ;
- ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.
ຄະນະບໍລິຫານງານ ພະແນກ ສັງລວມ
![]() ຫົວໜ້າພະແນກ |
![]() |
![]() |
ຮອງຫົວໜ້າ ທ່ານ ນາງ ພິມມະສອນ ສີມມະໄລວົງ |
ຮອງຫົວໜ້າ ທ່ານ ດານຸພົນ ວົງຄິລີ |
![]() |
![]() |
![]() |
ວິຊາການ ທ່ານ ນາງ ວິໄລພອນ ໝື່ນບົວງິ້ວ |
ວິຊາການ ທ່ານ ສຸລິໄຊ ແກ້ວສີພາ |
ວິຊາການ ທ່ານ ນາງ ສຸວະພາ ຈິນດາມະນີ |
![]() |
||
ວິຊາການ ທ່ານ ນາງ ສິນດາລອນ ອັກຄະຣາຊ |
||