ກອງປະຊຸມ ທາບທາມ ແລະ ປະກອບຄຳເຫັນຕໍ່ ຮ່າງດຳລັດ ວ່າດ້ວຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຢູ່ຂັ້ນທ້ອງຖິ່ນ

ໃນວັນທີ 13 ມິຖຸນາ 2024 ທີ່ ໂຮງແຮມ ເດີແກຼນລີເວີຊາຍ ເມືອງ ວັງວຽງ ແຂວງວຽງຈັນ, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມທາບທາມ ແລະ ປະກອບຄໍາເຫັນຕໍ່ ຮ່າງດໍາລັດ ວ່າດ້ວຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຄັ້ງທຳອິດຢູ່ຂັ້ນທ້ອງຖິ່ນ; ໃຫ້ກຽດເປັນປະທານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ນອກນັ້ນຍັງມີ ຄະນະກົມ, ຄະນະພະແນກຈາກ ກົມ​ກົດ​ໝາຍ ກະ​ຊວງ​ຍຸ​ຕິ​ທຳ; ກົມນິ​ຕິ​ກຳ ຫ້ອງວ່າ​ການ ສໍານັກງານນາຍົກລັດຖະມົນຕີ; ກົມອາຫານ ແລະຢາ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ; ຜູ້ຕາງໜ້າຈາກ ພະແນກ ອຸດສາຫະກໍາ ແລະ ການຄ້າ 09 ແຂວງພາກເໜືອ ແລະ ຄະນະຮັບຜິດຊອບຈາກ ກົມສົ່ງເສີມການຄ້າ ແລະ ຫັດຖະກຳຈໍານວນໜຶ່ງ ເຂົ້າຮ່ວມທັງໝົດ 42 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທາບທາມ ແລະ ປະກອບຄຳເຫັນຕໍ່ ຮ່າງເນື້ອໃນ ດຳລັດ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ສະບັບນີ້ ເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ສອດຄ່ອງຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ; ຊຶ່ງພາຍຫຼັງທີ່ໄດ້ຮັບການອະນຸມັດຈາກຄະນະນໍາກະຊວງ ອຄ ໃຫ້ຍົກຂໍໍ້ຕົກລົງ 1225/ອຄ ຂຶ້ນເປັນ ດໍາລັດ ຕາມຂໍໍ້ຕົກລົງ ສະບັບເລກທີ 2041/ອຄ, ລົງວັນທີ 09 ພະຈິກ 2023. ກົມສົ່ງເສີມການຄ້າແລະ ຫັດຖະກໍາ ໄດ້ດໍາເນີນການກະກຽມ, ສ້າງໂຄງຮ່າງ ດໍາລັດ, ຮ່າງເນື້ອໃນດໍາລັດ ແລະ ຮ່າງແຜນດໍາເນີນການສ້າງດໍາລັດ ຕາມຂັັ້ນຕອນ.

ໄລຍະຜ່ານມາ ທາງກົມໄດ້ຈັດກອງປະຊຸມລະດົມຄໍາຄິດເຫັນທາງດ້ານວິຊາການພາຍໃນກົມ; ປະຊຸມກັບພະແນກນິຕິກໍາ ຫ້ອງການກະຊວງ ອຄ; ປະຊຸມກັບກົມກົດໝາຍ ກະຊວງຍຸຕິທຳ ແລະ ຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າສ້າງດໍາລັດ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ລວມທັງໝົດ 04 ຄັັ້ງ.

ທ່ານ ປະທານໄດ້ກ່າວຕໍ່ກອງປະຊຸມໂດຍເນັ້ນເຖິງຄວາມໝາຍສໍາຄັນ ຂອງການຍົກສູງ ການສ້າງດຳລັດ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແມ່ນເປັນວຽກງານໜຶ່ງ ທີ່ມີຄວາມສຳຄັນ, ຊຶ່ງເປັນການຜັນຂະຫຍາຍ ແລະ ປະຕິບັດແນວທາງນະໂຍບາຍຂອງ ພັກ-ລັດ ຕິດພັນກັບການສ້າງວຽກເຮັດງານທຳ, ສ້າງອາຊີບ ແລະ ສ້າງລາຍຮັບໃຫ້ແກ່ຊຸມຊົນ ກໍ່ຄືການແກ້ໄຂຄວາມທຸກຍາກ, ປັງປຸງຊີວິດການເປັນຢູ່ຂອງປະຊາຊົນ; ວຽກງານດັ່ງກ່າວບໍ່ພຽງແຕ່ສົ່ງເສີມການຜະລິດສິນຄ້າຮັບໃຊ້ພາຍໃນ ໃຫ້ມີຄວາມເຂັ້ມແຂງ ແຕ່ຍັງເປັນການສົ່ງເສີມການຊົມໃຊ້ສິນຄ້າພາຍໃນຂອງລາວໃຫ້ກວ້າງຂວາງໃນທົ່ວສັງຄົມ ຊຶ່ງສອດຄ່ອງກັບການຈັດຕັ້ງປະຕິບັດຕາມ ມາດຕະການແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ ແລະ ທັງເປັນການປະກອບສ່ວນເຂົ້າໃນການເຕີບໂຕ ທາງດ້ານເສດຖະກິດ-ສັງຄົມແຫ່ງຊາດອີກດ້ວຍ.

ນອກຈາກນີ້, ທ່ານ ປະທານຍັງມີຄໍາຖາມເຈາະຈິ້ມຕໍ່ກອງປະຊຸມ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.