ແຈ້ງຂ່າວ ງານວາງສະແດງ ວຽງຈັນ ມໍເຕີເຊວ ເອັກສໂປ 2024 ຈັດຂຶ້ນໃນລະຫວ່າງວັນທີ 30 ພະຈິກ ຫາ 08 ທັນວາ 2024 ທີ່ ສູນການຄ້າລາວ-ໄອເຕັກ

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ຈັດງານວາງສະແດງ ວຽງຈັນ ມໍເຕີເຊວ ເອັກສໂປ 2024 ຈັດຂຶ້ນໃນລະຫວ່າງວັນທີ 30 ພະຈິກ ຫາ 08 ທັນວາ 2024 ທີ່ ສູນການຄ້າລາວ-ໄອເຕັກ

ການຈັດງານໃນຄັ້ງນີ້ມີຈຸດປະສົງເພື່ອເປັນການໂຄສະນາປະຊາສໍາພັນ ໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເປີດໂອກາດໃຫ້ທຸລະກິດ ອຸດສະຫະກໍາລົດພາຍໃນປະເທດ ໄດ້ເຜີຍແຜ່ຜະລິດຕະພັນຂອງຕົນສູ່ສັງຄົມ, ທັງເປັນການກະຕຸ້ນການພັດທະນາເສດຖະກິດ ລວມທັງໃຫ້ຄວາມຮູ້ ກ່ຽວກັບນະວັດຕະກໍາໃໝ່ໆ ແລະ ສິ່ງປະດິດຕົບແຕ່ງລົດໃຫ້ແກ່ຜູ້ບໍລິ ໂພກ; ພ້ອມດຽວກັນນັ້ນກໍ່ເປັນການໂອກາດໃຫ້ຜູ້ເຂົ້າຮ່ວມງານໄດ້ແລກປ່ຽນບົດຮຽນ, ແນະນໍາຄຸນນະພາບສິນຄ້າ ເຊີ່ງກັນ ແລະ ກັນ

ພື້ນທີ່ວາງສະແດງລົດ ວຽງຈັນ ມໍເຕີ້ເຊວ ເອັກສໂປ 2024, ຄັ້ງທີ 2  ແມ່ນໄດ້ຈັດສັນບູດຈໍານວນຫຼາຍກວ່າ 55 ບູດ, 18 ຍີ່ຫໍ້ ແລະ ເພື່ອໃຫ້ຜູ້ປະກອບການພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດ ເຂົ້າມາຮ່ວມງານວ່າງສະແດງໃນຄັ້ງນີ້. ປະເພດລົດທີ່ເຂົ້າຮ່ວມວາງສະແດງໃນຄັ້ງນີ້ປະກອບມີ: ລົດໄຟຟ້າ EV, ລົດທີ່ປະຢັດພະລັງງານນໍ້າມັນ, ອຸປະກອນປະດັບລົດ, ບັນດາເຄື່ອງຮັບໃຊ້ທີ່ຕິດພັນກັບພາຫະນະ, ສະຖາບັນການເງິນ ແລະ ທະນາຄານທຸລະກິດ, ມາຮອດປະຈຸບັນ ການລະດົມຫົວໜ່ວຍທຸລະກິດຄ້າຍລົດເຂົ້າຮ່ວມມີຫລາຍກວ່າ 45 ບູດ ກວມ 80 % ແລະ ທາງພື້ນທີ່ດ້ານນອກ ຍັງມີການວາງສະແດງ ຜະລິດຕະພັນໂອດອບ ແລະ ສິນຄ້າທ່າແຮງ ຂອງລາວ ມາວາງສະແດງຫລາຍກວ່າ 20 ບູດ ເພື່ອເປັນການໂຄສະນາ ແລະ ສົ່ງເສີມການຊົມໃຊ້ສິນຄ້າລາວ.

ກິດຈະກໍາພາຍໃນງານປະກອບມີ:

  • ເປີດໂຕສິນຄ້າໃຫມ່ຂອງຄ້າຍລົດຕ່າງໆ, ການສະແດງຂອງແຕ່ລະຄ້າຍລົດ ແລະ ຈຳໜ່າຍສິນຄ້າຫຼາກຫຼາຍຄ້າຍລົດ

  • ມີສິນຄ້າໂອດອບ ແລະ ສິນຄ້າທ່າແຮງຂອງລາວ; ປະເພດສິນຄ້າຫັດຖະກຳ, ເຄື່ອງໃຊ້ຄົວເຮືອນ, ອາຫານ ແລະ ເຄື່ອງດື່ມ
  • ສຳລັບລູກຄ້າທີ່ຈອງລົດພາຍໃນງານ ຈະມີສິດລົງທະບຽບ ເພື່ອຮັບຄູ່ປອງລຸ້ນໂຊກ ແຈກຂອງລາງ ວັນ ຈາກຄະນະຈັດງານ, ບໍ່ວ່າຈະເປັນ ເຄືອບແກ້ວຟຮີ 30 ຄັນ, ແຈກຟຮີລົດໄຟຟ້າ 3 ຄັນ, ແຈກ Smart TV 5 ໜ່ວຍ, ແຈກຟຮີຕູ້ເຢັນ 9 ໜ່ວຍ, ແຈກ ປຸມເປົ້າ 5,000 ໜ່ວຍ, ພວງກະແຈ 500 ອັນ ແລະ ຍັງມີ ບັດສົມມະນາຄຸນຕ່າງໆ ພ້ອມຂອງລາງວັນອື່ນໆ ອີກຢ່າງຫຼວງຫຼາຍ;

  • ຈະມີງານປະກວດ Cosplay, ແຂ່ງຂັນເຕັ້ນ Concept ລົດຍົນ, ຈັດປະກວດເດີນແບບ ຂອງນ້ອງນ້ອຍ ຕີມຮັກໂລກ ໂດຍນຳໃຊ້ລົດໄຟຟ້າ ຍັງມີຢັງມີໂປຣໂມຊັ້ນຈາກບັນ ດາຄ້າຍລົດພາຍໃນງານຢ່າງຫຼາກຫຼາຍໄວ້ຄອຍບໍລິການດຶງດູດເເຂກທີ່ເຂົ້າມາຮ່ວມພາຍໃນງານຂອງພວກເຮົາ

  • ເພື່ອໃຫ້ງານມີຄວາມ ຄືກຄື້ນ ແລະ ດຶງດູດ ຜູ້ມາທ່ຽວຊົມ ໄດ້ເຊີນສິນລະປິນນັກຮ້ອງທາງພາຍໃນ ແລະ ປະເທດເພື່ອນບ້ານ ມາສ້າງສີສັນ ແລະ ມາຫຼິ້ນເກມແຈກຂອງລາງວັນໃຫ້ກັບແຂກທີ່ເຂົ້າມາຮ່ວມຊົມງານທຸກໆມື້.

  • ນອກນັ້ນ ພາຍໃນງານ ທາງຄະນະຈັດງານຍັງມີກິດຈະກຳລະດົມທຶນຊ່ວຍເຫລືອ ຕ້ານໄພໜາວ ເພື່ອຊ່ວຍເຫລືອຜູ້ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫລີກ;