ໃນວັນທີ 30 ສິງຫາ 2024 ທີ່ ໂຮງແຮມ ເລີທາດຫຼວງ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ຊ່ອງທາງໃຫມ່ໃນການເຂົ້າເຖິງຕະຫຼາດຕ່າງປະເທດຂອງສິນຄ້າລາວ ແລະ ແຜນງານສົ່ງເສີມການສົ່ງອອກສິນຄ້າກະສິກໍາ-ປຸງແຕ່ງລາວ ພາຍໃຕ້ການເປັນປະທານຂອງ ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ Ishida Yasushi ຜູ້ຊ່ວຍວຽກຫົວໜ້າການຄົ້ນຄວ້າ ແລະ ສົ່ງເສີມນະໂຍບາຍ, ສູນອາຊຽນ-ຍີ່ປຸ່ນ ເຂົ້າຮ່ວມງານໂດຍ ຫົວໜ້າພະແນກ/ຮອງຫົວໜ້າພະແນກ, ວິຊາການ ຕາງໜ້າຈາກກົມອ້ອມຂ້າງກະຊວງ ອຄ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຫົວໜ່ວຍທຸລະກິດ, ບັນດາສະມາຄົມ ແລະ ພະນັກງານກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຈໍານວນໜຶ່ງ. ນອກນັ້ນ, ຍັງມີ ຕາງໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເຂົ້າຮ່ວມທາງອອນລາຍ ລວມທັງໝົດຫຼາຍກວ່າ 70 ທ່ານ.
ຈຸດປະສົງຂອງກອງປະຊຸມ: ເພື່ອເປັນການໃຫ້ຂໍ້ມູນແກ່ຜູ້ປະກອບການລາວ ໄດ້ຮັບຮູ້ກ່ຽວກັບວຽກງານການເຂົ້າຫາຕະຫຼາດສາກົນ ແລະ ແຜນງານສົ່ງເສີມການສົ່ງອອກສິນຄ້າກະສິກໍາປຸງແຕ່ງ ພ້ອມທັງເປັນເວທີແລກປ່ຽນຖອດຖອນບົດຮຽນຮ່ວມກັນ ຂອງບັນດາຫົວໜ່ວຍທຸລະກິດ, ຮັບຟັງການບັນຍາຍຈາກຊ່ຽວຊານ ແລະ ວິທະຍາກອນທີ່ມີປະສົບການ ຊຶ່ງມີຫົວຂໍ້ດັ່ງນີ້:
- ຮັບຟັງແນວໂນ້ມ ແລະ ກິດຈະກໍາ ທີ່ຕິດພັນກັບສັນຍາຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (Recent trend and activities related to RCEP).
- ເຜີຍແຜ່ການສົ່ງເສີມວຽກງານຊອກຫາຕະຫຼາດໃນລະດັບສາກົນ (Outreach to Support for Exploring International Market).
- ການລິເລີ່ມຄວາມພະຍາຍາມເພື່ອສະໜອງການຊ່ວຍເຫຼືອການເຂົ້າສູ່ຕະຫຼາດໂລກ Intiating Efforts to Provide Assistance for entering Global Market)
- ແນວໂນ້ມສາກົນ, ມາດຕະຖານ ແລະ ວິທີການເຂົ້າຫາຕະຫຼາດລວມທັງຕະຫຼາດຍີ່ປຸ່ນ (International trade standard and Market Exploration Approaches including Japan Market).
- ນໍາສະເໜີກ່ຽວກັບແຜນງານສົ່ງເສີມການສົ່ງອອກສິນຄ້າກະສິກໍາ-ປຸງແຕ່ງ (Briefing on Lao Agro-Processing Product Export roadmap).
- ນໍາສະເໜີກ່ຽວກັບການເຂົ້າຫາຕະຫຼາດແບບໃຫມ່ໃນຮູບແບບສົນທະນາ ໃນ 03 ຫົວຂໍ້ຄື:
- ສິ່ງທ້າທາຍ ແລະ ກາລະໂອກາດຂອງຕະຫຼາດໃຫມ່.
- ຍຸດທະສາດການຮ່ວມມື.
- ນໍາໃຊ້ສິດທິພິເສດທາງດ້ານການຄ້າ ເພື່ອຂະຫຍາຍຕະຫຼາດ.