ກອງປະຊຸມເຜີຍແຜ່ການນໍາໃຊ້ ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາລາວ (AMIS) ແລະ ລະບົບຖານຂໍ້ມູນສິນຄ້າ ເຂົ້າ, ສັດ, ສິນຄ້າທ່າແຮງ ແລະ ສິນຄ້າໂອດອບ

ໃນຕອນບ່າຍຂອງວັນທີ 27 ສິງຫາ 2024 ທີ່ຫ້ອງປະຊຸມ ໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ; ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ຈັດ ກອງປະຊຸມເຜີຍແຜ່ການນໍາໃຊ້ ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາລາວ (AMIS) ແລະ ລະບົບຖານຂໍ້ມູນສິນຄ້າ ເຂົ້າ, ສັດ, ສິນຄ້າທ່າແຮງ ແລະ ສິນຄ້າໂອດອບ ພາຍໃຕ້ການເປັນປະທານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ເຂົ້າຮ່ວມໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ທ່ານ ປອ ບັນດາໄຊ ລໍວັນໄຊ ຊ່ຽວຊານພາຍໃນ ຜູ້ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາລາວ (AMIS) ນອກນັ້ນ, ຍັງມີ ຕາງໜ້າຈາກກະຊວງກະສິກໍາ ແລະ ປ່າໄມ້, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຫົວໜ້າກົມ/ຮອງຫົວໜ້າກົມ, ສະຖາບັນ ອ້ອມຂ້າງກະຊວງ ອຄ, ພະແນກອຸດສາຫະກໍາ ແລະ ການຄ້າ 18 ແຂວງ (ເຂົ້າຮ່ວມທາງອອນລາຍ)ແລະ ຍັງມີບັນດາສະມາຄົມ, ຫົວໜ່ວຍທຸລະກິດ ແລະ ຫົວໜ້າພະແພກ/ຮອງພະແນກ, ວິຊາການ ຈາກກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ເຂົ້າຮ່ວມຈໍານວນໜຶ່ງ ພ້ອມດ້ວຍສໍານັກຂ່າວສື່ມວນຊົນ ເຂົ້າຮ່ວມການປະຊຸມເຜີຍແຜ່ໃນຄັ້ງນີ້ດ້ວຍ ລວມທັງໝົດຫຼາຍກວ່າ 80 ທ່ານ.

ຈຸດປະສົງ: ເພື່ອເປັນການໂຄສະນາເຜີຍແຜ່ລະບົບຖານຂໍ້ມູນດັ່ງກ່າວ ໂດຍຜ່ານທາງເວັບໄຊທ໌ www.epd.moic.gov.la ແລະ www.Amis.la ໃຫ້ແກ່ພະນັກງານພາກລັດທີ່ກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດ ໄດ້ຮັບຮູ້ ແລະ ສາມາດໜູນໃຊ້ຂໍ້ມູນຮ່ວມກັນ; ສ້າງກົນໄກການປະສານງານການສະໜອງຮ່ວມກັນຢ່າງມີປະສິດທິຜົນ ຕາມຄວາມເປັນຈິງ ທັນເວລາກັບຄວາມຕ້ອງການ, ສາມາດເຊື້ອຖືໄດ້ມີຄວາມຢືນຍົງ ແລະ ມີການນໍາໃຊ້ຢ່າງຕໍ່ເນື່ອງ.

ເປົ້າໝາຍຂອງໂຄງການ:

  • ເພື່ອເກັບກໍາຂໍ້ມູນຂ່າວສານກ່ຽວກັບສິນຄ້າກະສິກຳ (ປະເພດເຂົ້າ) ຢູ່ ສປປ ລາວ, ເປັນຂໍ້ມູນພື້ນຖານທີ່ນໍາໃຊ້ເຂົ້າໃນການວິເຄາະ ແລະ ຄາດຄະເນຕະຫຼາດຂອງສິນຄ້າກະສິກຳ ຢູ່ພາຍໃນປະເທດ ແລະ ສາກົນ;
  • ເພື່ອສະໜອງຂໍ້ມູນທາງດ້ານການຕະຫຼາດກ່ຽວກັບສິນຄ້າກະສິກໍາ ເຊັ່ນ: ລາຄາ ປະລິມານ ແນວໂນ້ມ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ໃຫ້ຊາວກະສິກອນ, ກຸ່ມຜູ້ຜະລິດ, ຜູ້ປະກອບການໂຮງສີ, ໂຮງງານປຸ່ງແຕ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງກັບຕ່ອງໂສ້ສິນຄ້າກະສິກໍາ;
  • ເພື່ອເປັນຂໍ້ມູນທີ່ນໍາໃຊ້ເຂົ້າໃນການວິເຄາະ ແລະ ການປະເມີນ ໃນວຽກງານການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ກ້າວໄປເຖິງການຄົ້ນຄວ້າປັບປຸງນະໂຍບາຍຂອງລັດ ໃຫ້ຖືກຕ້ອງແທດເໝາະກັບສະພາບຄວາມເປັນຈິງ.

