ມີໜ້າທີ່
- ສ້າງ ແລະ ຜັນຂະຫຍາຍຍຸດທະສາດໃນການຄຸ້ມຄອງ, ປັບປຸງ ແລະ ສົ່ງເສີມກິດຈະການ ຫັດຖະກໍາ ໂດຍ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືນະໂຍບາຍຂອງລັດຖະບານໃນແຕ່ລະໄລຍະ;
- ສ້າງ, ປັບປຸງ, ເຜີຍແຜ່ ນະໂຍບາຍສົ່ງເສີມ, ກົດຫມາຍ ແລະ ລະບຽບການ ທີ່ກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມຫັດຖະກໍາ;
- ຄົ້ນຄວ້າ, ພິຈາລະນາອອກໃບຢັ້ງຢືນ, ຂະຫຍາຍ ແລະ ຕໍ່ອາຍຸ ແລະ ລົບລ້າງໃບຢັ້ງຢືນດໍາເນີນກິດຈະການ ຫັດຖະກໍາ ຕາມການແບ່ງຂັ້ນຄຸ້ມຄອງ;
- ໃຫ້ຄໍາປຶກສາ, ແນະນໍາ, ຍົກລະດັບ ໃຫ້ການສົ່ງເສີມດ້ວຍການຝຶກອົບຮົມວິຊາຊີບ ແລະ ພັດທະນາຍົກ ລະດັບດ້ານສີມືແຮງງານໃຫ້ຊ່າງຫັດຖະກໍາ;
- ຄົ້ນຄວ້າ ແລະ ສ້າງໂຄງການສົ່ງເສີມຫັດຖະກໍາ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ເປັນຕົ້ນຫັດຖະກໍາທີ່ມີ ມູນເຊື້ອຂອງປະຊາຊົນລາວບັນດາເຜົ່າໃຫ້ຢືນຢົງ ໂດຍສົ່ງເສີມໃຫ້ມີການນໍາໃຊ້ເຕັກນິກ ແລະ ເຕັກໂນໂລຊີ ໃຫມ່ ແລະ ທັນສະໄຫມ;
- ປະກອບຄໍາເຫັນທາງດ້ານວິຊາການ ຕໍ່ການສະເຫນີຂໍອະນຸຍາດລົງທຶນ, ຂໍບູລິມະສິດ, ຂໍປົກປ້ອງຜະລິດຕະ ພັນ, ຂໍສິນເຊື່ອ ຂອງຜູ້ປະກອບການກິດຈະການຫັດຖະກໍາ ຕາມການແບ່ງຂັ້ນຄຸ້ມຄອງ;
- ປະສານສົມທົບກັບສະມາຄົມຫັດຖະກໍາ, ຂະແຫນງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງດ້ານວິຊາການ ເຂົ້າໃນການສົ່ງເສີມ ແລະ ຄຸ້ມຄອງກິດຈະການຫັດຖະກໍາ;
- ຄົ້ນຄວ້າໃນການຊີ້ນໍາ-ນໍາພາ ການສ້າງຕັ້ງກຸ່ມຕົວແບບການຜະລິດຫັດຖະກໍາໃນທົ່ວປະເທດ;
- ຄົ້ນຄວ້າສູນຫັດຖະກໍາປະຈໍາພາກ ເພື່ອສະເຫນີຂັ້ນເທິງພິຈາລະນາ;
- ສ້າງປຶ້ມຄູ່ມືແນະນໍາ ແລະ ເຜີຍແຜ່ ປະຫວັດຄວາມເປັນມາຂອງຜະລິດຕະພັນຫັດຖະກໍາ ເພື່ອການອານຸລັກ ຮັກສາວັດທະນາທໍາ ຂອງຊາດໄວ້ໃຫ້ຢືນຢົງ;
- ກວດກາ, ຕິດຕາມ, ສະເຫນີ ປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານດີເດັ່ນ ແລະ ປະຕິບັດມາດຕະການຕໍ່ຜູ້ ລະເມີດກົດຫມາຍ ແລະ ລະບຽບການ ໃນການດໍາເນີນກິດຈະການຫັດຖະກໍາ;
- ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.
ຄະນະບໍລິຫານງານ ພະແນກ ຫັດຖະກໍາ
![]() |
||
ຫົວໜ້າພະແນກ ທ່ານ ນາງ ຈັນທະໜອມ ສຸຂະເສີມ |
||
![]() |
||
ຮອງຫົວໜ້າພະແນກ ທ່ານ ໄຊຍະສອນ ວັນພັນ |
||
![]() |
![]() |
![]() |
ວິຊາການ ທ່ານ ນາງ ແສງສຸກ ສີລິວົງ |
ວິຊາການ ທ່ານ ນາງ ສຸກດາວັນ ອາລີລັກ |
ວິຊາການ ທ່ານ ທະວີສຸກ ແສງພະຈັນ |