ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ອ່ານຫຸ່ຍອີ້ຊ່າງ ເຕັກໂນໂລຊີ ດິຈີຕອນ ຈໍາກັດ ແຫ່ງ ສປ ຈີນ ໄດ້ຈັດພິທີເປີດໂຕ ແພລັດຟອມການຄ້າເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາ ໃນຕອນແລງຂອງວັນທີ 13 ພຶດສະພາ 2024 ທີ່ ໂຮງແຮມດອນຈັນພາເລດ; ໃຫ້ກຽດເປັນປະທານກົດປຸ່ມເປີດພິທີ ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຫວາງສ້າງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ; ຮ່ວມເປັນສັກຂີພະຍານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ທັງເປັນຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ທ່ານ ທະນຸສອນ ພົນອາມາດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ນອກນັ້ນ, ຍັງມີ ຕາງໜ້າຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ ຈາກກະຊວງຕ່າງໆ ແລະ ບັນດາ ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ຫົວໜ້າ-ຮອງຫົວໜ້າພະແນກ, ວິຊາການ ຈາກບັນດາກົມອ້ອມຂ້າງກະຊວງ ອຄ ແລະ ຂະແໜງການທີ່ກ່ຽວຂ້ອງຈໍານວນໜຶ່ງ ພ້ອມດ້ວຍສໍານັກຂ່າວສື່ມວນຊົນ ເຂົ້າຮ່ວມພິທີເປີດງານດັ່ງກ່າວຈໍານວນ 80 ທ່ານ.
ຈຸດປະສົງແມ່ນເພື່ອ:
- ເປີດໂຕແພລັດຟອມການຄ້າເອເລັກໂຕຣນິກສຳລັບຜະລິດຕະພັນກະສິກຳລາວ www.laoproduct.com.la ແລະ www.laoproduct.com.cn ເພື່ອເຜີຍແຜ່ລະບົບເວັບໄຊ໌ ຢ່າງເປັນ ທາງການຕໍ່ສາທາລະນະຊົນ, ໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ຕໍ່ການເຊື່ອມໂຍງລະບົບການຊື້-ຂາຍ ທາງອອນລາຍລາວ ທັງລະບົບພາຍໃນ ແລະ ຂ້າມແດນ.
- ເພື່ອໂຄສະນາເຜີຍແຜ່ ແລະ ຊ່ອງທາງການຊຸກຍູ້ສົ່ງເສີມຜະລິດຕະພັນລາວ ໂດຍສະເພາະແມ່ນຜະລິດຕະພັນກະສິກໍາລາວ ທີ່ມີທ່າແຮງ, ມີຄວາມພ້ອມທາງດ້ານປະລິມານ ແລະ ຄຸນນະພາບ ຮູ້ນໍາໃຊ້ ຊື້-ຂາຍໃນ Platform E-commerce ນີ້.
- ທັງເປັນການສ້າງຈຸດເຊື່ອມຕໍ່ ເພື່ອເປັນສູນວາງສະແດງສິນຄ້າລາວ ສາມາດໂຄສະນາການຊື້-ຂາຍ ຢູ່ໃນເວັບໄຊ໌ ທີ່ມີຊື່ສຽງຂອງ ສປ ຈີນ ໂດຍສະເພາະແມ່ນຜະລິດຕະພັນກະສິກໍາປຸງແຕ່ງ ແລະ ຜະລິດຕະພັນທີ່ມີທ່າແຮງ ຂອງຫົວໜ່ວຍທຸລະກິດ SMEs ຂອງ ສປປ ລາວ ທີ່ໄດ້ມາລົງທະບຽນເປັນສະມາຊິກ ເພື່ອນໍາເອົາສິນຄ້າຂອງຕົນມາວາງຂາຍໃນເວັບໄຊ໌ດັ່ງກ່າວ.
ເປົ້າໝາຍຂອງໂຄງການຊ່ວຍເຫລືອ:
ເປັນການຊ່ວຍເຫລືອ ທີ່ສໍາຄັນ, ນອກຈາກການກໍ່ສ້າງລະບົບການຄ້າເອເລັກໂຕຣນິກສຳລັບສິນຄ້າກະສິກຳລາວ ກໍຄືການສ້າງແພລັດຟອມ ທີ່ເປັນແຫລ່ງຂໍ້ມູນສິນຄ້າກະສິກຳລາວ ເປັນເວັບໄຊ໌ທີ່ຮັບໃຊ້ສາທາລະນະແລ້ວ, ຍັງເປັນການລິເລີ່ມສ້າງພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໃນຂົງເຂດການຄ້າ ແລະ ບໍລິການ; ພ້ອມທັງສ້າງຈຸດບໍລິການ E-commerce ໃນທົ່ວປະເທດ, ຝຶກອົບຮົມໃຫ້ພະນັກງານລັດ, ຜູ້ຜະລິດ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ; ສະຫນັບສະຫນູນດ້ານເຕັກນິກ ການບໍລິຫານລະບົບ E-commerce, ສ້າງຕັ້ງຮູບແບບການພັດທະນາໃຫ້ E-commerce ເຂົ້າເຖິງເຂດຊົນນະບົດ ເພື່ອສາມາດເຊື່ອມໂຍງ ດ້ານຂໍ້ມູນໃຫ້ເກີດໝາກຜົນ ບັນລຸໄດ້ການ ຊື້-ຂາຍ ທາງອອນລາຍ ລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ, ຊຸກຍູ້ການຜະລິດກະສິກຳຂອງລາວ ໃຫ້ເປັນຜະລິດຕະພັນສົ່ງອອກໄປຕ່າງປະເທດ ຂະຫຍາຍຕົວກວ້າງຂວາງຂຶ້ນ.
ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ
- ກະກຽມແຜນການດໍາເນີນງານຮ່ວມກັບ ບໍລິສັດ ອ່ານຫຸ່ຍອີ້ຊ່າງ ເຕັກໂນໂລຊີດິຈີຕອນ,ບໍລິສັດ ອາໂລ ເທັກໂນໂລຊີ ແລະ ບໍລິສັດຮຸ່ງອາລຸນ ໂລຈິສຕິກ ເພື່ອກຳນົດຫນ້າວຽກລະອຽດໃນການດຳເນີນງານ ແພລັດຟອມໃນໄລຍະຕິດຕາມ ແລະ ບໍາລຸງຮັກສາ 2 ປີ ຂອງໂຄງການ;
- ຮ່ວມກັບ ບໍລິສັດ ອາໂລ ເທັກໂນໂລຊີ ແລະ ບໍລິສັດຮຸ່ງອາລຸນ ໂລຈິສຕິກ ເພື່ອກະກຽມ ການເຊັນສັນຍາໃນກອບການຮ່ວມມື ການຈັດຕັ້ງປະຕິບັດການດຳເນີນງານ ແລະ ບໍລິການຂົນສົ່ງ;
- ຈັດຝຶກອົບຮົມ ແລະ ເຜີຍແຜ່ແພລັດຟອມ ໃຫ້ແກ່ພະນັກງານພາກລັດ ແລະ ຜູ້ປະກອບການທຸລະກິດ ທີ່ກ່ຽວຂ້ອງກັບການຜະລິດ, ການຈໍາໜ່າຍສິນຄ້າກະສິກໍາ ໃນຂອບເຂດທົ່ວປະເທດ; ເປີດຮັບສະຫມັກ ການເປັນສະມາຊິກ ແລະ ລົງໂຄສະນາຂາຍສິນຄ້າໃນແພລັດຟອມນີ້;
- ກະກຽມເຮັດວຽກຮ່ວມກັບ ທະນາຄານໄອຊີບີຊີ ເພື່ອການເຊັນສັນຍາຮ່ວມມືເຊື່ອມຕໍ່ລະບົບການຊຳລະຂ້າມແດນ;
- ຕິດຕາມການຂໍອະນຸຍາດນໍາໃຊ້ ແພລັດຟອມການຄ້າເອເລັກໂຕຣນິກ ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາມລະບຽບການ;