ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ການນຳໃຊ້ລະບົບ Platform ການຄ້າທາງເອເລັກໂຕນິກ E-Commerce ໃຫ້ແກ່ພາກລັດ ແລະ ຫົວໜ່ວຍທຸລະກິດ ໃນລະຫວ່າງ ວັນທີ 11-12 ກັນຍາ 2024 ທີ່ ແຂວງຈໍາປາສັກ ພາຍໃຕ້ການເປັນປະທານໂດຍ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ ປອ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມປະກອບມີ ຕາງໜ້າຈາກ ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ຫົວໜ່ວຍທຸລະກິດ ທີ່ມີທ່າແຮງໃນດ້ານການສົ່ງອອກ ສິນຄ້າກະສິກໍາ, ກະສິກໍາ-ປຸງແຕ່ງ ແລະ ສິນຄ້າອື່ນໆພາຍໃນ 04 ແຂວງພາກໃຕ້ ແລະ ແຂວງສະຫວັນນະເຂດ. ນອກນັ້ນຍັງມີ ຄະນະພະແນກ, ຫົວໜ້າ/ຮອງຫົວໜ້າຂະແໜງສົ່ງເສີມວິສາຫະກິດ ແລະ ການຄ້າ, ວິຊາການ ຈາກພະແພກ ອຄ ແຂວງຈໍາປາສັກ, ພະນັກງານກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ຕາງໜ້າບໍລິສັດ ອ່ານຫຸ່ຍ ອີ້ຊ່າງ ເຕັກໂນໂລຊີ ດິຈີຕອນ ຈໍາກັດ, ຕາງໜ້າບໍລິສັດ ອາໂລ ເຕັກໂນໂລຊີ ຈໍາກັດ ແລະ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ ຜູ້ດຽວ ພ້ອມທັງນັກຂ່າວສື່ມວນຊົນຢູ່ໃນແຂວງຈໍາປາສັກ ເຂົ້າຮ່ວມລວມທັງໝົດ ຈໍານວນຫຼາຍກວ່າ 50 ທ່ານ.
ຈຸດປະສົງຂອງກອງປະຊຸມ:
- ເພື່ອໂຄສະນາເຜີຍແຜ່ລະບົບ Platform ຊື້-ຂາຍຜ່ານຊ່ອງທາງ E-commerce ໂດຍລະບົບເວັບໄຊທ໌ www.laoproduct.com.la ແລະ www.laoproduct.co.cn ໃຫ້ແກ່ພະນັກງານພາກລັດ ແລະ ຫົວໜ່ວຍທຸລະກິດຢູ່ຂັ້ນທ້ອງຖິ່ນ ແລະ ພະນັກງານຮັບຜິຊອບຈຸດບໍລິການ ຢູ່ໃນ 18 ແຂວງທົ່ວປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບົບເວັບໄຊທ໌ດັ່ງກ່າວ.
- ເພື່ອໃຫ້ຜູ້ປະກອບການໄດ້ເຂົ້າເຖິງຂໍ້ມູນຂ່າວສານຕ່າງໆເຊັ່ນ: ວິທີການສ້າງບັນຊີຜູ້ໃຊ້, ການເພີ່ມສິນຄ້າເຂົ້າໃນເວັບໄຊທ໌, ການຈັດການຄໍາສັ່ງຊື້, ການຊໍາລະເງິນ, ວິທີການຈັດສົ່ງສິນຄ້າ ແລະ ວິທີການຕິດຕາມຖານະການສັ່ງຊື້.
- ເພື່ອຊຸກຍູ້ສົ່ງເສີມສິນຄ້າ ຈາກ ສປປ ລາວ ສົ່ງອອກໄປຕະຫຼາດຕ່າງປະເທດ ໂດຍສະເພາະຕະຫຼາດ ສປ ຈີນໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍຜັນຂະຫຍາຍຂໍ້ກໍານົດເງື່ອນໄຂ, ນະໂຍບາຍກ່ຽວກັບການສົ່ງອອກສິນຄ້າລາວ ໄປ ຕະຫຼາດຕ່າງປະເທດ.
