ໃນຕອນບ່າຍຂອງວັນທີ 21 ມີນາ 2025 ເວລາ 16:00ໂມງ, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ໄດ້ຈັດພິທີເປີດງານວາງສະແດງ ວຽງຈັນ ອີໂຄມໍເຕີ ເອັກສໂປ 2025 “Vientiane Eco Motor EXPO 2025 “ ເຊິ່ງຈັດຂຶ້ນ ພາຍໃຕ້ແນວຄິດ ການສົ່ງເສີມ ແລະ ໂຄສະນາການນໍາໃຊ້ລົດໄຟຟ້າ ເທັກໂນໂລຊີ ນະວັດຕະກຳລົດ ກ້າວສູ່ອະນາຄົດ ເຊິ່ງຖືເປັນການຈັດງານວາງສະແດງລົດ ທີ່ຕັ້ງໃຈໃນການ ສົ່ງເສີມການນຳໃຊ້ ລົດໄຟຟ້າ ເປັນຄັ້ງທໍາອິດ ໃນລະຫວ່າງວັນທີ 22-30 ມີນາ 2025 ທີ່ ສູນການຄ້າລາວ-ໄອເຕັກ, ພ້ອມທັງ ເປັນການສະເຫຼີມສະຫຼອງ 3 ວັນປະຫວັດສາດສຳຄັນຂອງຊາດ ຄື: ຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2025), ວັນສະຖາປະນາ ສປປ ລາວ (2 ທັນວາ 1975) ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ, ໃຫ້ກຽດເປັນປະທານເປີດງານຕັດແຖບຜ້າໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈັນສະຫມອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ທ່ານ ປອ ຄໍາແສນ ສີສະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ສຸພາວັນ ຂັນແກ້ວ ຮອງຜູ້ອຳນວຍການ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດ ຜູ້ດຽວ ແລະ ທ່ານ ນາງ ນິດຖາພອນ ໝື່ນປານທະວົງ ຜູ້ຈັດການທົ່ວໄປ ບໍລິສັດ ລາວເວີນມະຫາຊົນ. ນອກນີ້ຍັງມີ ຕາງໜ້າຫົວໜ້າກົມ/ຮອງຫົວໜ້າກົມ ຈາກພາກສ່ວນທີ່ກ່ຽວຂ້ອງກະຊວງອ້ອມຂ້າງ, ພະນັກງານພາກລັດ, ພາກເອກະຊົນ ຫົວໜ່ວຍທຸລະກິດ ນັກຂ່າວສື່ມວນຊົນເຂົ້າຮ່ວມງານໃນຄັ້ງນີ້.
ຈຸດປະສົງຂອງການຈັດງານ Vientiane Eco Motor EXPO 2025 ແມ່ນເປັນຄັ້ງທຳອິດ ໃນການສົ່ງເສີມ ແລະ ໂຄສະນາການນໍາໃຊ້ລົດ ທີ່ຜະລິດອອກມາໃໝ່, ມີຄວາມທັນສະໄໝ ທີ່ເປັນລະບົບໄຟຟ້າ ເປັນຫລັກ ເພື່ອຈັດຕັ້ງປະຕິບັດຕາມນະໂຍບາຍສົ່ງເສີມຂອງລັດຖະບານ ໃຫ້ຫັນມານຳໃຊ້ລົດໄຟຟ້າຫລາຍຂຶ້ນ. ພ້ອມດຽວກັນນີ້, ກໍໄດ້ຈັດໃຫ້ມີຫ້ອງວາງສະແດງສຳລັບສິນຄ້າທ່າແຮງ, ສິນຄ້າໂອດອບ ແລະ ສິນຄ້າຫັດຖະກຳ ຂອງລາວຈຳນວນໜຶ່ງ, ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນຂອງລາວ ປຸກລະດົມໃຫ້ຫັນມາຊົມໃຊ້ສິນຄ້າລາວ ໃຫ້ນັບມື້ນັບຫລາຍຂຶ້ນ.
ໃນພິທີເປີດງານວາງສະແດງດັ່ງກ່າວ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ກ່າວວ່າ: ງານວາງສະແດງສິນຄ້າ ປະເພດລົດຍົນ ເປັນການຊຸກຍູ້ ສ້າງໂອກາດໃຫ້ກັບ ບັນດາບໍລິສັດຈຳໜ່າຍລົດ ໄດ້ມານຳສະເໜີໃຫ້ເຫັນ ຄຸນນະພາບຂອງລົດລຸ້ນຕ່າງໆ, ໃຫ້ຂໍ້ມູນການນຳໃຊ້ທີ່ເໝາະສົມກັບຄວາມຕ້ອງການ ໂດຍສະເພາະ ໂຄສະນາສົ່ງເສີມການຂາຍ ໃນເງື່ອນໄຂທີ່ຜູ້ຊົມໃຊ້ເພິ່ງພໍໃຈ, ທັງເປັນການສ້າງບັນຍາກາດ ການຊື້-ຂາຍ ຢູ່ຕະຫຼາດພາຍໃນ ໃຫ້ມີຄວາມຟົດຟື້ນ. ປັດຈຸບັນ ອຸດສາຫະກຳລົດຍົນ ໄດ້ມີວິວັດທະນາການ ແລະ ພັດທະນາໃນແຕ່ລະໄລຍະ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສາມາດຮອງຮັບຄວາມຕ້ອງການຂອງຜູ້ຊົມໃຊ້ ກໍຄືຕອບສະໜອງຄວາມຕ້ອງການຂອງຕະຫຼາດ ນັບມື້ຍິ່ງມີຄວາມທັນສະໄໝ ມີຫຼາກຫຼາຍສິ່ງອຳນວຍຄວາມສະດວກ, ມີທັງການປະຫຍັດນໍ້າມັນ, ການນຳໃຊ້ໄຟຟ້າ, ການປະສົມປະສານລະຫວ່າງການນຳໃຊ້ນໍ້າມັນແລະ ໄຟຟ້າ, ກ້າວໄປເຖິງ ການນຳໃຊ້ພະລັງງານໄຮໂດຣເຈນ ແລະ ແສງຕາເວັນ ໃນອະນາຄົດ.
ທ່ານ ສຸພາວັນ ຂັນແກ້ວ ຮອງອຳນວຍການ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ກ່າວວ່າ: ເພື່ອເປັນການສົ່ງເສີມການຂາຍ ແລະ ໂຄສະນາການນໍາໃຊ້ລົດທີ່ມີການຜະລິດອອກມາໃໝ່, ມີຄວາມທັນສະໄໝ ທີ່ເປັນລະບົບໄຟຟ້າ ແລະ ລວບລວມເອົາທຸກພາກສ່ວນທີ່ຕິດພັນກັບອຸດສາຫະກໍາລົດເຂົ້າມາໂຄສະນາ ເຊິ່ງເນັ້ນໃສ່ປະເພດລົດໄຟຟ້າເປັນຫລັກ ຕາມທີ່ນະໂຍບາຍສົ່ງເສີມຂອງລັດຖະບານໃຫ້ຫັນມານຳໃຊ້ລົດໄຟຟ້າໃຫ້ຫລາຍຂຶ້ນ ເຊິ່ງກໍ່ມີທັງ ຄຸນນະພາບ ມາດຕະຖານ ແລະ ລາຄາທີ່ແຕກຕ່າງກັນໄປ ຍ້ອນແນວນັ້ນຈຶ່ງກໍ່ໃຫ້ເກີດ ມີຄວາມຄິດ ທີ່ຈະໃຫ້ຂໍ້ມູນຜູ້ຊົມໃຊ້ ສາມາດປຽບທຽບຂໍ້ມູນຕ່າງໆ ຂອງລົດແຕ່ລະລຸ້ນ, ແຕ່ລະຍີ້ຫໍ້ ໄດ້ຢ່າງທົ່ວເຖິງ ບັນດາຜູ້ຜະລິດ ແລະ ຕົວແທນຈຳໜ່າຍ ກໍ່ບໍ່ສາມາດນໍາສະເໜີຜະລິດຕະພັນ, ສິນຄ້າ ແລະ ການບໍລິການ, ການຕະຫຼາດ, ການໂຄສະນາຂອງຕົນ ໄປສູ່ກຸ່ມລູກຄ້າເປົ້າໝາຍ ໄດ້ທົ່ວເຖິງເຊັ່ນດຽວກັນ. ໂດຍສະເພາະງານໃນຄັ້ງນີ້ ໄດ້ມີການໂຄສະນາ ຜ່ານທາງ ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດ, ຫຼາຍເພຈດັງໃນເຟສບຸກ ແລະ ເນັດໄອດໍ້ ທີ່ມີຊື່ສຽງ ເພື່ອມາສ້າງຄອນເທັນໂຄສະນາໃນງານ ແລະ ມີການຂຶ້ນໂຄສະນາຜ່ານຈໍ LED, ປ້າຍຂ້າມທາງ, ປ້າຍບິວບອດ, ໜັງສືພິມ ແລະ ສື່ໂຄສະນາອື່ນໆ.
