ງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2024 “Viet-Lao Trade Fair 2024”

ກົມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຮ່ວມກັນຈັດງານສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2024 ​“Viet-Lao Trade Fair 2024” ຄັ້ງທີ 14, ຂຶ້ນລະຫວ່າງວັນທີ 25-29 ກໍລະກົດ 2024 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ; ໃຫ້ກຽດເປັນປະທານຕັດແຖບຜ້າເປີດງານໃນວັນທີ 25 ກໍລະກົດນີ້ ຝ່າຍລາວ: ທ່ານ ປອ. ມະໂນທອງ ວົງໄຊ  ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ວຽງຊັນ ຈັນທາ ຫົວໜ້າຫ້ອງການ ຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ, ທ່ານ ປອ. ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ; ຝ່າຍຫວຽດນາມ: ທ່ານ ຫວຽນບາຮຸ່ງ (Nguyen Ba Hung)  ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ວູ໊ບາຟູ (Vu Ba Phu) ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ເຈີ່ນກວ໋ກຕວ່ານ (Tran Quốc Toan) ຮອງຫົວໜ້າກົມການຄ້າຕ່າງປະເທດ, ທ່ານ ໂຕ໋ງ໊ອກເຊີນ (To Ngoc Son) ຮອງຫົວໜ້າກົມຕະຫລາດອາຊີ-ອາຟຼິກກາ;

ທ່ານປະທານໄດ້ກ່າວວ່າ: ສາຍພົວພັນມິດຕະພາບ ຄວາມສາມາຄີແບບພິເສດ ຂອງສອງປະເທດ ລາວ-ຫວຽດນາມ, ຕະຫຼອດໄລຍະຜ່ານມາ ທັງສອງພັກ-ສອງລັດ ບໍ່ວ່າເວລາໃດກໍຍົກສູງ ການພົວພັນຍຸດທະສາດ ແລະ ການຮ່ວມມືຮອບດ້ານ ໃນພາລະກິດປົກປັກ ແລະ ສ້າງສາປະເທດຊາດ ຢ່າງຕໍ່ເນື່ອງເພື່ອໃຫ້ປະເທດຊາດມີຄວາມໝັ້ນຄົງ, ເສດຖະກິດເຂັ້ມແຂງ, ປະຊາຊົນມີຄວາມຮັ່ງມີຈະເລີນກ້າວໜ້າ. ໃນນີ້, ສອງຊາດລາວ-ຫວຽດນາມ ໄດ້ສຸມຄວາມພະຍາຍາມຮ່ວມກັນໃນການຍົກລະດັບ ແລະ ຂະຫຍາຍການຮ່ວມມືດ້ານເສດຖາກິດໃຫ້ເພີ່ມຂື້ນ, ແນ່ໃສ່ຊຸກຍູ້ສົ່ງເສີມເສດຖະກິດ-ການຄ້າ ຂອງສອງປະເທດໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບການພັດທະນາຂີດຄວາມສາມາດ ກ້າວເຂົ້າສູ່ຍຸກໃໝ່. ພາລະກິດດັ່ງກ່າວ ແມ່ນສຸດທີ່ມີຄວາມສຳຄັນ ທີ່ທັງສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ໄດ້ຮັບມອບໝາຍ ຊຶ່ງໄດ້ວາງຄາດໝາຍໃນການສູ້ຊົນ ແລະ ຊຸກຍູ້ເສດຖະກິດຂອງສອງຝ່າຍໃຫ້ມີການຂະຫຍາຍຕົວຂຶ້ນ ໃນລະດັບ 10-15% ຕໍ່ປີ. ປີ 2024 ເປັນປີທີ່ສຳຄັນ ສປປ ລາວ ເປັນປະທານໝູນວຽນ ແລະ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມ ພ້ອມທັງເປີດເປັນປີທ່ອງທ່ຽວລາວ. ໃນຂະນະດຽວກັນ ກໍເປັນປີທີ່ມີຄວາມໝາຍຍິ່ງໃຫຍ່ ພະນະທ່ານ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງ ພະນະທ່ານ ປະທານປະເທດ ແຫ່ງສປປ ລາວ ໃນຕົ້ນເດືອນທີ່ຜ່ານມາ ຊຶ່ງເປັນການສືບຕໍ່ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອມາຍາວນານ ເປັນໜຶ່ງດຽວໃນໂລກ ລະຫວ່າງ ລາວ-ຫວຽດນາມ.

ແຕ່ເນື່ອງຈາກ ທ່ານ ຫວຽນຝູຈ໋ອງ (Nguyen Phu Trọng) ເລຂາທິການໃຫຍ່ພັກຄອມມູນິດ ຂອງ ສສ ຫວຽດນາມໄດ້ເສຍຊີວິດໃນວັນທີ 19 ກໍລະກົດ 2024, ທາງຝ່າຍຫວຽດນາມໄດ້ສະແດງການໄວ້ອາໄລແກ່ດວງວິນຍານເພິ່ນ ຈຶ່ງງົດການຈັດງານບັນເທິງຕ່າງໆເປັນເວລາ 02 ວັນ (24-25 ກໍລະກົດ).

ງານວາງສະແດງສິນຄ້າລາວ-ຫວຽດນາມນີ້, ມີບັນດາຫົວໜ່ວຍທຸລະກິດໄດ້ນໍາເອົາຫຼາຍປະເພດສິນຄ້າທີ່ພົ້ນເດັ່ນ ຂອງລາວ ແລະ ຫວຽດນາມເຂົ້າຮ່ວມວາງສະແດງ ທັງໝົດຈໍານວນ 185 ຫ້ອງ, ໃນນັ້ນທຸລະກິດຈາກ ສສ ຫວຽດນາມ ມີ 60 ບໍລິສັດ ຈໍານວນ 120 ຫ້ອງ, ມີປະເພດຜະລິດຕະພັນຢາ ແລະ ອຸປະກອນການແພດ, ຜະລິດຕະພັນກະສິກໍາປຸງແຕ່ງ, ອາຫານທະເລ, ເຄື່ອງປາລັດສະຕິກ, ເຄື່ອງຕັດຫຍິບ-ແຟຊັ້ນ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ; ຫົວໜ່ວຍທຸລະກິດຂອງ ສປປ ລາວ ມີ 37 ຫົວໜ່ວຍ ຈໍານວນ 65 ຫ້ອງ, ມີປະເພດສິນຄ້າກະສິກຳປຸງແຕ່ງ, ເຄື່ອງຫັດຖະກຳ, ຜ້າໄໝ-ຜ້າຝ້າຍ, ເຄື່ອງປະດັບ (JEWERY), ອາຫານ ແລະ ເຄື່ອງດື່ມ, ເຄື່ອງເຟີນິເຈີ້ ແລະ ສິນຄ້າໂອດອບ.