ພິທີເປີດງານ ວາງສະແດງມໍເຕີ ແຟຣ 2025 ທີ່ ສູນການຄ້າ ນາກາມໍ (ພາກຊັນ)

ໃນຕອນບ່າຍຂອງວັນທີ 10 ກຸມພາ 2025 ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ວິສາຫະກິດສ່ວນບຸກຄົນ ສ້າງສັນ ອີເວັ້ນອໍກະໄນເຊີ ໄດ້ຈັດງານ ວາງສະແດງລົດຍົນ (Motor Fair 2025) ຄັ້ງທີ I ທີ່ NAGA MALL (PARKSON) ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ເປີດງານ ໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນິດຕາ ຂັດຕິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ທ່ານ ນາງ ວົງຈັນ ບົວແພງ ປະທານ ບໍລິສັດສ້າງສັນ ອິເວັ້ນ ອໍກະໄນເຊີ, ທ່ານ ນາງ ກີ່ງດາວ ສີຫາປັນຍາ ຫຸ້ນສ່ວນບໍລິສັດ ສ້າງສັນ ແລະ ທ່ານ ຫວາງ ຊືປໍ ຜູ້ອໍານວຍການພະແນກ ການຕະຫຼາດ ພາກຊັນ ນອກນັ້ນ, ຍັງມີ ຫົວໜ້າກົມ/ຮອງຫົວໜ້າກົມ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ຈາກກົມກອງ/ນະຄອນຫຼວງວຽຈັນ, ພະນັກງານພາກລັດ ແລະ ເອກະຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ບັນດາຄ້າຍລົດຕ່າງໆເຂົ້າຮ່ວມ.

ຈຸດປະສົງ: ເພື່ອສ້າງກິດຈະກໍາໃນການສົ່ງເສີມການຂາຍຢູ່ຕະຫຼາດພາຍໃນໃຫ້ເຂັ້ມແຂງດີຂຶ້ນຕາມລໍາດັບ; ເປັນການກະຕຸ້ນເສດຖະກິດການແຂ່ງຂັນທາງດ້ານການຄ້າ, ເຮັດໃຫ້ເສດຖະກິດຂອງຊາດມີການໝູນວຽນ, ການຄ້າ ແລະ ການລົງທຶນມີການພັດທະນາ; ເພື່ອເປັນອີກໜຶ່ງທາງເລືອກໃຫ້ກັບຜູ້ຊົມໃຊ້ ສ້າງໂອກາດໃນການເຮັດທຸລະກິດຮ່ວມກັບພາກເອກະຊົນ ແລະ ສົ່ງເສີມບັນດາຫົວໜ່ວຍທຸລະກິດພາຍໃນປະເທດ.

ໃນພິທີເປີດງານດັ່ງກ່າວ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າ ສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ກ່າວວ່າ: ອຸດສາຫະກຳລົດຍົນ ໄດ້ມີວິວັດທະນາການ ແລະ ພັດທະນາໃນແຕ່ລະໄລຍະ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສາມາດຮອງຮັບຄວາມຕ້ອງການຂອງຜູ້ຊົມໃຊ້ ລົດຍົນ ຖືເປັນສີນຄ້າມີມູນຄ່າສູງ ແລະ ທັງເປັນສິ່ງຈຳເປັນໃນລະບົບເສດຖະກິດ, ກິດຈະວັດປະຈໍາວັນ, ການເດີນທາງ, ຜູ້ຊົມໃຊ້ ກ່ອນຈະຕັດສິນໃຈເລືອກ ໃຫ້ມີການສຶກສາຂໍ້ມູນໃຫ້ລະອຽດ ເຊິ່ງພາຍໃນງານຂອງພວກເຮົາ ທາງຄະນະຈັດງານ ກໍສາມາດໃຫ້ບໍລິການຄຳປຶກສາແນະນຳຫາກຕ້ອງການຄວາມຊ່ວຍເຫຼືອ. ງານວາງສະແດງ ມໍເຕີ ແຟຣ 2025 ເຖິງຈະເປັນການຈັດງານຄັ້ງທີ 1 ແຕ່ທາງບໍລິສັດຜູ້ຈັດງານ ຖືໄດ້ວ່າມີປະສົບການ ແລະ ມີທີມງານທີ່ມີຄວາມຊຳນານງານ ພ້ອມນີ້ ກໍສາມາດຍາດແຍ່ງ ບັນດາບໍລິສັດຕົວແທນຈໍາໜ່າຍລົດ ເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນ ຢ່າງຄັບຄາໜາແໜ້ນ. ພ້ອມດຽວກັນນີ້, ພາຍໃນງານກໍມີສິນຄ້າໂອດ໊ອບ ຂອງລາວ ມາເຂົ້າຮ່ວມໃນງານ ໄດ້ຈັດໃຫ້ມີຫ້ອງວາງສະແດງສໍາລັບສິນຄ້າທ່າແຮງ ແລະ ຈຳນວນໜຶ່ງ, ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນຂອງລາວ ປຸກລະດົມໃຫ້ຫັນມາຊົມໃຊ້ສິນຄ້າລາວໃຫ້ນັບມື້ນັບຂຶ້ນຫຼາຍຂຶ້ນ.