ນອກນັ້ນ, ກິດຈະກຳພາຍໃນງານສຳລັບລູກຄ້າການວາງສະແດງລົດຍົນ ແລະ ຈໍາໜ່າຍສິນຄ້າຫຼາກຫຼາຍຄ້າຍລົດຫຼາຍກວ່າ 23 ຄ້າຍ ລວມຈຳນວນ 40 ຫ້ອງ; ພ້ອມທັງມີສິນຄ້າໂອດອບ, ສິນຄ້າທ່າແຮງ ແລະ ສິນຄ້າຫັດຖະກຳ ຂອງລາວ ຈຳນວນ 20 ຫ້ອງ, ລູກຄ້າທີ່ຈອງລົດພາຍໃນງານ 10 ຄັນທຳອິດ ຈະມີສິດພິເສດ ຕິດລາຍສະຕິກເກີ້ ແລະ ຕົບແຕ່ງລໍ້ແມັກ; ໃນແຕ່ລະມື້ ຈະມີການແຈກລາງວັນ ຫຼາຍກວ່າ 6 ຢ່າງ ໃນ 500 ຄັນທໍາອິດ ແລະ 30 ຄັນ ທຳອິດເຊັ່ນ: ນໍ້າຫອມລົດ, ນໍ້າຢາລ້າງລົດ, ບັດເຄືອແກ້ວລົດ ແລະ ອື່ນໆຫລາກຫລາຍ, ພ້ອມທັງມີການລຸ້ນລາງວັນ ລົດຈັກໄຟຟ້າ ຈຳນວນ 10 ຄັນ, ຕູ້ເຢັນ ຈຳນວນ 20 ໜ່ວຍ, ກະເປົາເດີນທາງຈຳນວນ 20 ໜ່ວຍ, ສໍາລັບຜູ້ເຂົ້າຮ່ວມຫລີ້ນກິດຈະກໍາ ພາຍໃນງານ ແລະ ທາງເພຈຈະໄດ້ຮັບ ຕຸກກະຕາ limited edition ສະເພາະງານ 1000 ຕົວ, ສາຍຫ້ອຍ limited edition ສະເພາະງານ 500 ຕົວ ອື່ນໆອີກຢ່າງຫຼວງຫຼາຍ. ພ້ອມດຽວກັນນີ້, ຍັງມີການປະກວດແຂ່ງຂັນເຕັ້ນ ອໍດີຊັ້ນ, ມີການແຂ່ງຟ້ອນ ຈາກບັນດາກຸ່ມນ້ອງໆນັກຮຽນທີ່ມີຄວາມສາມາດ; ມີໂປຣໂມຊັ້ນຈາກບັນດາຄ້າຍລົດພາຍໃນງານຢ່າງຫຼາກຫຼາຍໄວ້ຄອຍບໍລິການດຶງດູດເເຂກທີ່ເຂົ້າມາຮ່ວມພາຍໃນງານຂອງພວກເຮົາ ແລະ ທາງດ້ານນອກ ອາຄານຍັງມີ ການສະແດງຂອງ ສິລະປິນ ທັງພາຍໃນ ແລະ ເພື່ອນບ້ານ ທີ່ຈະມາມອບສຽງເພັງມ່ວນໆ ເພື່ອສ້າງສີສັນໃນງານຂອງພວກເຮົາອີກດ້ວຍ.