ໃນວັນທີ 26 ມັງກອນ 2024, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາແລະ ການຄ້າ ໄດ້ໃຫ້ກຽດເຂົ້າຮ່ວມຄະນະງານສະເຫຼີມສະຫຼອງການສ້າງຕັ້ງຫັດຖະກໍາ ແພງໄໝ ຄົບຮອບ 30 ປີ ທີ່ ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ; ໂດຍໃຫ້ກຽດເປັນປະທານຕັດແຖບຜ້າເປີດງານນໍາໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານ ປະທານປະເທດ ຊຶ່ງໃນນີ້ ມີທ່ານ ຫົວໜ້າພະແນກຫັດຖະກໍາ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ພະນັກງານວິຊາການກ່ຽວຂ້ອງຈໍານວນໜຶ່ງ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພ້ອມກັນນີ້ກໍ່ມີບັນດາແຂກຈາກພາກລັດ, ພາກທຸລະກິດ ກໍ່ໄດ້ເຂົ້າຮ່ວມໃນງານດັ່ງກ່າວ.
ໃນງານສະເຫຼີມສະຫຼອງຄັ້ງນີ້ ທ່ານ ນາງ ກົງທອງ ນັນທະວົງດວງສີ ໄດ້ກ່າວເປີດງານໂດຍໄດ້ເລົ່າຄືນມູນເຊື້ອຂອງການສືບທອດ ຫັດຖະກໍາ ແພງໄໝຈາກຜູ້ເປັນແມ່ ຊຶ່ງໄດ້ສ້າງຕັ້ງຂຶ້ນ ໃນ ປີ 1993 ໂດຍ ແມ່ຍິງ ສິລະປິນລາວ 3 ຄົນ; ນາງ ແພງ ນັນທະວົງດວງສີ, ເປັນ ແມ່, ລູກສາວ 2 ຄົນມີ ນາງ ກົງທອງ ແລະ ນາງ ວຽງຄຳ. ການຕ່ຳຫູກແບບດັ້ງເດີມໄດ້ຮັບການສິດສອນ ແລະ ສືບທອດ ໃນຄອບຄົວນັນທະວົງດວງສີ ມາເປັນເວລາຫຼາຍລຸ້ນຄົນ ແລະ ຫັດຖະກຳ ແພງໄໝ ໄດ້ອຸທິດຕົນໃນການຜະລິດຕຳ່ຫູກ ແພໄໝທີ່ມີຄຸນນະພາບສູງໄດ້ມາດຕະຖານສາກົນ. ຫັດຖະກຳ ແພງໄໝ ເປັນໜຶ່ງໃນບໍລິສັດຜູ້ຜະລິດແຜ່ນແພທີ່ໄດ້ລົງທະບຽນ ເພື່ອສົ່ງອອກ. ນັບແຕ່ລັດຖະບານລາວໄດ້ວາງອອກນະໂຍບາຍ (ຈິນຕະນາການໃໝ່) ເປີດປະຕູສູ່ພາຍນອກ ໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ປະຈຸບັນໄດ້ຮັບການປະກອບອາຊີບຊ່າງຕ່ຳຫູກ ທີ່ໄດ້ຮັບການຝຶກອົບຮົມ ຫຼາຍຮ້ອຍກວ່າ ຄົນ.
ຄວາມໝາຍຂອງຊື່ ຫັດຖະກຳ ແພງໄໝ ແລະ ມີຈຸດປະສົງສ້າງຕັ້ງຄັງຜ້າທີ່ຫາຍາກ: ແພງໄໝແມ່ນມາຈາກ ແພງ – ຊື່ແມ່ແປວ່າ= ຮັກ ແລະ ໄໝ = ເສັ້ນໄໝ/ຜ້າໄໝ. ເປົ້າໝາຍຂອງຫັດຖະກໍາ ແພງໄໝແມ່ນ:
- ຮັກສາການຕ່ຳຫູກແຜ່ນແພຜ້າພື້ນເມືອງລາວໃຫ້ຄົງຢູ່.
- ສ້າງລາຍຮັບໃຫ້ແກ່ໄວໜຸ່ມ ໂດຍສະເພາະແມ່ຍິງ.
- ຮັກສາວັດທະນະທໍາການຕ່ຳຫູກ ແລະ ພັດທະນາໃຫ້ດີຂຶ້ນ.
- ຮັກສາວັດທະນະທຳ ຂອງຊົນເຜົ່າສ່ວນໜ້ອຍ ແລະ ນຳເອົານັກທ່ອງທ່ຽວເຂົ້າມາປະເທດ.
- ເພື່ອພັດທະນາການຕ່ຳແຜ່ນແພຜ້າພື້ນເມືອງລາວ ໃຫ້ມີຊື່ສຽງໂດ່ງດັງໃນສາກົນ ເປັນການຕີຍີ່ຫໍ້ປະເທດ ແລະ ເປັນ soft power ຂອງລາວ.
ພາຍໃນງານ ບັນດາແຂກຜູ້ມີກຽດເຂົ້າຊົມງານວາງສະແດງສິນຄ້າ ຊຶ່ງງານດັ່ງກ່າວໄດ້ຈັດລະຫວ່າງວັນທີ 26-27 ມັງກອນ 2024 ທີ່ ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ກິດຈະກໍາພາຍໃນງານປະກອບມີ: ການເສວະນາຜ້າໄໝແກ້ວ (To be Organza), ຜະລິດຕະພັນໄມ້ໄຜ່ ແລະ ນະວັດຕະກໍາຫັດຖະກໍາຈັກສານໃນລາວ, Needle-Felting Workshop, Rice Offering Workshop, Batik Workshop, Silk Screen Monotype Workshop, Talking About Culture Through Textiles of Laos ແລະ ອື່ນໆ.