ແຈ້ງໂຄສະນາຂ່າວ ການຈັດງານ ວາງສະແດງ ວຽງຈັນ ມໍເຕີເຊວ ເອັກສໂປ 2024

ໃນວັນທີ 06 ພະຈິກ 2024 ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ໄດ້ຈັດພິທີໂຄສະນາຂ່າວ ການຈັດງານ ວາງສະແດງ ວຽງຈັນ ມໍເຕີເຊວ ເອັກສໂປ 2024, ຊຶ່ງໄດ້ຮັບການມອບໝາຍຈາກກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການສະໜັບສະໜູນຈາກ ບໍລິສັດລາວເວີນ ມະຫາຊົນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຮອງຜູ້ອໍານວຍການໃຫຍ່ ຝ່າຍການຄ້າ ບໍລິສັດ ລາວເວີນ ມະຫາຊົນ, ທ່ານ ພານະລິນ ສຸວັນນະວົງ ຜູ້ອໍານວຍການ ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ນອກນັ້ນ, ຍັງມີ ຫົວໜ່ວຍທຸລະກິດ, ພະນັກງານຈາກພາກລັດ ແລະ ນັກຂ່າວສື່ມວນຊົນ ເຂົ້າຮ່ວມງານເປັນຈໍານວນຫຼວງຫຼາຍ.

ຈຸດປະສົງ: ຂອງການຈັດງານໃນຄັ້ງນີ້ ເພື່ອເປັນການໂຄສະນາປະຊາສໍາພັນ ໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເປີດໂອກາດໃຫ້ທຸລະກິດ ອຸດສະຫະກໍາລົດຍົນພາຍໃນປະເທດ ໄດ້ເຜີຍແຜ່ຜະລິດຕະພັນຂອງຕົນສູ່ສັງຄົມ, ທັງເປັນການກະຕຸ້ນການພັດທະນາເສດຖະກິດ ລວມທັງຄວາມມຸ່ງຫວັງໃຫ້ຄວາມຮູ້ ກ່ຽວກັບນະວັດຕະກໍາໃໝ່ໆ ແລະ ສິ່ງປະດິດຕົບແຕ່ງລົດຍົນໃຫ້ແກ່ຜູ້ບໍລິໂພກ; ພ້ອມດຽວກັນນັ້ນກໍ່ເປັນການໂອກາດໃຫ້ຜູ້ເຂົ້າຮ່ວມງານໄດ້ແລກປ່ຽນບົດຮຽນ, ແນະນໍາຄຸນນະພາບສິນຄ້າ ເຊີ່ງກັນ ແລະ ກັນ ທັງເປັນການກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານວາງສະແດງດັ່ງກ່າວ.

ທ່ານ ພານະລິນ ສຸວັນນະວົງ ຜູ້ອໍານວຍການ ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ໄດ້ກ່າວຄວາມຄືບໜ້າກ່ຽວກັບການກະກຽມຈັດງານວ່າ: ການກະກຽມພື້ນທີ່ວາງສະແດງລົດ ວຽງຈັນມໍເຕີ້ເຊວສ ເອັກສໂປ 2024, ຄັ້ງທີ 2  ແມ່ນເຮົາໄດ້ຈັດສັນບູດຈໍານວນຫຼາຍກວ່າ 55 ບູດ, 18 ຍີ່ຫໍ້ ແລະ ເພື່ອໃຫ້ຜູ້ປະກອບການພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດ ເຂົ້າມາຮ່ວມງານວ່າງສະແດງໃນຄັ້ງນີ້. ປະເພດລົດທີ່ເຂົ້າຮ່ວມວາງສະແດງໃນຄັ້ງນີ້ປະກອບມີ: ລົດໄຟຟ້າ EV, ລົດທີ່ປະຢັດພະລັງງານນໍ້າມັນ, ອຸປະກອນປະດັບລົດຍົນ, ບັນດາເຄື່ອງຮັບໃຊ້ທີ່ຕິດພັນກັບພາຫະນະ, ສະຖາບັນການເງິນ ແລະ ທະນາຄານທຸລະກິດ, ມາຮອດປະຈຸບັນ ການລະດົມຫົວໜ່ວຍທຸລະກິດຄ້າຍລົດເຂົ້າຮ່ວມມີຫລາຍກວ່າ 45 ບູດ ກວມ 80 % ແລະ ທາງພື້ນທີ່ດ້ານນອກ ຍັງມີການວາງສະແດງ ຜະລິດຕະພັນໂອດອບ ແລະ ສິນຄ້າທ່າແຮງ ຂອງລາວ ມາວາງສະແດງຫລາຍກວ່າ 20 ບູດ ເພື່ອເປັນການໂຄສະນາ ແລະ ສົ່ງເສີມການຊົມໃຊ້ສິນຄ້າລາວ.

