ໃນວັນທີ 31 ພຶດສະພາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ຄະນະນໍາຂັ້ນສູງໄດ້ລົງມາຢ້ຽມຢາມ ຫ້ອງດຳເນີນງານໂຄງການຊ່ວຍເຫຼືອກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ ນໍາພາໂດຍ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ; ທ່ານ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕິດຕາມຄະນະ ຊຶ່ງທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຫົວໜ້າຕ້ອນຮັບຄະນະ ພ້ອມດ້ວຍ ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສະຖາບັນ ອ້ອມຂ້າງກະຊວງ ອຄ; ບັນດາຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການ ຂອງກົມກ່ຽວຂ້ອງ ຈໍານວນໜຶ່ງເຂົ້າຮ່ວມ.
ຈຸດປະສົງຂອງການລົງມາຢ້ຽມຢາມ ຫ້ອງດໍາເນີນງານໃນຄັ້ງນີ້: ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄງການຊ່ວຍເຫຼືອກໍ່ສ້າງ ລະບົບການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ ຊຶ່ງເປັນໜຶ່ງໃນໂຄງການທີ່ສຳຄັນ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ສປ ຈີນ ໂດຍເລີ່ມແຕ່ໄລຍະການຈັດຕັ້ງປະຕິບັດຈົນເຖິງປັດຈຸບັນ ພ້ອມທັງທິດທາງແຜນການໃນຕໍ່ໜ້າ ຂອງໂຄງການດັ່ງກ່າວ.
ໃນຕອນທ້າຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ກໍໄດ້ກ່າວຄຳຍ້ອງຍໍຊົມເຊີຍ ໃນການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ສຳເລັດ ແລະ ຄວາມພະຍາຍາມພັດທະນາລະບົບແພລັດຟອມການຄ້າທາງເອເລັກໂຕຣນິກຈາກ B2B ໃຫ້ມາເປັນ B2C ເພື່ອໃຫ້ປະຊາຊົນ ແລະ ຜູ້ປະກອບການສາມາດເຂົ້າເຖິງ ການຊື້-ຂາຍສິນຄ້າທາງອອນລາຍ ແລະ ຈະຕ້ອງຜັນຂະຫຍາຍຈຸດບໍລິການການຄ້າທາງເອເລັກໂຕຣນິກຈາກ 13 ແຂວງ ເພີ່ມຕື່ມໃຫ້ຄົບທຸກແຂວງໃນທົ່ວປະເທດ.