ພິທີເປີດງານມະຫາຫໍາສີມືຫັດຖະກໍາລາວ ຄັ້ງວັນທີ 23 ປີ 2024

ໃນຕອນບ່າຍຂອງວັນທີ 28 ຕຸລາ 2024 ເວລາ 14:00 ໂມງ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກໍາລາວ ໄດ້ຈັດພິທີງານເປີດງານມະຫາຫໍາສີມືຫັດຖະກໍາລາວ ຄັ້ງວັນທີ 23 ປະຈໍາປີ 2024 ຂຶ້ນ ທີ່ ສູນການຄ້າລາວ-ໄອເຕັກ ໃຫ້ກຽດການເປັນປະທານເປີດງານຕັດແຖບຜ້າໂດຍ ທ່ານ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ນາລີ ສີສຸລິດ ປະທານທີ່ປຶກສາ ສະມາຄົມຫັດຖະກຳລາວ ແລະ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ນອກນີ້ຍັງມີ ຕາງໜ້າສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ, ຫົວໜ້າຫ້ອງການ, ຫົວໜ້າກົມ/ຮອງຫົວໜ້າກົມ ຈາກພາກສ່ວນທີ່ກ່ຽວຂ້ອງ, ກະຊວງອ້ອມຂ້າງ, ພະນັກງານພາກລັດ, ເອກະຊົນ ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມງານໃນຄັ້ງນີ້ ຈໍານວນ 200 ທ່ານ.

ຈຸດປະສົງຂອງການເປີດງານຄັ້ງນີ້: ເພື່ອວາງສະແດງສິນຄ້າຫັດຖະກໍາ ສະເຫຼີມສະຫຼອງ “ວັນຫັດຖະກໍາລາວ” ເພື່ອເປັນການຊຸກຍູ້-ສົ່ງເສີມການຜະລິດຫັດຖະກໍາ ໃຫ້ມີການພັດທະນາ ຄຽງຄູ່ໄປກັບການອະນຸລັກພູມປັນຍາທ້ອງຖິ່ນ; ພ້ອມທັງ ສົ່ງເສີມການນໍາໃຊ້ກາໝາຍຫັດຖະກໍາແຫ່ງຊາດ ໃຫ້ແກ່ຫົວໜ່ວຍທຸລະກິດ ນັບມື້ນັບມີຄວາມເຂັ້ມແຂງ ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ເຊື່ອມໂຍງມໍລະດົກຜ້າແຜພື້ນເມືອງອາຊຽນ”.

ງານມະຫາກຳສີມືຫັດຖະກຳລາວໃນຄັ້ງນີ້ ໃຊ້ໄລຍະເວລາ 9 ວັນ, ເລີ່ມແຕ່ວັນທີ 26 ຕຸລາ ຫາ ວັນທີ 3 ພະຈິກ 2024 ຊຶ່ງມີການວາງສະແດງ-ຂາຍສິນຄ້າຫັດຖະກຳ ຂອງຫຼາຍພາກສ່ວນຄື: ພາກສ່ວນ ແຜ່ນແພ (ຜ້າໄໝ ຜ້າຝ້າຍ), ພາກສ່ວນ ເຄື່ອງປະດັບ (ເງິນ ຄໍາ ແກ້ວປະເສີດ), ພາກສ່ວນ ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ) ພາກສ່ວນ ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນ ເຜົາ, ໄມ້ແກະສະຫຼັກ, ເຄື່ອງດົນຕີ ພື້ນເມືອງ ແລະ ອື່ນໆ) ນອກນັ້ນຍັງມີ ພາກສ່ວນ ເຟີນິເຈີ, ພາກສ່ວນ ອາຫານສໍາເລັດຮູບ ຢາພື້ນເມືອງ, ສະໝຸນໄພ ແລະ ອື່ນໆ, ລວມທັງໝົດ: 243 ຮ້ານ  ພາກສ່ວນຮ່ວມວາງສະແດງມີຊາວ ຊ່າງຫັດຖະກຳລາວ ຈາກ ບັນດາແຂວງຕ່າງໆ, ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ໂຄງການ USAID-CBI, Mottainai project,HABI: THE PHILIPPINE TEXTILE COUNCIL INC. ພ້ອມກັນນີ້ ພາຍໃນງານຍັງມີກິດຈະກຳສຳມະນາຫົວຂໍ້: ປັບປຸງເຕັກນິກການຕໍ່າຜ້າຝ້າຍ, ເຜີຍ ແຜ່ການນໍາໃຊ້ກາໝາຍຫັດຖະກຳ ແຫ່ງຊາດ ແລະ ຫົວຂໍ້: ສົ່ງເສີມການເຂົ້າເຖິງຕະຫຼາດເອີຣົບ (ໂຄງການ USAID-CBI) ແລະ ກິດຈະກຳປະກວດການແຂ່ງຂັນຜະລິດຕະພັນດີເດັ່ນ, ກິດຈະກຳສາທິດຂັ້ນຕອນການຜະລິດສິນ ຄ້າຫັດຖະກຳ, ການເດີນແບບອາພອນ ແລະ ອື່ນໆ.