ພິທີເຊັນສັນຍາ ການຮ່ວມມືພັດທະນາ ແລະ ການບໍລິການ ສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າ ສປປ ລາວ ທີ່ເມືອງຢາງພູ, ນະຄອນຊຽງໄຮ, ສປ ຈີນ

ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2024 ທີ່ຫ້ອງປະຊຸມ ສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ;  ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ຊວນເຢ ລາວ ຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາ ການຮ່ວມມືພັດທະນາ ແລະ ການບໍລິການ ສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າ ສປປ ລາວ ທີ່ເມືອງຢາງພູ, ນະຄອນຊຽງໄຮ, ສປ ຈີນ ເຊິ່ງຮ່ວມລົງນາມເຊັນສັນຍາ ໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ ZHOU ZHENGYU ຮອງອໍານວຍການ ບໍລິສັດ ຊວນເຢ ລາວ ຈໍາກັດຜູ້ດຽວ; ຮ່ວມເປັນສັກຂີພະຍານ (ຝ່າຍລາວ) ໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ, ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ;  (ຝ່າຍຈີນ) ທ່ານ ZHAO WENYU ທູດເສດຖະກິດ-ການຄ້າ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ XU GUOWU ປະທານບໍລິສັດ ຊວນເຢ ລາວ ຈໍາກັດຜູ້ດຽວ, ທ່ານ RUAN JING ຮອງປະທານ ສະພາການຄ້າຈີນ ປະຈໍາລາວ; ນອກນັ້ນ, ຍັງມີ ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງພາຍໃນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຫົວໜ້າກົມ/ຮອງຫົວໜ້າກົມ, ສະຖາບັນ ອ້ອມຂ້າງກະຊວງ ອຄ ແລະ ບັນດາຫົວໜ້າພະແພກ/ຮອງພະແນກ, ວິຊາການ ຈາກຂະແໜງການອ້ອມຂ້າງ ພ້ອມດ້ວຍສໍານັກຂ່າວສື່ມວນຊົນ ເຂົ້າຮ່ວມເປັນສັກຂີພະຍານ ໃນພິທີເຊັນສັນຍາຄັ້ງນີ້ດ້ວຍ.

ຈຸດປະສົງ ຂອງການເຊັນສັນຍາໃນຄັ້ງນີ້ແມ່ນເພື່ອ:

  • ສ້າງເວທີໃນການເພີ່ມທະວີການຮ່ວມມືທາງດ້ານການຄ້າ ແລະ ເສດຖະກິດ ໃຫ້ມີຄວາມໜັກແໜ້ນ, ສາມາດຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ຕາມຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໂດຍນໍາໃຊ້ສູນວາງສະແດງເປັນຈຸດເຊື່ອມຕໍ່ ລະຫວ່າງພາກລັດ ແລະ ທຸລະກິດ ຂອງລາວ-ຈີນ.
  • ເພື່ອໂຄສະນາຜະລິດຕະພັນ ແລະ ບໍລິການ, ທັງເປັນສູນຈຳໜ່າຍກະຈາຍສິນຄ້າ ຂອງ ສປປ ລາວ ຢູ່ທີ່ນະຄອນຊຽງໄຮ ເຊິ່ງເປັນນະຄອນໃຫຍ່ອັນດັບ 2 ຂອງ ສປ ຈີນ, ເປັນຕະຫຼາດທີ່ມີກໍາລັງຊື້ສູງ, ສາມາດກະຕຸ້ນພາກການຜະລິດ ແລະ ສົ່ງອອກ ຂອງລາວໃຫ້ຫຼາຍຂຶ້ນກວ່າເກົ່າ.
  • ສ້າງມູນຄ່າເພີ່ມໃຫ້ສິນຄ້າລາວ, ເປັນແຫຼ່ງຂໍ້ມູນທີ່ຊັດເຈນ ແລະ ເຊື່ອຖືໄດ້ ຂອງຜູ້ບໍລິໂພກຕໍ່ກັບສິນຄ້າລາວ; ເພີ່ມສັກກະຍະພາບຂີດຄວາມສາມາດໃນການບໍລິຫານຈັດການ ແລະ ເຕັກນິກການຜະລິດ, ການປຸງແຕ່ງ ແລະ ການອອກແບບຫຸ້ມຫໍ່ ເພື່ອໃຫ້ໄດ້ຕາມມາດຕະຖານສາກົນ.
  • ໂຄສະນາປະຊາສໍາພັນ ໃຫ້ປະຊາຊົນຊາວເຂດຢາງພູ, ນະຄອນຊຽງໄຮ ກໍຄືປະຊາຊົນຈີນ ໄດ້ຮັບຮູ້ປະເທດລາວ ທັງທາງດ້ານການເມືອງ, ວັດທະນະທຳ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ທັງສິນຄ້າ ແລະ ບໍລິການຂອງລາວ ໃຫ້ຫຼາຍຂຶ້ນ.

ທິດທາງໃນຕໍ່ໜ້າ

ເພື່ອເຮັດໃຫ້ວຽກງານການຮ່ວມມືພັດທະນາ ແລະ ບໍລິການສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າ ລາວ ຢູ່ເມືອງຢາງພູ, ນະຄອນຊຽງໄຮ, ສປ ຈີນ ຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີໝາກຜົນ ແລະ ບັນລຸໄດ້ຕາມເປົ້າໝາຍ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຮ່ວມກັບ ບໍລິສັດ ສວນເຢ ລາວ ຈໍາກັດຜູ້ດຽວ ວາງທິດທາງໜ້າວຽກ ດັ່ງນີ້:

① ຮັບຮອງເອົາລະບຽບ ແລະ ບົດແນະນໍາສະເພາະ ຂອງສູນວາງສະແດງ ເພື່ອເປັນເຄື່ອງມືໃຫ້ກັບພະນັກງານ, ຜູ້ປະຈໍາການ, ຜູ້ເຂົ້າຮ່ວມງານໃນສູນວາງສະແດງ ໄດ້ປະຕິບັດຕາມລະບຽບຫຼັກການຢ່າງເຄັ່ງຄັດ;

② ຮັບຮອງແຜນວຽກງານປະຈໍາປີ 2024 ເພື່ອຈັດຕັ້ງປະຕິບັດ ແລະ ກໍານົດແຜນວຽກໃນແຕ່ລະໄລຍະ ຂອງສູນວາງສະແດງ;

③ ຈັດຈ້າງພະນັກງານອາສາສະໝັກ (ນັກສຶກສາລາວຢູ່ນະຄອນຊຽງໄຮ) ແລະ ຄັດເລືອກພະນັກງານ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄປປະຈໍາການເຮັດວຽກຢູ່ສູນວາງສະແດງໃນແຕ່ລະໄລຍະ;

④ ຈັດກິດຈະກໍາ ໃນການສົ່ງເສີມການຄ້າ, ການລົງທຶນ, ທ່ອງທ່ຽວ ແລະ ອື່ນໆຕາມເງື່ອນໄຂ;

⑤ ໃຫ້ຄວາມຊ່ວຍເຫຼືອ ແລະ ຄັດເລືອກເອົາສິນຄ້າທ່າແຮງ ແລະ ສິນຄ້າໂອດອບຂອງລາວ ໄປໂຄສະນາ ແລະ ຈຳໜ່າຍ;

⑥ ປັບປຸງເນື້ອໃນ, ຮູບພາບ, ວິດີໂອ ກ່ຽວກັບລາວ ທີ່ນໍາສະເໜີພາຍໃນສູນ ໂດຍສະເພາະ ຕິດພັນກັບຂະແໜງການທີ່ ສປປ ລາວ ສົ່ງເສີມ ໃຫ້ມີຂໍ້ມູນອັບເດດເປັນປະຈໍາ.