ໃນວັນທີ 01 ທັນວາ 2023 ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການທົດລອງເຊື່ອມຕໍ່ລະບົບການຊໍາລະສະສາງລະບົບການຄ້າທາງເອເລັກໂຕຣນິກ ສໍາລັບຜະລິດຕະພັນລາວ ໃຫ້ກຽດເປັນປະທານໂດຍທ່ານ ວິທູນ ສິດທິມໍລະດາ, ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ ນາງ ບົວໄພວັນ ນັນດາວົງ ຮອງຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ຈ້າວເວີນຢູ ທີ່ປຶກສາເສດຖະກິດການຄ້າ ສປ ຈີນ ປະຈໍາ ສປປ ລາວ ແລະ ຄະນະຮັບຜິດຊອບວຽກງານໂຄງການຈາກ ຕາງໜ້າກົມການຄ້າພາຍໃນ, ກົມແຜນການ ແລະ ການຮ່ວມມື, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກົມກວດກາ, ກົມທະບຽນວິສາຫະກິດ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ; ພ້ອມດ້ວຍຕາງໜ້າ ບໍລິສັດ ອາໂລ ເທັກໂນໂລຊີ ຈໍາກັດ, ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈໍາກັດ ແລະ ບໍລິສັດ ອ່ານຮຸ່ຍ ອີ້ຊ່າງ ເຕັກໂນໂລຊີ ດີຈິຕອນ ຈໍາກັດ.
ຈຸດປະສົງ: ເພື່ອການທົດລອງເຊື່ອມຕໍ່ລະບົບ API ໃນການຊໍາລະສະສາງລະບົບການຄ້າທາງເອເລັກໂຕຣນິກ ສໍາລັບຜະລິດຕະພັນລາວ ຂອງເວັບໄຊທ໌ www.laoproduct.com.la; ໃນເບື້ອງຕົ້ນແມ່ນການທົດລອງນໍາໃຊ້ລະບົບການເຊື່ອມຕໍ່ ແລະ ຈະມີການເຊື່ອມຕໍ່ລະບົບຕົວຈິງໃນອານະຄົດ.