ພິທີເປີດງານວາງສະແດງສິນຄ້າ ອີຕາລີ-ລາວ ເອັສໂປ 2023

ໃນຕອນເຊົ້າວັນທີ 16 ມີນາ 2023 ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ Prometeo ຈາກ ອີຕາລີ  ໄດ້ຈັດພິທີເປີດງານວາງສະແດງສິນຄ້າ ອີຕາລີ-ລາວ ເອັສໂປ 2023 ຂຶ້ນທີ່ຫໍປະຊຸມແຫ່ງຊາດ ຫຼັກ 6  ໂດຍການ ເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ Oliviero Rusconi ຫົວໜ້າກົງສູນກິດຕິມະສັກ ອີຕາລີ ປະຈໍາ ສປປ ລາວ; ເຂົ້າຮ່ວມໂດຍ ​ທ່ານ ​​ໄຊສົມເພັດ ນໍລະສິງ ຫົວໜ້າກົມ ສົ່ງເສີມການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ Giuseppe Pedata ປະທານເຕັກໂນໂລຊີອຸດສາຫະກໍາ, ພະລັງງານ ແລະ ສິ່ງແວດລ້ອມ ແລະ ທ່ານ Paolo Bridi ປະທານ ບໍລິສັດ ໂປຣເມຫິວ ນອກນັ້ນຍັງມີ ຕາງໜ້າສະຖານທູດ, ຕາງໜ້າຈາກກົມອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າ ກະຊວງຕ່າງໆ, ສະມາຄົມ, ຫົວໜ່ວຍທຸລະກິດ ລາວ-ອີຕາລີ ແລະ ນັກຂ່າວສື່ມວນຊົນເຂົ້າຮ່ວມ ເປັນສັກຂີພິຍານ ໃນຄັ້ງນີ້ ດ້ວຍ. ຊຶ່ງງານດັ່ງກ່າວຈັດຂຶ້ນເປັນເວລາ 03 ວັນ ແຕ່ວັນທີ 16-18 ມີນາ 2023 ທີ່ ຫໍປະຊຸມແຫ່ງຊາດ ຫຼັກ 6.

ຈຸດປະສົງຂອງການຈັດງານໃນຄັ້ງນີ້: ເພື່ອເປັນເວທີໃນການແລກປ່ຽນ ແລະ ເປີດໂອກາດໃຫ້ຫົວໜ່ວຍ ທຸລະກິດຈາກປະເທດ ອີຕາລີ ທີ່ມີທ່າແຮງໃນຂະແໜງກະສິກໍາ, ເຕັກໂນໂລຊີ ແລະ ເຄື່ອງກົນຈັກທີ່ໃຊ້ໃນການຜະລິດສິນຄ້າເຊັ່ນ: ອຸດສາຫະກໍາໄມ້, ແຜ່ນແພ, ເຄື່ອງກົນຈັກ, ການແປຮູບອາຫານ ແລະ ອື່ນໆ ສາມາດຂະຫຍາຍທຸລະກິດເຂົ້າສູ່ຕະຫຼາດ ສປປ ລາວ; ເພື່ອເປັນ ການສ້າງໂອກາດໃຫ້ມີການຈັບຄູ່ທຸລະກິດ ລະຫວ່າງທຸລະກິດລາວ-ອີຕາລີ ໄດ້ມີການພົບປະແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ ພ້ອມທັງມີການໂຄສະນາສິນຄ້າຂອງສອງປະເທດໃນງານວາງສະແດງດັ່ງກ່າວດ້ວຍ ແລະ ເພື່ອສ້າງສາຍພົວພັນຮັດ ແໜ້ນທາງດ້ານເສດຖະກິດ ໂດຍສະເພາະທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງສອງປະເທດ ໃຫ້ນັບມື້ ນັບ ແໜ້ນແຟ້ນຍິ່ງຂຶ້ນ.

ງານວາງສະແດງສິນຄ້າ ອີຕາລີ-ລາວ ເອັສໂປ 2023 ໃນຄັ້ງນີ້: ເປັນບາດກ້າວໜຶ່ງທີ່ສ້າງໂອກາດໃຫ້ມີການເຂົ້າມາໃກ້ຊິດກັນ ທາງດ້ານການແລກປ່ຽນບົດຮຽນຮ່ວມກັນດ້ານການພັດທະນາສິນຄ້າແລະ ເຕັກໂນໂລຊີທີ່ທັນສະໄຫມ. ຊຶ່ງງານດັ່ງກ່າວມີຫ້ອງ ວາງສະແດງທັງໝົດ 84 ຫ້ອງ, ໃນນັ້ນປະກອບມີຫ້ອງວາງສະແດງຂອງອີຕາລີ 74 ຫ້ອງ, ສິນຄ້າຂອງທຸລະກິດ ຈາກອີຕາລີ ມີຫຼາຍຂະແໜງການເຊັ່ນ: ເຟີນີເຈີ, ເຕັກໂນໂລຊີ, ແຜ່ນແພ, ອາຫານ, ວາຍ, ອຸປະກອນຜະລິດກະສິກໍາ, ອຸປະກອນນໍາໃຊ້ອຸດ ສາຫະກໍາ ແລະ ອື່ນໆ ສໍາລັບຕາງໜ້າ ບໍລິສັດ ຈາກ ສປປ ລາວ ມີຈໍານວນ 09 ຫົວໜ່ວຍທຸລະກິດປະກອບມີ: ສິນຄ້າກະສິກໍາ ທີ່ມີທ່າແຮງຄື: ຊາ, ກາເຟ, ສິນຄ້າຫັດຖະກໍາ, ເຟີນີເຈີ, ເຄື່ອງຕົບແຕ່ງບ້ານ ແລະ ອື່ນໆ.