ໃນຕອນບ່າຍ ຂອງວັນທີ 04 ຕຸລາ 2024 ທີ່ ຫ້ອງດໍາເນີນງານໂຄງການຊ່ວຍເຫລືອກໍ່ສ້າງລະບົບການຄ້າຜ່ານທາງເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກໍາລາວ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຮ່ວມກັບ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ໃນລະບົບແພລັດຟອມການຄ້າເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ ເຊິ່ງຮ່ວມລົງນາມ ໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ ສີສະຫວັນ ມ່າຢົງເຊິນ ປະທານ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ; ຮ່ວມເປັນສັກຂີພະຍານ ໂດຍ ຮອງຫົວໜ້າຫ້ອງການກະຊວງ ອຄ, ຮອງຫົວໜ້າກົມ ສຄຫ, ຫົວໜ້າພະແນກ/ຮອງພະແນກ, ວິຊາການ ຕາງໜ້າບໍລິສັດ ອ່ານຫຸ່ຍ ອີ້ຊ່າງ ເຕັກໂນໂລຊີ ດິຈີຕອນ ຈໍາກັດ, ຕາງໜ້າບໍລິສັດ ອາໂລ ເຕັກໂນໂລຊີ ຈໍາກັດ ແລະ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ ພ້ອມດຽວກັນນັ້ນ, ກໍ່ມີພະນັກງານກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຈໍານວນໜຶ່ງເຂົ້າຮ່ວມ. ນອນນັ້ນ, ຍັງມີສໍານັກຂ່າວສື່ມວນຊົນ ເຂົ້າຮ່ວມເປັນສັກຂີພະຍານ ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ດ້ວຍ ຈໍານວນຜູ້ເຂົ້າຮ່ວມທັງໝົດ 30 ທ່ານ.
ຈຸດປະສົງ: ຂອງການບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອການຮ່ວມມືຂອງການຈັດຕັ້ງປະຕິບັດວຽກງານ ດ້ານການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າໃນລະບົບແພລັດຟອມການຄ້າເອເລັກໂຕຣນິກສໍາລັບຜະລິດຕະພັນກະສິກໍາລາວໂດຍຜ່ານເວັບໄຊທ໌ www.laoproduct.com.la ແລະ www.laoproduct.com.cn ເຊິ່ງເປັນເວັບໄຊທ໌ຊື້-ຂາຍຜ່ານລະບົບອອນລາຍ.
ທິດທາງແຜນໃນຕໍ່ໜ້າ.
- ກົມສຄຫ ຈະຮ່ວມເຮັດວຽກກັບບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈໍາກັດ ໃນການບໍລິຫານຈຸດບໍລິການ E-commerce ຈໍານວນ 20 ຈຸດບໍລິການ ໃນ 13 ແຂວງ ເພື່ອເຮັດໃຫ້ຜູ້ຜະລິດ ສາມາດເຂົ້າເຖິງການບໍລິການ ແລະ ແຈ້ງສິນຄ້າທີ່ຕົນມີໃຫ້ກັບຈຸດບໍລິການ ເພື່ອຂະຫຍາຍໃນຂາຍສິນຄ້າໃນລະບົບເວັບໄຊທ໌.
- ຕິດຕາມລະບົບຂົນສົ່ງກັບ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈໍາກັດ ພາຍຫຼັງທີ່ໄດ້ສໍາເລັດການເຊື່ອມຕໍ່ລະບົບການຂົນສົ່ງ ສໍາລັບ Platform ພາຍໃນປະເທດ ແລະ ຂ້າມແດນ ທີ່ສາມາດຕິດຕາມລະບົບການຂົນສົ່ງສິນຄ້າໄດ້ຕາມສະພາບຈິງ (Real time).
- ສ້າງເງື່ອນໄຂອໍານວຍຄວາມສະດວກທາງດ້ານການຂົນສົ່ງສິນຄ້າຂ້າມແດນໃຫ້ແກ່ພາກທຸລະກິດຂອງລາວໄດ້ຢ່າງສະດວກ ແລະ ວ່ອງໄວ ພ້ອມທັງ ເພີ່ມຊ່ອງທາງໃນການເຂົ້າເຖິງຕະຫຼາດ ແລະ ສ້າງລະບົບເຄືອຂ່າຍການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນ.