ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການຊ່ວຍເຫຼືອ ກໍ່ສ້າງລະບົບການຄ້າຜ່ານເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ

ໃນຕອນບ່າຍຂອງວັນທີ 26 ມັງກອນ 2024 ທີ່ ຫ້ອງດໍາເນີນງານໂຄງການ ​ຊ່ວຍ​ເຫຼືອກໍ່ສ້າງລະບົບການຄ້າຜ່ານເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ, ຄະນະກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ພ້ອມດ້ວຍ ຄະນະພະແນກ ແລະ ວິຊາການ ຈໍານວນໜຶ່ງ ຮ່ວມກັບ ບໍລິສັດ ອ່ານຫຸ່ຍອີ້ຊ່າງ ເຕັກໂນໂລຊີ ດິຈິຕອນ ຈໍາກັດ, ບໍລິສັດ ALO ເຕັກໂນໂລຊີກຣຸບ ໄດ້ເຂົ້າລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການ ​ຊ່ວຍ​ເຫຼືອກໍ່ສ້າງລະບົບການຄ້າຜ່ານເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ ມີຈໍານວນ 20 ກວ່າທ່ານ.

ຈຸດປະສົງ: ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການ ໃນໄລຍະຜ່ານມາ ແລະ ແຜນວຽກການຈັດຕັ້ງປະຕິບັດໃນຕໍ່ໜ້າ;  ພ້ອມທັງກະກຽມຄວາມພ້ອມ ກ່ຽວກັບການທົດລອງເປີດນໍາໃຊ້ platform ພາຍໃນປະເທດ www.laoproduct.com.la ແລະ platform ຂ້າມແດນ www.laoproduct.com.cn  ເພື່ອເປັນການໂຄສະນາສູ່ສັງຄົມຮັບຮູ້ຢ່າງກວ້າງຂວາງ.

ໂຄງການ​ດັ່ງກ່າວ ແມ່ນຢູ່ພາຍໃຕ້ກອບການຊ່ວຍເຫລືອ ບ້ວງ 4 ຕື້ຢວນ ເຊິ່ງເປັນການຊ່ວຍເຫຼືອທີ່ ສະຫາຍ ສີຈິີ້ນຜິງ, ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄລຍະຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ໃນເດືອນ ພະຈິກ ປີ 2017 ແລະ ໄດ້ປະກາດວ່າ ຈະປະຕິບັດ 08 ໂຄງການຊ່ວຍເຫຼືອລ້າໃຫ້ແກ່ ສປປ ລາວ.

ໃນຕອນທ້າຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນໜັກບາງຈຸດ ກ່ຽວກັບການປັບປຸງລະບົບເວັບໄຊທ໌, ລະບົບການຂົນສົ່ງ ແລະ ການຊໍາລະສະສາງໃຫ້ສາມາດເກີດມີການຊື້-ຂາຍໄດ້ໃນລະບົບດັ່ງກ່າວ; ພ້ອມດຽວກັນນີ້ໃຫ້ລະດົມຫົວໜ່ວຍທຸລະກິດລາວເຂົ້າມາໂຄສະນາຂາຍສິນຄ້າໃນ platform ນີ້ໃຫ້ຫຼາຍຂຶ້ນ ແລະ ໃຫ້ທິດຊີ້ນໍາຕໍ່ແຜນການກ່ຽວກັບ ການເປີດໂຕເວັບໄຊທ໌ ຢ່າງເປັນທາງການ ໃຫ້ທັນກ່ອນວັນທີ 22 ກຸມພາ 2024 ເພື່ອກຽມຄວາມພ້ອມນໍາເອົາວຽກງານດັ່ງກ່າວໄປໂຄສະນາ ໃນມື້ເປີດກອງປະຊຸມປະຈໍາປີ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດ.