ໃນລະຫວ່າງ ວັນທີ 13 – 14 ພະຈິກ 2024 ຢູ່ ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ກະຊວງຍຸຕິທໍາ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງດຳລັດ ວ່າດ້ວຍ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂຶ້ນ, ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ກົງຈີ ຢາງຈື ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມກັນນັ້ນ ກໍ່ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຕາງໜ້າຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງຍຸຕິທຳ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 2 ທ່ານ.
ທ່ານປະທານໄດ້ກ່າວເປີດກອງປະຊຸມ ໂດຍຍົກໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນໃນການສ້າງຮ່າງດຳລັດ ພ້ອມທັງມີທິດຊີ້ນຳ ແລະ ຕັ້ງບັນຫາໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຄົ້ນຄວ້າປຶກສາຫາລື, ປະກອບຄຳເຫັນ. ຈາກນັ້ນ, ກອງປະຊຸມ ກໍ່ໄດ້ດຳເນີນການກວດກາເນື້ອໃນຢ່າງລະອຽດຮອບດ້ານ ເພື່ອເຮັດໃຫ້ຮ່າງດຳລັດມີເນື້ອໃນຄົບຖ້ວນສົມບູນ ຈະແຈ້ງ ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງ.
ຮ່າງດຳລັດ ວ່າດ້ວຍ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ມີທັງໝົດ 11 ໝວດ, 58 ມາດຕາ, ຊຶ່ງໄດ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ ສົ່ງເສີມ, ພັດທະນາ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ໃຫ້ເຕີບໃຫຍ່ເຂັ້ມແຂງ, ປົກປັກຮັກສາມູນເຊື້ອ, ວັດທະນະທຳ, ສີມື, ຄວາມເປັນເອກະລັກ ທີ່ໂດດເດັ່ນຂອງຜະລິດຕະພັນ, ສົ່ງເສີມຂະບວນການຜະລິດສິນຄ້າ ແລະ ການບໍລິການ ໃຫ້ມີຄວາມຫຼາກຫຼາຍ ພ້ອມທັງປົກປ້ອງສິດ ແລະ ຜົນປະໂຫຍດຂອງ ຜູ້ຜະລິດ, ຜູ້ຊົມໃຊ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ໃນຕອນທ້າຍຂອງກອງປະຊຸມ, ປະທານໄດ້ສະຫຼຸບສັງລວມ ແລະ ຊີ້ນຳໃຫ້ຄະນະຮັບຜິດຊອບ ຮີບຮ້ອນນໍາເອົາເນື້້ອໃນຮ່າງດຳລັດສະບັບນີ້ ໄປຮຽບຮຽງຄືນໃໝ່ໃຫ້ສຳເລັດ ເພື່ອໃຫ້ສາມາດສະເໜີຜ່ານໃນກອງປະຊຸມລັດຖະບານ ໃນທ້າຍເດືອນ ພະຈິກ 2024 ທີ່ຈະມາເຖິງນີ້.