ພິທີເປີດ ງານວາງສະແດງ ວຽງຈັນ ມໍເຕີເຊວ ເອັກສໂປ 2024 ຄັ້ງທີ 2

ໃນຕອນບ່າຍຂອງວັນທີ 29 ພະຈິກ 2024 ເວລາ 16:00ໂມງ ກົມ​ສົ່ງ​ເສີມການ​ຄ້າ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ​ບໍລິ​ສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ  ໄດ້ຈັດພິທີເປີດງານວາງສະແດງ ວຽງຈັນ ມໍເຕີເຊວ ເອັກສໂປ 2024 ເຊິ່ງຈັດຂື້ນເປັນ ຄັ້ງທີ 2 ພາຍໃຕ້ແນວຄິດ ເທັກໂນໂລຊີ ນະວັດຕະກຳລົດ ກ້າວສູ່ອະນາຄົດ ໃນລະຫວ່າງວັນທີ 30 ພະຈິກ – 08 ທັນວາ 2024  ທີ່ ສູນການຄ້າລາວ-ໄອເຕັກ ໃຫ້ກຽດການເປັນປະທານເປີດງານຕັດແຖບຜ້າໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ ພານະລິນ ສຸວັນນະວົງ ຜູ້ອຳ​ນວຍ​ການ ​ບໍ​ລິ​ສັດ ອີລີເກັ້ນ ອີເວັ້ນ ຈຳກັດ ຜູ້ດຽວ ນອກນີ້ຍັງມີ ຕາງໜ້າຫົວໜ້າກົມ/ຮອງຫົວໜ້າກົມ ຈາກພາກສ່ວນທີ່ກ່ຽວຂ້ອງ, ກະຊວງອ້ອມຂ້າງ, ພະນັກງານພາກລັດ, ເອກະຊົນ ຫົວໜ່ວຍທຸລະກິດ ນັກຂ່າວສື່ມວນຊົນເຂົ້າຮ່ວມງານໃນຄັ້ງນີ້.

ຈຸດປະສົງ: ຂອງການຈັດງານໃນຄັ້ງນີ້ ເພື່ອເປັນການໂຄສະນາປະຊາສໍາພັນ ໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເປີດໂອກາດໃຫ້ທຸລະກິດ ອຸດສະຫະກໍາລົດຍົນພາຍໃນປະເທດ ໄດ້ເຜີຍແຜ່ຜະລິດຕະພັນຂອງຕົນສູ່ສັງຄົມ, ທັງເປັນການກະຕຸ້ນເສດຖະກິດ ລວມທັງຄວາມມຸ່ງຫວັງໃຫ້ຄວາມຮູ້ ກ່ຽວກັບນະວັດຕະກໍາໃໝ່ໆ ແລະ ສິ່ງປະດິດຕົບແຕ່ງລົດຍົນໃຫ້ແກ່ຜູ້ບໍລິໂພກ; ພ້ອມດຽວກັນນັ້ນກໍ່ເປັນການໃຫ້ໂອກາດໃຫ້ຜູ້ເຂົ້າຮ່ວມງານໄດ້ແລກປ່ຽນບົດຮຽນ, ແນະນໍາຄຸນນະພາບສິນຄ້າ ເຊີ່ງກັນ ແລະ ກັນ.

ໃນພິທີເປີດງານວາງສະແດງດັ່ງກ່າວ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ກ່າວວ່າ ການຈັດງານວາງສະແດງລົດຄັ້ງນີ້ ໄດ້ມີການວາງສະແດງກ່ຽວກັບລົດຫຼາຍປະເພດ, ທີ່ຕິດພັນກັບເຕັກໂນໂລຊີໃໝ່ໆ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສິນຄ້າປະເພດລົດຍີ່ຫໍ້ຕ່າງໆທີ່ມາຈາກຫລາກຫລາຍຄ້າຍລົດ ມີທັງໝົດ 55 ຫ້ອງ, 18 ຢີ່ຫໍ້ ເຊັ່ນ: ລົດໄຟຟ້າ, ລົດປະຢັດນ້ຳມັນ ໃນຍຸກປະຈຸບັນ ທີ່ເສດຖະກິດກຳລັງ ຢູ່ໃນພາວະວິກິດ ເພື່ອມາແກ້ໄຂ ແລະ ຊ່ວຍຜູ້ຂັບຂີ່, ຜູ້ຊົມໃຊ້ພາຍໃນ ກໍ່ຄືປະຊາຊົນລາວ ໄດ້ໃຊ້ລົດທີ່ເໝາະສົມກັບ ຄຸນນະພາບ ແລະ ລາຄາ, ພ້ອມດຽວກັນນີ້ ການຈັດງານດັ່ງກ່າວ ກໍ່ເປັນກົນໄກໜຶ່ງທີ່ທາງພາກລັດໃຫ້ຄວາມສຳຄັນໃນການສົ່ງເສີມການຄ້າເພື່ອກະຕຸ້ນເສດຖະກິດ, ດຶງດູດການຄ້າ ແລະ ການລົງທຶນຂອງນັກທຸລະກິດຂອງລາວ ແລະ ສາກົນ ໃຫ້ນັບມື້ເຂັ້ມແຂງຕາມຍຸກເຊື່ອມໂຍງກັບສາກົນ.

ກົມ ສຄຫ ສົ່ງເສີມໃຫ້ຫົວໜ່ວຍທຸລະກິດລາວມີຄວາມເຂັ້ມແຂງ ມີການພັດທະນາ ສາມາດແຂ່ງຂັນ ແລະ ​​ເຊື່ອມ​ໂຍງ​ກັບອາ​ຊຽນ, ນີ້ແມ່ນ​ກິດ​ຈະ​ກຳ​ໜຶ່ງ ​ທີ່​​ສ້າງ​​ໂອ​ກາດໃຫ້ກັບ​ພາກ​ທຸ​ລະ​ກິດ ​ໄດ້​ມີ​ການ​ແຂ່ງ​ຂັນດ້ານ​ການ​ຄ້າ – ການຂາຍ, ເປັນການສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ 2024 ແລະ  ເປັນການຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 49 ປີ. ພ້ອມນີ້ຍັງມີຫ້ອງວາງສະແດງສຳລັບສິນຄ້າທ່າແຮງ ແລະ ສິນຄ້າໂອດອບ ຂອງລາວ ມາຮ່ວມວາງສະແດງ ຈຳນວນ 21 ຫ້ອງ ແລະ ຫ້ອງວາງສະແດງຂອງກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຈຳນວນ 01 ຫ້ອງ, ປະເພດສິນຄ້າທ່າແຮງຂອງລາວ ທີ່ນຳມາວາງສະແດງ ປະເພດສິນຄ້າ ຫັດຖະກຳ, ເຄື່ອງນຸ່ງ, ເຄື່ອງດື່ມ, ອາຫານ ແລະ ຢາພື້ນເມືອງ, ເພື່ອເປັນການໂຄສະນາ ແລະ ຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນ ໂຄສະນາໃຫ້ຄົນລາວ ຫັນມາຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ນັບມື້ນັບຂື້ນຫລາຍຂຶ້ນ.

