ກອງປະຊຸມ ເຜີຍແຜ່ກ່ຽວກັບການຍົກລະດັບຄຸນນະພາບສິນຄ້າ ຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການນຳສິນຄ້າເຂົ້າມາວາງຈຳໜ່າຍໃນຮ້ານຄ້າ 7-Eleven Laos ຄັ້ງທີ 1 ປີ 2025

ໃນວັນທີ 27 ມີນາ 2025 ຢູ່ ຫ້ອງປະຊຸມຊັ້ນ 1 ກະຊວງ ອຄ, ກົມການຄ້າພາຍໃນ ແລະ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຮ່ວມກັບ ບໍລິສັດ CP All Laos ຈຳກັດ (ບໍລິສັດ 7 – Eleven Laos) ໄດ້ຈັດ “ກອງປະຊຸມເຜີຍ​ແຜ່​ກ່ຽວກັບການຍົກລະດັບຄຸນ​ນະ​ພາບສິນຄ້າ ຂອງ ສປປ ລາວ ເພື່ອພັດທະນາ​ຜູ້​ປະ​ກອບ​ການ ແລະ ຄູ່ຮ່ວມທຸລະກິດ ໃນ​ການ​ນຳ​ສິນ​ຄ້າເຂົ້າ​ມາວາງຈຳໜ່າຍໃນຮ້ານຄ້າ 7-Eleven Laos ຄັ້ງທີ 1 ປີ 2025” ຂື້ນ, ພາຍໃຕ້ການເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ແລະ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອຳນວຍການບໍລິສັດ CP All Laos ຈຳກັດ, ພ້ອມກັນນັ້ນ ກໍ່ມີບັນດາ ທ່ານ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ອຳນວຍການ ແລະ ວິຊາການ ຈາກບັນດາກົມອອ້ມຂ້າງກະຊວງ ອຄ, ກະຊວງສາທາລະນະສຸກ, ກະຊວງ ກປ, ພະແນກ ອຄ ນະຄອນຫຼວງ, ບໍລິສັດ CP All Laos ຈຳກັດ (7-Eleven Laos), ສຄອຊ, ສະມາຄົມ ແລະ ຜູ້ປະກອບການທຸລະກິດ (ໂອດອບ, ຫັດຖະກຳ ແລະ ສິນຄ້າທ່າແຮງ) ເຂົ້າຮ່ວມທັງໝົດ 100 ກວ່າທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຂໍ້ຕົກລົງ 1919/ອຄ (ກຸ່ມວຽກມາດຕະການທີ 4 ການສົ່ງເສີມການຜະລິດສິນຄ້າ ແລະ ກຸ່ມວຽກມາດຕະການທີ 5 ການສົ່ງເສີມການຊົມໃຊ້ສິນຄ້າພາຍໃນ) ເພື່ອແກ້ໄຂບັນຫາເຄັ່ງຮອ້ນຂອງລັດຖະບານ. ກອງປະຊຸມໃນຄັ້ງນີ້ ບໍ່ພຽງແຕ່ເຜີຍແຜ່ຍົກລະດັບຄວາມຮູ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການຜະລິດ, ແຕ່ຍັງເປັນການສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຜູ້ປະກອບການຜະລິດສິນຄ້າພາຍໃນ ສປປ ລາວ ໄດ້ມີໂອກາດພົບປະແລກປ່ຽນ ກັບ ບໍລິສັດ 7-Eleven ຊື່ງເປັນຕະຫຼາດໃຫ່ຍ ເພື່ອກ້າວໄປສູ່ການຮ່ວມມືໃນອະນາຄົດ.

ກອງປະຊຸມ ໄດ້ເຜີຍແຜ່ ກ່ຽວກັບ ນະໂຍບາຍ ແລະ ຂໍ້ກຳນົດເງື່ອນໄຂ ເຂົ້າຈຳໜ່າຍໃນຕະຫຼາດ 7-Eleven, ການຍົກລະດັບຄຸນນະພາບສິນຄ້າ, ການໃຫ້ຄວາມຮູ້ກ່ຽວກັບຂະບວນການຜະລິດອາຫານທີ່ດີ (GMP), ການຂຽນ Flow Diagram (ແຜນຜັງຂະບວນການ) ແລະ ແລກປ່ຽນບົດຮຽນ ກັບ ນັກວິທະຍາກອນ, ຜູ້ປະກອບການ SME ທີ່ປະສົບຜົນສຳເລັດຂອງໄທ ແລະ ລາວ ເພື່ອສ້າງແຮງບັນດານໃຈໃຫ້ຜູ້ປະກອບການຜະລິດສິນຄ້າພາຍໃນ.

ໃນຕອນທ້າຍຂອງກອງປະຊຸມ, ປະທານໄດ້ສະຫຼຸບສັງລວມ ແລະ ກ່າວສະແດງຄວາມຂອບໃຈມາຍັງ ບໍລິສັດ CP All Laos ຈຳກັດ (ບໍລິສັດ 7 – Eleven Laos) ທີ່ໄດ້ໃຫ້ການສະໜັບສະໜູນ ສຳລັບຈັດກອງປະຊຸມໃນຄັ້ງນີ້, ພ້ອມທັງໄດ້ສະເໜີມາຍັງຜູ້ປະກອບການຈົ່ງຄົ້ນຄວ້າຮຳ່ຮຽນ, ແລກປ່ຽນຖອດຖອນບົດຮຽນ  ເພື່ອນຳໄປປັບປຸງພັດທະນາ ຍົກລະດັບຄຸນນະພາບສິນຄ້າໃຫ້ດີຂື້ນ, ສາມາດກ້າວໄປສູ່ການຜະລິດສະໜອງພາຍໃນ ແລະ ກ້າວໄປສູ່ການສົ່ງອອກ ໃນອະນາຄົດ.