ກອງປະຊຸມທາບທາມ ແລະ ປະກອບຄຳເຫັນຕໍ່ ຮ່າງດຳລັດ ວ່າດ້ວຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂັ້ນທ້ອງຖິ່ນ ຄັ້ງທີ 02

ໃນວັນທີ 01 ສິງຫາ 2024 ທີ່ ຫ້ອງວ່າການ, ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມທາບທາມແລະ ປະກອບຄໍາເຫັນຕໍ່ ຮ່າງດໍາລັດວ່າດ້ວຍ ສິນຄ້າໜ່ຶ່ງເມືອງໜຶ່ງຜະລິດຕະພັນ ຂັ້ນທ້ອງຖິ່ນຄັ້ງທີ 02; ໃຫ້ກຽດເປັນປະທານ ໂດຍທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ແລະ ປະທານຮ່ວມ ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມ​ກົດ​ໝາຍ ກະ​ຊວງ​ຍຸ​ຕິ​ທຳ; ພ້ອມດ້ວຍ ຜູ້ຕາງໜ້າກົມນິ​ຕິ​ກຳ ກະຊວງຍຸຕິທໍາ, ຫ້ອງວ່າ​ການ ຫສນຍ; ຄະນະພະແນກ ແລະ ວິຊາການ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ; ຜູ້ຕາງໜ້າຈາກ ພະແນກ ອຄ 09 ແຂວງພາກກາງ, ພາກໃຕ້ ແລະ ວິຊາການ ຂັ້ນທ້ອງຖິ່ນ ເຂົ້າຮ່ວມທັງໝົດ 35 ທ່ານ.

ຈຸດປະສົງຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້ ແມ່ນເພື່ອທາບທາມ ແລະ ປະກອບຄຳເຫັນຕໍ່ ຮ່າງເນື້ອໃນ ດຳລັດ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຄັ້ງທີ 02 ຢູ່ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ດຳລັດສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ສອດຄ່ອງຕາມສະພາບຕົວຈິງໃນແຕ່ລະທ້ອງຖິ່ນ;

ທ່ານ ປະທານໄດ້ກ່າວເນັ້ນໜັກເຖິງຄວາມໝາຍຂອງການຍົກສູງ ການສ້າງດຳລັດ ສິນຄ້າ  ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແມ່ນເປັນວຽກງານໜຶ່ງ ທີ່ມີຄວາມສຳຄັນ, ຊຶ່ງເປັນການຜັນຂະຫຍາຍ ແລະ ປະຕິບັດແນວທາງນະໂຍບາຍຂອງ ພັກ-ລັດ ຕິດພັນກັບການສ້າງວຽກເຮັດງານທຳ, ສ້າງອາຊີບ ແລະ ສ້າງລາຍຮັບໃຫ້ແກ່ຊຸມຊົນ ກໍ່ຄືການແກ້ໄຂຄວາມທຸກຍາກ, ປັງປຸງຊີວິດການເປັນຢູ່ຂອງປະຊາຊົນ; ວຽກງານດັ່ງກ່າວບໍ່ພຽງແຕ່ສົ່ງເສີມການຜະລິດສິນຄ້າຮັບໃຊ້ພາຍໃນ ໃຫ້ມີຄວາມເຂັ້ມແຂງ ແຕ່ຍັງເປັນການສົ່ງເສີມການຊົມໃຊ້ສິນຄ້າພາຍໃນຂອງລາວ ໂດຍປະຕິບັດຕາມມາດຕະການແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ ແລະ ປະກອບສ່ວນເຂົ້າໃນການເຕີບໂຕທາງດ້ານ ເສດຖະກິດ-ສັງຄົມແຫ່ງຊາດ; ຍ້ອນເຫັນເຖິງຄວາມສຳຄັນດັ່ງກ່າວ, ຄະນະນຳກະຊວງ ອຄ ຈຶ່ງເຫັນດີໃຫ້ຍົກຂໍ້ຕົກລົງວ່າດ້ວຍ ສິນຄ້າ  ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ສະບັບເລກທີ 1225/ອຄ ຂຶ້ນເປັນດຳລັດ ວ່າດ້ວຍ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຄົ້ນຄວ້າສ້າງດໍາລັດດັ່ງກ່າວ ຕາມຂໍ້ຕົກລົງສະບັບເລກທີ 2041/ອຄ;

ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ຄົ້ນຄວ້າ, ແລກປ່ຽນ-ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ກອງປະຊຸມ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນການພິຈາລະນາເພີ່ມ ໃຫ້ມີຄະນະກຳມະການຄັດເລືອກ ສິນຄ້າໂອດອບ ຈາກຂະແໜງພະລັງງານ ແລະ ບໍ່ແຮ່; ການເຫັນດີໃຫ້ມີກອງທຶນ ໂອດອບ ສະເພາະ ເພື່ອໃຫ້ສາມາດຊຸກຍູ້ສົ່ງເສີມ ຜູ້ປະກອບການ ໂອດອບ ໃຫ້ເຕີບໃຫຍ່ເຂັ້ມແຂງໃນຂອບເຂດທົ່ວປະເທດ.