ພ້ອມດຽວກັນນັ້ນ ທ່ານ ພານະລິນ ສຸວັນນະວົງ ຜູ້ອຳ​ນວຍ​ການ ​ບໍ​ລິ​ສັດ ອີລີເກັ້ນ ອີເວັ້ນ ຈຳກັດ ຜູ້ດຽວ ກ່າວວ່າ ເພື່ອເປັນການສົ່ງເສີມການຂາຍ ບໍ່ວ່າຈະເປັນລົດທີ່ໃຊ້ພະລັງງານນໍ້າມັນ ແລະ ລົດທີ່ໃຊ້ພະລັງງານໄຟຟ້າ ເຊິ່ງກໍ່ມີທັງ ຄຸນນະພາບ ມາດຕະຖານ ແລະ ລາຄາທີ່ແຕກຕ່າງກັນໄປ ຍ້ອນແນວນັ້ນຈຶ່ງກໍ່ໃຫ້ເກີດ ມີຄວາມຄິດ ທີ່ຈະໃຫ້ຂໍ້ມູນຜູ້ຊົມໃຊ້ ສາມາດປຽບທຽບຂໍ້ມູນຕ່າງໆ ຂອງລົດແຕ່ລະລຸ້ນ, ແຕ່ລະຍີ້ຫໍ້ ໄດ້ຢ່າງທົ່ວເຖິງ ບັນດາຜູ້ຜະລິດ ແລະ ຕົວແທນຈຳໜ່າຍ ກໍ່ສາມາດນໍາສະເໜີຜະລິດຕະພັນ, ສິນຄ້າ ແລະ ການບໍລິການ ເຮັດການຕະຫລາດ, ການໂຄສະນາຂອງຕົນ ໄປສູ່ກຸ່ມລູກຄ້າເປົ້າໝາຍ ໄດ້ທົ່ວເຖິງເຊັ່ນດຽວກັນ.

          ກິດຈະກຳພາຍໃນງານສຳລັບລູກຄ້າທີ່ຈອງລົດພາຍໃນງານ ຈະມີສິດລົງທະບຽບເພື່ອຮັບຄູ່ປອງລຸ້ນໂຊກ ຮັບຂອງລາງວັນ ຈາກມາສຄອດ ປະຈຳງານ, ບໍ່ວ່າຈະເປັນ ເຄືອບແກ້ວຟຮີ 30 ຄັນ, ແຈກຟຮີລົດໄຟຟ້າ 3 ຄັນ, ແຈກ Smart TV 5 ໜ່ວຍ, ແຈກຟຮີຕູ້ເຢັນ 9 ໜ່ວຍ, ແຈກ ປຸມເປົ້າ 5,000 ໜ່ວຍ, ພວງກະແຈ 500 ອັນ  ພ້ອມຂອງລາງວັນອື່ນໆ ອີກຢ່າງຫຼວງຫຼາຍ. ມີງານປະກວດ Cosplay, ແຂ່ງຂັນເຕັ້ນ Concept ລົດຍົນ, ມີການເເຂ່ງເຕັ້ນໂຄເວີ້ ຈາກບັນດາກຸ່ມນ້ອງໆນັກຮຽນທີ່ມີຄວາມສາມາດ.  ຈັດປະກວດເດີນແບບ ຂອງນ້ອງນ້ອຍ ຕີມຮັກໂລກ ໂດຍນຳໃຊ້ລົດໄຟຟ້າ ຍັງມີຢັງມີໂປຣໂມຊັ້ນຈາກບັນດາຄ້າຍລົດພາຍໃນງານຢ່າງຫຼາກຫຼາຍໄວ້ຄອຍບໍລິການດຶງດູດເເຂກທີ່ເຂົ້າມາຮ່ວມພາຍໃນງານຂອງພວກເຮົາ. ນອກນັ້ນ ທາງບໍລິສັດ ຍັງລະດົມທືນ ຊ່ວຍເຫລືອ ຕ້ານໄພໜາວ ຂອງຊົນນະບົດຫ່າງໄກສອກລີກ. ພ້ອມດຽວກັນນັ້ນກໍ່ມີ ສິລະປິນ ທັງພາຍໃນ ແລະ ເພື່ອບ້ານ ທີ່ຈະມາມອບສຽງເພັງມ່ວນໆ ເພື່ອສ້າງສີສັນໃນງານຂອງພວກເຮົາອີກດ້ວຍ.

ພາຍໃນງານມີຫ້ອງວາງສະແດງສິນຄ້າໂອດອບ ແລະ ສິນຄ້າທ່າແຮງຂອງລາວ ເພື່ອໃຫ້ບັນດາທ່ານ ທີ່ສົນໃຈ ສາມາດທ່ຽວຊົມ ແລະ ຊື້ຜະລິດຕະພັນພາຍໃນຂອງລາວເຮົາ.