ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຊຸດຝຶກອົບຮົມ ການສ້າງຄວາມສາມາດດ້ານການຜະລິດເສັ້ນເຝີ, ເສັ້ນໝີ່ ໃຫ້ປະຊາຊົນ ເມືອງອະນຸວົງ ແລະ ເມືອງຮົ່ມ ແຂວງໄຊສົມບູນ ຊຶ່ງການຝຶກອົບຮົມແມ່ນໄດ້ຈັດເປັນສອງຄັ້ງ ແບ່ງຢູ່ສອງເມືອງ ໃນວັນທີ 12 – 15 ກຸມພາ 2024 ຝຶກໃຫ້ປະຊາຊົນ ເມືອງອະນຸວົງ ແລະ ໃນວັນທີ 16-19 ກຸມພາ ຝຶກໃຫ້ປະຊາຊົນເມືອງຮົ່ມ.
ໂດຍການເປັນປະທານຂອງທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ແລະ ປະທານຮ່ວມໂດຍທ່ານ ວຽງມະນີ ຢົ່ງລໍ່ຢ່າງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ, ມີທີມງານນັກວິທະຍາກອນທີ່ມາຈາກສູນກາງ ພ້ອມດ້ວຍນັກສໍາມະນາກອນ ພາຍໃນເມືອງອະນຸວົງ ແລະ ເມືອງຮົ່ມ ເຂົ້າຮ່ວມ ທັງໝົດຈໍານວນ 86 ທ່ານ, ຊຸດຝຶກອົບຮົມເມືອງອະນຸວົງ 45 ທ່ານ ແລະ ເມືອງຮົ່ມ 41 ທ່ານ; ໃນທ່າມກາງບັນຍາກາດການຈັດຝຶກອົບຮົມຢູ່ພາຍໃນ 02 ເມືອງນີ້ ໂດຍສະເພາະ ແມ່ນພິທີເປີດຊຸດຝຶກອົບຮົມ ທ່ານປະທານໄດ້ກ່າວເປີດໂດຍຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງການຝຶກອົບຮົມໃນຄັ້ງນີ້ວ່າ: ຈຸດປະສົງແມ່ນການສົ່ງເສີມປະຊາຊົນ ແລະ ຜູ້ປະກອບການທຸລະກິດ ໃຫ້ມີອາຊີບທີ່ໝັ້ນຄົງ, ຫຼຸດຜ່ອນການນໍາເຂົ້າ ເສັ້ນເຝີ, ເສັ້ນໝີ່ ຈາກຕ່າງແຂວງ ທັງຍັງເປັນການສົ່ງເສີມ ການນໍາໃຊ້ວັດຖຸດິບພາຍໃນແຂວງມາແປຮູບເປັນສິນຄ້າ ກໍຄືການສົ່ງເສີມປະຊາຊົນທັງສອງເມືອງນີ້ ໃຫ້ມີຄວາມຮູ້-ຄວາມສາມາດ ໃນການຜະລິດເສັ້ນເຝີ, ເສັ້ນໝີ່ ເພື່ອສະໜອງໃຫ້ທ້ອງຕະຫຼາດ ພ້ອມທັງເປັນສິນຄ້າ ເຄື່ອງຕ້ອນຂອງຝາກສໍາລັບນັກທ່ອງທ່ຽວ ນໍາອີກ.
ໃນໂອກາດດຽວກັນນີ້ ທ່ານປະທານຍັງໄດ້ຮຽກຮ້ອງ ໃຫ້ນັກສໍາມະນາກອນ ຈົ່ງພ້ອມກັນເອົາໃຈໃສ່ໃນການຍາດແຍ່ງເອົາຄວາມຮູ້ຈາກນັກວິທະຍາກອນ ເຮັດໃຫ້ຕົນເອງສາມາດກໍາໄດ້ແຕ່ລະຂັ້ນຕອນຂອງການຜະລິດ ພ້ອມທັງສາມາດນໍາໄປປະກອບອາຊີບ ສ້າງລາຍຮັບໃຫ້ແກ່ຄອບຄົວ ເພື່ອເຮັດໃຫ້ເສດຖະກິດຄອບຄົວຕົນໄດ້ຮັບການປັບປຸງ, ແກ້ໄຂ ດີຂຶ້ນເທື່ອລະກ້າວ; ຊຶ່ງການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນ ຍັງໄດ້ຮຽນຮູ້ ກ່ຽວກັບຂັ້ນຕອນລະອຽດຂອງການຜະລິດເສັ້ນເຝີ ແລະ ເສັ້ນໝີ່ ເປັນຕົ້ນແມ່ນການໝ່າເຂົ້າ, ການໂມ້ ຫຼື ບົດເຂົ້າ, ການປະສົມ ແລະ ນວດແປ້ງ, ການຜະລິດແຜ່ນເສັ້ນເຝີ, ການຊອຍ ເພື່ອຜະລິດເປັນເສັ້ນໝີ່ ການຝຶກອົບຮົມລວມມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ; ໂດຍໃຊ້ເວລາທັງໝົດ 8 ວັນ ຄື: ຢູ່ເມືອງອະນຸວົງ 4 ວັນ ແລະ ຢູ່ເມືອງຮົ່ມອີກ 4 ວັນ.