ກອງປະຊຸມສໍາມະນາໃນຫົວຂໍ້ “ສົ່ງເສີມຄວາມອາດສາມາດໃນການເຂົ້າຫາຕະຫລາດຂອງສິນຄ້າກະສິກໍາປຸງແຕ່ງລາວ” (Enhancing Capacity building on Lao Agro processing Product to access markets)

ໃນລະຫວ່າງວັນທີ 24-25 ມັງກອນ 2023 ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້: “ສົ່ງເສີມຄວາມອາດສາມາດໃນການເຂົ້າຫາຕະຫລາດຂອງສິນຄ້າກະສິກໍາປຸງແຕ່ງລາວ” (Enhancing Capacity building on Lao Agro processing Product to access markets) ທີ່ ໂຮງແຮມມິດຕະພາບ, ແຂວງອຸດົມໄຊ ໂດຍໄດ້ຮັບການສະໜັບສະໜູນທຶນຈາກສູນອາຊຽນ-ຍີ່ປຸ່ນ ກອງປະຊຸມຄັ້ງນີ້ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມສົ່ງເສີມການຄ້າ ແລະ ທ່ານ ນາງ ໄມພອນ ສີລິວົງ ວ່າການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໂດຍມີ​ ​​ຫົວໜ້າ, ຮອງຫົວພະແນກ, ຕາງໜ້າຈາກກົມ, ຕາງໜ້າສະມາຄົມທຸລະກິດ, ສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຫົວໜ່ວຍທຸລະກິດ ພາຍໃນ 03 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ຫຼວງນໍ້າທາ ແລະ ອຸດົມໄຊເຂົ້າຮ່ວມ ລວມທັງໝົດຈໍານວນ 60 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້: ເພື່ອເປັນການເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ທ່າອ່ຽງ ແລະ ສິ່ງທ້າທ້າຍ ຈາກການແປງແປງສະພາບເສດຖະກິດໂລກ ແລະ ສາມາດຮູ້ເຖິງວິທີການສົ່ງເສີມການຕະຫຼາດ, ເຄື່ອງມືສົ່ງເສີມກາຊື້-ຂາຍສິນຄ້າ, ການພັດທະນາຜະລິດຕະພັນ ແລະ ການປຸງແຕ່ງ;  ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຜູ້ປະກອບການທຸລະກິດ ໄດ້ຮັບຮູ້ເຖິງຂໍ້ມູນຂ່າວສານການຄ້າ, ກຸ່ມລູກຄ້າ, ຄວາມຕ້ອງການ ແລະ ເພີ່ມຊ່ອງທາງໃນການສຶກສາສໍາຫຼວດຕະຫຼາດເປົ້າໝາຍ ເປັນເວທີໃຫ້ພາກລັດ ແລະ ເອກະຊົນສາມາດແລກປ່ຽນຄວາມຮູ້, ປະສົບການເຊິ່ງກັນ ແລະ ກັນ ບວກກັບການຊ່ວຍເຫຼືອຈາກຜູ້ຊ່ຽວຊານທີ່ມີປະສົບການ; ເພື່ອເປັນການສ້າງໂອກາດໃຫ້ແກ່ຜູ້ເຂົ້າຮ່ວມໄດ້ເພີ່ມທັກສະ ແລະ ເຂົ້າໃຈຕໍ່ກັບຄວາມຕ້ອງການຂອງຕະຫຼາດຫຼາຍຂຶ້ນ ໂດຍສະເພາະແມ່ນການສ້າງແບຣນສິນຄ້າ, ຂະບວນການສົ່ງເສີມການຕະຫຼາດ, ການສ້າງກາໝາຍຂອງສິນຄ້າ ແລະ ການພັດທະນາການຫຸ້ມຫໍ່ຍີ່ຫໍ້ຂອງສິນຄ້າໃຫ້ເປັນທີ່ນິຍົມ ແລະ ມີຄວາມເຊື່ອຖືໄດ້ ແລະ ເພື່ອເປັນການສືບຕໍ່ຜັນຂະຫຍາຍການຮ່ວມມື, ເພີ່ມທະວີສາຍພົວພັນທາງດ້ານການຄ້າ ແລະ ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ຄົບຮອບ 67 ປີ.

ຄາດໝາຍຜົນໄດ້ຮັບ: ຜູ້ປະກອບການຫົວໜ່ວຍທຸລະກິດລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບນະໂຍບາຍ, ຂັ້ນຕອນການສົ່ງອອກສິນຄ້າທີ່ຕິດພັນກັບອັດຕາພາສີ ຫຼື (HS Codes), ເປີດ​ໂອ​ກາດ​ໃຫ້​ຫົວ​ໜ່ວຍ​ທຸ​ລະ​ກິດ​ລາວ​ໄດ້ຮັບຟັງຂໍ້ມູນຂ່າວສານທາງການຄ້າ,​ ການສ້າງເບຣນຂອງສິນຄ້າ, ການຫູ້ມຫໍ່ ລວມເປັນເຖິງເຄື່ອງມື ທີ່ສາມາດຄົ້ນຫາແຫຼ່ງຂໍ້ມູນຂ່າວສານດ້ານການສົ່ງອອກ ເພື່ອໃຫ້ຖືກຕ້ອງຕາມລະບຽບເງື່ອນໄຂຂອງຕະຫຼາດເປົ້າໝາຍທີ່ຖືກຕ້ອງ ແລະ ຊັດເຈນ. ພ້ອມດຽວກັນນັ້ນຍັງ ໄດ້​ສຶກ​ສາ​ຂໍ້​ມູນຮູບ​ແບບ​ຜະ​ລິດ​ຕະ​ພັນ​ທີ່ໄດ້​ມາດ​ຕະ​ຖານ​, ມີຄວາມຍືນຍົງ, ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມປອດໄພດ້ານສະບຽງອາຫານ, ສຶກສາສໍາຫຼວດຕະຫຼາດເປົ້າໝາຍ, ສາມາດແລກປ່ຽນຄໍາຄິດເຫັນຈາກຜູ້ທີ່ມີປະສົບການ ແລະ ກຸ່ມທຸລະກິດດ້ວຍກັນ.