ທ່ານ ນາງ ວົງຈັນ ບົວແພງ ປະທານ ບໍລິສັດສ້າງສັນ ອີເວັ້ນ ອໍກະໄນເຊີ ກ່າວວ່າ: ງານວາງສະແດງລົດຍົນ (Motor Fair 2025) ວ່າ: ງານດັ່ງກ່າວໄດ້ຈັດຂື້ນ ເພື່ອເປັນການສົ່ງເສີມການຂາຍ ແລະ ໂຄສະນາການຂາຍ, ການນໍາໃຊ້ລົດ, ທີ່ມີການຜະລິດອອກມາໃໝ່ມີຄວາມທັນສະໄໝ ແທດເໝາະນຳເສດຖະກິດແບບປະຢັດນໍ້າມັນລະບົບໄຟຟ້າ ໃນຫຼາຍຮູບແບບ ແລະ ລວບລວມເອົາທຸກພາກສ່ວນທີ່ຕິດພັນກັບອຸດສະຫະກຳລົດເຂົ້າມາ ເພື່ອເປັນທາງເລືອກໃຫ້ແກ່ຜູ້ບໍລິໂພກໄດ້ຊົມໃຊ້ສຳພັດຮູບແບບໃໝ່ ໂດຍຈະລວບລວມຄ້າຍລົດ, ປະກັນໄພ, ສິນເຊື່ອ ແລະ ອື່ນໆ ເຊິ່ງຈະມີຈຳນວນ 15-20 ບໍລິສັດ ເຂົ້າຮ່ວມການຈັດງານຄັ້ງນີ້ ແລະ ເປັນການສ້າງໂອກາດໃຫ້ບັນດາ ບໍລິສັດຫ້າງຮ້ານໄດ້ມີການໂຄສະນາ ແລະ ຊື້-ຂາຍ ລົດ ອື່ນໆ ສ້າງທາງເລືອກໃຫ້ຜູ້ຊົມໃຊ້ໄດ້ຕັດສິນໃຈຊື້ໃນລາຄາທີ່ເໝາະສົມ. ໃນງານດັ່ງກ່າວກໍຍັງເປັນການສ້າງບັນຍາ ກາດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຜະລິດຕະພັນລົດຍົນ Motor fair 2025.

ຄາດວ່າຜູ້ເຂົ້າຮ່ວມງານແມ່ນຈະແມ່ນຈະໄດ້ຍອດຂາຍຕາມເປົ້າໝາຍທີ່ວາງໄວ້ ຄາດວ່າຜູ້ເຂົ້າທ່ຽວຊົມງານປະມານ 1000 ຄົນຕໍ່ມື້ ປະເພດສິນຄ້າທີ່ນຳມາວາງສະແດງ ປະເພດ ລົດໄຟຟ້າ EV, ລົດທີ່ປະຢັດນໍ້າມັນ, ປະເພດ ລົດຈັກ ໄຟຟ້າ,  ເຄື່ອງຕົກແຕ່ງ ລົດ,  ອຸປະກອນເສີມ ລົດ, ບໍລິສັດປະກັນໄພ, ບໍລິສັດສິນເຊື່ອ, ທະນາຄານ ເຊິ່ງ ບັນດາຄ້າຍລົດທີ່ເຂົ້!ຮ່ວມແມ່ນມາຈາກຄ້າຍ FORD, LAND ROVER, MAHINDRA, KAIYI, JAC EV, SOKDEE EV CENTER, RH AUTO LAO, GEELY ແລະ BB AUTO.

ງານວາງສະແດງລົດຍົນ (Motor Fair 2025) ຄັ້ງທີນີ້ ຈັດຂຶ້ນໃນລະຫວ່າງວັນທີ 8-16 ກຸມພາ 2025 ທີ່ NAGA MALL (PARKSON) ນະຄອນຫຼວງວຽງຈັນ.