ໃນວັນທີ 02 ກຸມພາ 2024 ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຫ້ອງການຜູ້ຕາງໜ້າວິສາຫະກິດແຂວງຢູນນານ ແລະ ສູນການຄ້າວຽງຈັນເຊັນເຕີ້ ໄດ້ຈັດພິທີເປີດງານ ວາງສະແດງສິນຄ້າສົ່ງອອກ ລາວ-ຈີນ Lao-China (Yunnan) Export Fair 2024 ທີ່ ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານຕັດແຖບຜ້າໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຫາຍສຽນ ຮອງເລຂານຸການສະຖານທູດຈີນ ປະຈໍາ ສປປ ລາວ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ; ເຂົ້າຮ່ວມງານໂດຍ ທ່ານ ນາງ ວັນມະນີ ພີມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ, ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ, ທ່ານ ເຈີນ ຊຸນຫຼີນ ຕາງໜ້າຫ້ອງການຜູ້ຕາງໜ້າວິສາຫະກິດແຂວງຢູນນານ ປະຈໍາລາວ, ທ່ານ ຫວາງເຫວີນຄຸນ ຜູ້ອໍານວຍການບໍລິສັດພັດທະນາເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອ ຈໍາກັດ; ນອກນັ້ນ, ຍັງມີ ຮອງຫົວໜ້າຫ້ອງການ-ຮອງຫົວໜ້າກົມ, ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຄະນະພະແນກ ແລະ ວິຊາການ ຈໍານວນໜຶ່ງຈາກກະຊວງ ອຄ, ຂະແໜງການທີ່ກ່ຽວຂ້ອງ ແລະ ນັກຂ່າວສື່ມວນຊົນເຂົ້າຮ່ວມພິທີເປີດງານດັ່ງກ່າວ ຈໍານວນ 50 ກວ່າທ່ານ.
ຈຸດປະສົງ: ເພື່ອຜັນຂະຫຍາຍສາຍພົວພັນອັນມີມູນເຊື້ອ ລະຫວ່າງສອງລັດຖະບານ ລາວ-ຈີນ ກໍ່ຄືການຊຸກຍູ້ສົ່ງເສີມ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ, ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ແລະ ໄປຕາມທິດທາງການຜັນຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດຮອບດ້ານ ແລະ ເພື່ອສ້າງເປັນເວທີໜຶ່ງ ໃນການໂຄສະນາສິນຄ້າຂອງລາວ ແລະ ການພົບປະແລກປ່ຽນບົດຮຽນ ລະຫວ່າງພາກທຸລະກິດຂອງລາວ ກັບ ຈີນ (ຢູນນານ) ທັງເປັນພື້ນຖານໃຫ້ແກ່ການຮ່ວມມືຈັດງານວາງສະແດງສິນຄ້າຮ່ວມກັນໃນອານະຄົດ.
ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ກ່າວເປີດພິທີໃນຕອນໜຶ່ງວ່າ: ໄລຍະຜ່ານມາ, ລັດຖະບານຂອງສອງປະເທດ ໄດ້ຊຸກຍູ້ສົ່ງເສີມການຮ່ວມມືຢ່າງຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນກ້າວໜ້າໃຫ້ກັບປະເທດຊາດ ພ້ອມດຽວກັນນັ້ນ ກໍ່ໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທຸລະກິດທັງສອງປະເທດ ໄດ້ລົງທຶນຄ້າຂາຍຮ່ວມກັນ; ແຂວງຢູນນານເປັນແຂວງໜຶ່ງ ທີ່ມີນັກລົງທຶນເຂົ້າມາລົງທຶນໃນ ສປປ ລາວ ມີຈໍານວນຫຼາຍພໍສົມຄວນ ແລະ ເປັນແຂວງທີ່ມີຄວາມສໍາຄັນ ໃນການເປັນປະຕູເຂົ້າສູ່ ສປ ຈີນ ຂອງ ສປປ ລາວ ເປັນຕົ້ນແມ່ນຂະບວນການຂົນສົ່ງທາງລົດໄຟ ລາວ-ຈີນ ແມ່ນຕ້ອງຜ່ານແຂວງຢູນນານ.
ມາຮອດປີ 2023 ວິສາຫະກິດແຂວງຢຸນນານໄດ້ລົງທຶນຢູ່ໃນ ສປປ ລາວ ທັງໝົດ 289 ແຫ່ງ ນອກຈາກນີ້, ແຂວງຢູນນານ ແລະ ລາວໄດ້ສຸມໃສ່ພັດທະນາ ແລະ ກໍ່ສ້າງຕາມເຂດແລວທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເຂດຮ່ວມມືເສດຖະກິດ ລາວ-ຈີນ ບໍ່ຫານ-ບໍ່ເຕັນ, ໂຄງການເຂດພັດທະນາກວມລວມໄຊເສດຖາ, ໂຄງການທາງດ່ວນ ລາວ-ຈີນ ນະຄອນຫຼວງວຽງຈັນ-ບໍ່ເຕັນ ມີຫຼາຍວິສາຫະກິດທີ່ດີເດັ່ນຂອງແຂວງຢູນນານມາລົງທຶນຢູ່ລາວ, ຊຸກຍູ້ການລ້ຽງງົວ, ຄວາຍ ແລະ ຜະລິດຕະພັນກະສິກໍາອື່ນໆ ຂອງລາວເຂົ້າສູ່ຕະຫຼາດຈີນ ສ່ວນວິສາຫະກິດທີ່ກ່ຽວຂ້ອງຂອງແຂວງຢູນນານ ແລະ ລາວ ໄດ້ລົງນາມໃນໂຄງການຮ່ວມມືຫຼາຍຂະແໜງເຊັ່ນ: ດ້ານການເງິນ, ພະລັງງານ, ກະສິກໍາ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ.
ງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ (ຢູນນານ) ຄັ້ງນີ້ຈະເປັນໂອກາດໃຫ້ກັບນັກທຸລະກິດຂອງສອງຝ່າຍໄດ້ມີໂອກາດພົບປະແລກປ່ຽນຄວາມຮູ້ ແລະ ເພີ່ມຊ່ອງທາງດ້ານການຄ້າ ແລະ ການລົງທຶນຮ່ວມກັນໃຫ້ໄດ້ຮັບໝາກຜົນຢ່າງສູງສຸດ; ສໍາຄັນແມ່ນພາກທຸລະກິດ SME, MSME ຂອງລາວ ໂດຍສະເພາະແມ່ນນັກທຸລະກິດໃຫມ່ທີ່ຍັງບໍ່ເຄີຍໄດ້ເຂົ້າຮ່ວມງານ ຫຼື ໄປຮ່ວມງານວາງສະແດງສິນຄ້າທີ່ນະຄອນຄຸນໝິງ ແຂວງຢູນນານ ກໍ່ຖືໂອກາດນີ້ໃນການພົບປະແລກປ່ຽນ ເພື່ອຊອກຊ່ອງທາງການຂະຫຍາຍດ້ານການຄ້າ, ການລົງທຶນຂອງຕົນໃຫ້ກວ້າງຂວາງຂຶ້ນ.
ຊຶ່ງງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ Lao-China (Yunnan) Export Fair 2024 ຈັດຂຶ້ນໃນລະຫວ່າງວັນທີ 02-05 ກຸມພາ 2024 ທີ່ ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ.