ແຂວງຫົວພັນສະຫຼຸບຜົນສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21

ວັນທີ 27 ມີນາ 2025, ແຂວງຫົວພັນໄດ້ຈັດກອງປະຊຸມສະຫຼຸບຜົນສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ປະຈຳປີ 2024 ຂື້ນຢູ່ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ເຂົ້າຮ່ວມມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ພາກສ່ວນກ່ຽວຂ້ອງຈາກສູນກາງ, ແຂວງຫົວພັນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມນຳ.
ທ່ານ ທອງສຸກ ສົມພາວັນ ຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງຫົວພັນ ລາຍງານຕໍ່ທີ່ປະຊຸມ ໃຫ້ຮູ້ວ່າ: ງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 21 ໄດ້ຈັດຂື້້ນພາຍໄຕ້ຄໍາຂວັນ: “ເຊີດຊູນໍ້າໃຈໄມຕີຈິດ, ແລະ ຄວາມຈິງໃຈ, ຍຶດໝັ້ນຜົນປະໂຫຍດເຊິ່ງກັນ ແລະ ກັນ ເພື່ອການພັດທະນາຮ່ວມກັນ; ເສີມສ້າງອະນາຄົດອັນໃໝ່ທີ່ຮຸ່ງເຮືອງສີວິໄລ, ເພື່ອສະໜັບສະໜູນການພັດທະນາເຂດການຄ້າເສລີ ອາຊຽນ-ຈີນ ສະບັບທີ 3 ແລະ ສ້າງພາກພື້ນໃຫ້ມີການຂະຫຍາຍຕົວຢ່າງມີຄຸນນະພາບສູງ. ເຊິ່ງພິທີໄດ້ຈັດຂື້ນລະຫວ່າງວັນທີ 24-29 ກັນຍາ 2024 ທີ່ສູນວາງສະແດງສິນຄ້າສາກົນນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ. ສຳລັບ ສປປ ລາວ, ໂດຍແມ່ນ ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີເປີດງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດການຄ້າການລົງທຶນ ອາຊຽນ-ຈີນ ຄັ້ງທີ 21 ແລະ ແຂວງຫົວພັນເຂົ້າຮ່ວມໃນນາມຕົວເມືອງມີສະເໜ່.
ຜ່ານການເຂົ້າຮ່ວມງານວາງສະແດງຄັ້ງນີ້ ມີຫົວໜ່ວຍທຸລະກິດລາວ ໄດ້ເຊັນສັນຍາບົດບັນທຶກການຮ່ວມມືທຸລະກິດ ແລະ ຊື້້້-ຂາຍ ສິນຄ້າຮ່ວມກັນ ຈໍານວນ 5 ໂຄງການ. ສປປ ລາວ ໄດ້ຮັບລາງວັນອັນຊົງກຽດ ແລະ ຊົງຄຸນຄ່າ ຈາກຄະນະກຳມະການກອງເລຂາ CAEXPO ຈີນ ຈໍານວນ 7 ປະເພດລາງວັນ ຄື: ລາງວັນຮ້ານວາງສະແດງແຫ່ງຊາດດີເດັ່ນ, ຜູ້ຈັດຕັ້ງທຸລະກິດເຂົ້າຮ່ວມວາງສະແດງສິນຄ້າດີເດັ່ນ, ລາງວັນປະສິດທິພາບເສດຖະກິດ ແລະ ການຄ້າ ດີເດັ່ນ, ຜູ້ຈັດຕັ້ງອຸດສາຫະກຳດີເດັ່ນ, ລາງວັນການອອກແບບຜະລິດຕະພັນດີເດັ່ນ (ບໍລິສັດ ມີລີອອກແບບ ແລະ ຕົບແຕ່ງເຟີນິເຈີພາຍໃນ), ລາງວັນຫຼຽນເງິນ ສຳລັບຮ້ານ ນາລີ ຫັດຖະກຳພື້ນເມືອງ ຜ້າໄໝ-ຜ້າຝ້າຍ ແລະ ລາງວັນສິນຄ້າທີ່ໄດ້ຮັບຄວາມນິຍົມ ໂດຍ ກຸ່ມ ບໍລິສັດ ດາວເຮືອງ (ກາເຟດາວ).
ການເຂົ້າຮ່ວມພິທີເປີດງານວາງສະແດງ ຈີນ-ອາຊຽນ ຂອງການນຳຂັ້ນສູງຂອງ ສປປ ລາວ ໃນເວທີດັ່ງກ່າວແມ່ນສາມາດຍາດໄດ້ບົດບາດທາງດ້ານການເມືອງ ແລະ ການພົວພັນຮ່ວມມືແບບຮອບດ້ານກັບບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ, ເຊິ່ງຝ່າຍຈີນໄດ້ຕີລາຄາສູງຕໍ່ການສົ່ງຄະນະຜູ້ແທນຂັ້ນສູງຂອງລາວເຂົ້າຮ່ວມງານວາງ ສະແດງຄັ້ງນີ້; ການໂຄສະນາຮ້ານວາງສະແດງແຫ່ງຊາດລາວໃນງານ ຖືເປັນໂອກາດອັນດີໃນການແລກປ່ຽນຂໍ້ມູນຂ່າວສານ, ສົ່ງເສີມການທ່ອງທ່ຽວ ແລະ ການຮ່ວມມືໃນດ້ານການຄ້າ-ການລົງທຶນ ລະຫວ່າງ ປະເທດອາຊຽນ ແລະ ສປ ຈີນ; ການເຂົ້າຮ່ວມ ແລະ ຈັດກອງປະຊຸມຂອງຄະນະວິຊາການຂອງລາວ ຖືໄດ້ວ່າເປັນໂອກາດອັນດີໃນການໂຄສະນາ, ສ້າງສາຍພົວພັນ ແລະ ເຄື່ອຂ່າຍ ພ້ອມທັງເປັນການແລກປ່ຽນບົດຮຽນໃນການພັດທະນາໃນລະດັບອາຊຽນ ແລະ ຈີນ, ໂດຍສະເພາະແມ່ນວຽກງານດຶງດູດການລົງທຶນຂອງບັນດາປະເທດອາຊຽນ. ຄຽງຄູ່ກັນນີ້ກໍ່ຍັງເປັນການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ເປັນທີ່ຮູ້ຈັກຂອງອາຊຽນ ແລະ ຈີນ. ງານວາງສະແດງ ຈີນ-ອາຊຽນ ຍັງເປັນເວທີໃຫ້ ສປປ ລາວ ສືບຕໍ່ດຶງດູດນັກລົງທຶນຈາກບັນດາປະເທດອາຊຽນ ກໍ່ຄື ສປ ຈີນ ໃຫ້ເຂົ້າມາລົງທຶນໃນດ້ານຕ່າງໆຢູ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂື້ນ.
ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ມີຄຳເຫັນຕໍ່ທີ່ປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ປະກອບສວ່ນເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ – ອາຊຽນ ຄັ້ງທີ 21 ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນຈັດຕັ້ງເຜີຍແຜ່ບົດຮຽນຜົນສຳເລັດຄັ້ງນີ້ໃຫ້ທົ່ວເຖິງ ສະແດງເຖິງຄວາມເອກອ້າງຖະນົງໃຈຂອງຊາວແຂວງຫົວພັນ.