ງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 20 ຈັດຂື້ນໃນລະຫວ່າງວັນທີ 16-19 ກັນຍາ 2023 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ

ງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 20 ຈັດຂື້ນໃນລະຫວ່າງວັນທີ 16-19 ກັນຍາ 2023 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ພາຍໃຕ້ຫົວຂໍ້ຂອງງານ “Work together for a harmonious home and a shared future subtitle: promoting high quality development of the (Belt and Road Initiative – BRI) and nurturing new epicenter of growth” “ ຮ່ວມແຮງກັນເພື່ອຄວາມກົມກຽວ ເປັນຄູ່ຮ່ວມອານາຄົດດຽວກັນ ແລະ ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງຂອງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກສາຄວາມເປັນສູນກາງແຫ່ງການຈະເລີນເຕີບໂຕອັນໃໝ່” ເນື່ອງຈາກປີນີ້ມີຄວາມສຳຄັນຫລາຍຢ່າງ ໂດຍສະເພາະແມ່ນປີແຫ່ງການສະເຫລີມສະຫລອງງານວາງສະແດງສິນຄ້າ ຈີນ-ອາຊຽນ ຄົບຮອບ 20 ປີ; ເປັນປີແຫ່ງການສະເຫລີມສະຫລອງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຫລື (BRI) ຄົບຮອບ 10 ປີ; ພ້ອມທັງເປັນປີທຳອິດຂອງການຍົກລະດັບການເຈລະຈາເຂດການຄ້າເສລີອາຊຽນ-ຈີນ ສະບັບທີ 3 (ACFTA 3.0)   ເຊິ່ງພິທີເປີດງານຢ່າງເປັນທາງການຈັດຂື້ນໃນວັນທີ 17 ກັນຍາ 2023 ແລະ ພິທີເປີດຮ້ານວາງສະແດງແຫ່ງຊາດລາວ ໂດຍໄດ້ຮັບກຽດຢ່າງສູງໃນການເຂົ້າຮ່ວມພິທີເປີດໂດຍ ພະນະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການນຳ ສປ ຈີນ.  ງານວາງສະແດງຄັ້ງນີ້ ໄດ້ມີການເຊັນສັນຍາບົດບັນທຶກການຮ່ວມມື ລະຫວ່າງ ຫົວໜ່ວຍທຸລະກິດ ສປປ ລາວ ແລະ ສປ ຈີນ ທັງໝົດ ຈຳນວນ 07 ສະບັບ ແລະ ໄດ້ມີຫົວໜ່ວຍທຸລະກິດທີ່ມີທ່າແຮງຂອງ ສປປ ລາວ ເຂົ້າຮ່ວມວາງສະແດງສິນຄ້າທັງໝົດ ຈຳນວນ 53 ຫົວໜ່ວຍ ແບ່ງອອກເປັນ 05 ໝວດຜະລິດຕະພັນຄື: ເຄື່ອງເຟີນິເຈີ ແລະ ຫັດຖະກຳໄມ້ແກະສະລັກ; ເຄື່ອງປະດັບອັນຍະມະນີ ແລະ ເຄື່ອງເງິນ; ສິນຄ້າຫັດຖະກຳ (ຜະລິດຕະພັນໄມ້, ເຄື່ອງເງິນ ແລະ ແຜ່ນແພ); ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ; ໂຄສະນາການທ່ອງທ່ຽວ ແລະ ບໍລິການ.