ກິດຈະກໍາພາຍໃນງານປະກອບມີ:

  • ມີການວາງສະແດງ ແລະ ຈຳໜ່າຍສິນຄ້າຫຼາກຫຼາຍຄ້າຍລົດ, ສິນຄ້າໂອດອບ ແລະ ສິນຄ້າທ່າແຮງຂອງລາວ;
  • ສຳລັບລູກຄ້າທີ່ຈອງລົດພາຍໃນງານ ຈະມີສິດລົງທະບຽບ ເພື່ອຮັບຄູ່ປອງລຸ້ນໂຊກ ແຈກຂອງລາງ ວັນ ຈາກມາສຄອດ ປະຈຳງານ, ບໍ່ວ່າຈະເປັນ ເຄືອບແກ້ວຟຮີ 30 ຄັນ, ແຈກຟຮີລົດໄຟຟ້າ 3 ຄັນ, ແຈກ Smart TV 5 ໜ່ວຍ, ແຈກຟຮີຕູ້ເຢັນ 9 ໜ່ວຍ, ແຈກ ປຸມເປົ້າ 5,000 ໜ່ວຍ, ພວງກະແຈ 500 ອັນ ແລະ ຍັງມີ ບັດສົມມະນາຄຸນຕ່າງໆ ພ້ອມຂອງລາງວັນອື່ນໆ ອີກຢ່າງຫຼວງຫຼາຍ;
  • ສຳລັບ 5 ຄ້າຍລົດທີ່ຈອງກ່ອນ ຈະມີນາງສາວປະຈຳບູດລະ 2 ທ່ານ;
  • ຈະມີງານປະກວດ Cosplay, ແຂ່ງຂັນເຕັ້ນ Concept ລົດຍົນ, ຈັດປະກວດເດີນແບບ ຂອງນ້ອງນ້ອຍ ຕີມຮັກໂລກ ໂດຍນຳໃຊ້ລົດໄຟຟ້າ ຍັງມີຢັງມີໂປຣໂມຊັ້ນຈາກບັນດາຄ້າຍລົດພາຍໃນງານຢ່າງຫຼາກຫຼາຍໄວ້ຄອຍບໍລິການດຶງດູດເເຂກທີ່ເຂົ້າມາຮ່ວມພາຍໃນງານຂອງພວກເຮົາ;
  • ນອກນັ້ນ ພາຍໃນງານ ທາງບໍລິສັດ ພວກເຮົາຍັງລະດົມທຶນຊ່ວຍເຫລືອ ຕ້ານໄພໜາວ ຂອງຊົນນະບົດຫ່າງໄກສອກລີກ;
  • ເພື່ອໃຫ້ງານມີຄວາມ ຄືກຄືນ ແລະ ດຶງດູດ ຜູ້ມາທ່ຽວຊົມ ໄດ້ເຊີນສິນລະປິນນັກຮ້ອງທາງພາຍໃນ ແລະ ປະເທດເພື່ອນບ້ານ ມາສ້າງສີສັນ ແລະ ມາຫຼິ້ນເກມແຈກຂອງລາງວັນໃຫ້ກັບແຂກທີ່ເຂົ້າມາຮ່ວມຊົມງານທຸກໆມື້.

ຊຶ່ງວາງສະແດງ ວຽງຈັນ ມໍເຕີເຊວ ເອັກສໂປ 2024 ຈະຈັດຂຶ້ນໃນລະຫວ່າງວັນທີ 30 ພະຈິກ ຫາ 08 ທັນວາ 2024 ທີ່ ສູນການຄ້າລາວ-ໄອເຕັກ ຈະດໍາເນີນເປັນເວລາ 09 ວັນ ສະນັ້ນ, ທາງຄະນະຈັດງານ ຈຶ່ງຂໍຮຽນເຊີນມາຍັງບັນດາທ່ານເຂົ້າຮ່ວມ ແລະ ທ່ຽວຊົມງານວາງແດງລົດໃນຄັ້ງນີ້ດ້ວຍ.