ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຮ່ວມກັນຈັດງານສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2023 “Viet- Lao Trade Fair 2023” ຂຶ້ນລະຫວ່າງວັນທີ 27-31 ກໍລະກົດ 2023 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຮ່ວມງານຄັ້ງນີ້ ຝ່າຍລາວ: ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມສົ່ງເສີມການຄ້າ; ຝ່າຍຫວຽດນາມ: ທ່ານ ຫວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ, ປະຈໍາ ສປປ ລາວ, ທ່ານ ວູບາຟູ ຫົວໜ້າກົມສົ່ງເສີມການຄ້າ ສສ ຫວຽນາມ ແລະ ທ່ານ ເລ່ ບ່ຽນ ເກືອງ, ຮອງຫົວໜ້າກົມ ອາຊີ-ອາຟຣິກາ, ສສ ຫວຽດນາມ.
ຈຸດປະສົງຂອງການເປີດງານຄັ້ງນີ້: ເພື່ອເປັນການສືບຕໍ່ການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດໃຫ້ມີການຂະຫຍາຍຕົວນັບມື້ນັບເພີ້ມຂຶ້ນ ແລະ ເພື່ອສ້າງໂອກາດໃຫ້ທຸລະກິດ, ຜູ້ປະກອບການຄ້າຂາຍຂອງສອງປະເທດໄດ້ມີການພົບປະແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ການຖ່າຍທອດເຕັກໂນໂລຊີ, ສົ່ງເສີມການສົ່ງອອກສິນຄ້າ, ແນະນໍາຄຸນນະພາບສິນຄ້າເຊິ່ງກັນ ແລະ ກັນ, ກ້າວໄປເຖິງການເຊັນສັນຍາເຮັດການຄ້າຮ່ວມກັນໃນອະນາຄົດ ແລະ ທັງເພີ່ມປະລິມານການຄ້າຮ່ວມກັນໃຫ້ຫຼາຍຂຶ້ນ.
ງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2023 ໃນຄັ້ງນີ້ມີບັນດາຫົວໜ່ວຍທຸລະກິດໄດ້ນໍາເອົາຫລາຍປະເພດສິນຄ້າທີ່ພົ້ນເດັ່ນຂອງລາວ ແລະ ຫວຽດນາມເຂົ້າຮ່ວມວາງສະແດງທັງໝົດ ຈໍານວນ 210 ຫ້ອງ, ໃນນັ້ນທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ 76 ບໍລິສັດ, ມີປະເພດຜະລິດຕະພັນຢາ ແລະ ອຸປະກອນການແພດ, ພະລິດຕະພັນກະສີກໍາ, ອາຫານທະເລ, ເຄື່ອງປາລັດສະຕິກ, ເຄື່ອງໃຊ້ສອຍອື່ນໆ… ຫົວໜ່ວຍທຸລະກິດຂອງ ສປປ ລາວ ເຂົ້າຮ່ວມ 96 ຫ້ອງ, 45 ບໍລິສັດ, ມີປະເພດສິນຄ້າກະສິກຳປຸງແຕ່ງ, ເຄື່ອງຫັດຖະກຳ, ຜ້າໄໝ-ຜ້າຝ້າຍ, ໄມ້ແກະສະຫລັກ, ເຄື່ອງເຟີນີເຈີ ແລະ ສິນຄ້າໂອດອບ. ນອກນັ້ນ, ຍັງມີຫ້ອງວາງສະແດງການເມືອງ ຈະໄດ້ມີການວາງສະແດງຮູບພາບການເຄື່ອນໄຫວລະຫວ່າງສອງພັກສອງລັດ ແລະ ການເຄື່ອນໄຫວຮ່ວມມືທາງດ້ານເສດຖະກິດການຄ້າ, ການລົງທຶນ ແລະ ທ່ອງທ່ຽວວັດທະນາທໍາເວົ້າລວມ, ເວົ້າສະເພາະ ແມ່ນການເຄື່ອນໄຫວມືທາງດ້ານການຄ້າ ລາວ-ຫວຽດນາມ.