ໃນຕອນໜຶ່ງ ທ່ານ ຈັນສະໜອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ກ່າວວ່າ: ການຝຶກອົບຮົມເຜີຍແຜ່ໃນຄັ້ງນີ້ ທາງກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມເປັນ ຄັ້ງທີ III ຊຶ່ງຄັ້ງທີ I ຈັດຢູ່ ແຂວງອຸດົມໄຊ ມີ 06 ແຂວງພາກເໜືອເຂົ້າຮ່ວມ, ຄັ້ງທີ II ຈັດທີ ເມືອງວັງວຽງ, ແຂວງວຽງຈັນ ມີ 07 ແຂວງເຂົ້າຮ່ວມ ແລະ ຄັ້ງທີ III ຈັດທີ່ແຂວງຈໍາປາສັກ ມີ 05 ແຂວງເຂົ້າຮ່ວມ ພ້ອມດ້ວຍກັນນັ້ນ, ຂ້າພະເຈົ້າກໍ່ຫວັງວ່າກອງປະຊຸມເຜີຍດັ່ງກ່າວ ຈະກາຍເປັນບາດກ້າວ ແລະ ຊ່ອງທາງໜຶ່ງ ເພື່ອເພີ່ມການໂຄສະນາຜະລິດຕະພັນລາວຜ່ານທາງເວັບໄຊທ໌ ພ້ອມທັງຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການລາວຫັນມານໍາໃຊ້ຊ່ອງທາງການຊື້-ຂາຍທາງອອນລາຍໃຫ້ຫຼາຍຂຶ້ນ ແລະ ທັງເປັນການສົ່ງເສີມການສົ່ງອອກສິນຄ້າລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ລະບົບດັ່ງກ່າວຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບທຸລະກິດ ສາມາດຊື້-ຂາຍສິນຄ້າ ໄດ້ຕະຫຼອດເວລາ ໂດຍຜ່ານລະບົບ Platform E-commerce ທີ່ທັນສະໄຫມ, ພ້ອມທັງມີການຊໍາລະສະສາງຜ່ານລະບົບທະນາຄານທີ່ໜ້າເຊື່ອຖື ແລະ ລະບົບການຂົນສົ່ງທີ່ແນ່ນອນ.
ເນື້ອໃນຂອງກອງປະຊຸມ:
- ຂັ້ນຕອນການລົງທະບຽນເປັນຜູ້ສົ່ງອອກ ແລະ ການສົ່ງອອກສິນຄ້າ.
- ແນະນໍາລະບຽບການ, ເງື່ອນໄຂ ຂັ້ນຕອນການສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ ດ້ວຍ SPS ແລະ ເງື່ອນໄຂອື່ນໆ
- ການບໍລິການ ການອໍານວຍຄວາມສະດວກຂອງລະບົບການຂົນສົ່ງສິນຄ້າ ພາຍໃນ ແລະ ຂ້າມແດນ.
- ຄວາມຮູ້ທົ່ວໄປກ່ຽວກັບລະບົບ E-commerce, ນະໂຍບາຍສົ່ງເສີມ, ປະໂຫຍດ ແລະ ຂໍ້ຈໍາກັດຂອງລະບົບການຄ້າທາງເອເລັກໂຕຣນິກ.
- ການໃຊ້ງານລະບົບ Platform E-commerce: ວິທີການສ້າງບັນຊີຜູ້ໃຊ້, ການເພີ່ມສິນຄ້າ, ການຈັດການຄໍາສັ່ງຊື້, ການຊໍາລະເງິນ, ວິທີການຈັດສົ່ງສິນຄ້າ ແລະ ວິທີການຕິດຕາມຖານະການສັ່ງຊື້.
- ການເຊື່ອມຕໍ່ການຂົນສົ່ງ ແລະ ການຊໍາລະຂອງແພລັດຟອມການຄ້າເອເລັກໂຕຣນິກ
- ຂັ້ນຕອນການສະມັກເປັນສະມາຊິກໃນ Platform e-commerce (ລົງທະບຽນບໍລິສັດ ແລະ ສິນຄ້າ)
- ເຜີຍແຜ່ລະບຽບ ແລະ ວິທີການການເປີດຮ້ານຄ້າ ຂາຍສິນຄ້າລາວ JD.com
ຊຶ່ງກອງປະຊຸມດັ່ງກ່າວດໍາເນີນ ນອກຈາກມີການສອນທິດສະດີແລ້ວ ຍັງມີການສາທິດ ແລະ ສອນການປະຕິບັດຕົວຈິງໃຫ້ຜູ້ປະກອບ ຫົວໜ່ວຍທຸລະກິດລົງທະບຽນເປັນສະມາຊິກໃນະລະບົບ platform ດັ່ງກ່າວ.