ໃນຕອນໜຶ່ງ:  ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ກ່າວວ່າ: ນອກຈາກທາງກົມໄດ້ພັດທະນາລະບົບຖານຂໍ້ມູນຂ່າວສານຕະຫຼາດສິນຄ້າກະສິກຳລາວ (AMIS), ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກໍ່ໄດ້ຄົ້ນຄວ້າ ແລະ ຍັງໄດ້ມີໂຄງການ ເພື່ອພັດທະນາລະບົບຖານຂໍ້ມູນສິນຄ້າກະສິກໍາ ປະເພດ ເຂົ້າ ແລະ ສັດ ເພື່ອສະໜອງພາຍໃນ ແລະ ສົ່ງອອກ ເຊິ່ງໄດ້ຮັບການອະນຸມັດ ເປັນໂຄງການລົງທຶນຂອງລັດ ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽນອາຫານ ຂອງກະຊວງອຸດສາຫະກຳ ແລະ ການຄ້າ. ໃນລະບົບຖານຂໍ້ມູນດັ່ງກ່າວ ນອກຈາກສິນຄ້າກະສິກຳປະເພດ ເຂົ້າ ແລະ ສັດ ຍັງໄດ້ປັບປຸງເພີ່ມຖານຂໍ້ມູນຂອງ ສິນຄ້າທ່າແຮງ ແລະ ສິນຄ້າໂອດອບ ຂອງລາວ ແລະ ກຳນົດເກັບກຳຂໍ້ມູນ ໃນທົ່ວປະເທດ, 17 ແຂວງ ແລະ ນະຄອນຫຼວງ, ດ້ວຍຮູບແບບລະບົບຢູ່ເທິງເວັບບຣາວເຊີ ຊຶ່ງເປັນລະບົບຖານຂໍ້ມູນທີ່ມີການເຊື່ອມຕໍ່ກັນ ໃນຊື່ www.epd.moic.gov.la

ປັດຈຸບັນ ທາງກົມ ເຮັດສໍາເລັດການຈັດຝຶກອົບຮົມກ່ຽວກັບການນໍາໃຊ້ ລະບົບຖານຂໍ້ມູນສິນຄ້າ ເຂົ້າ, ສັດ, ສິນຄ້າທ່າແຮງ ແລະ ໂອດອບນີ້ ໃຫ້ພະນັກງານຮັບຜິດຊອບຂັ້ນແຂວງ ໃນຈໍານວນ 04 ແຂວງຄື: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ ເພື່ອອັບເດດ ແລະ ປ້ອນຂໍ້ມູນດ້ວຍຕົນເອງ ແລະ ຈະສືບຕໍ່ຈັດຝຶກອົບຮົມການນໍາໃຊ້ຖານຂໍ້ມູນດັ່ງກ່າວ ໃຫ້ແກ່ບັນດາແຂວງທີຍັງເຫຼືອໃນຂອບເຂດທົ່ວປະເທດ. ຂໍ້ມູນທັງໝົດສາມາດອັບເດດຮອບມື້ນີ້ ເບື້ອງຕົ້ນແມ່ນ ສິນຄ້າປະເພດ ເຂົ້າ ມີ 27 ຫົວໜ່ວຍ, ສັດ ມີ 17 ຫົວໜ່ວຍ, ໂອດອບ ມີ 362 ຫົວໜ່ວຍ ແລະ ສິນຄ້າທ່າແຮງ ມີ 243 ຫົວໜ່ວຍ.