ໃນວັນທີ 20 ກຸມພາ 2024, ຄະນະທີມງານກົມສົ່ງເສີມການຄ້າ ແລະ ຫັດຖະກຳ ນຳໂດຍ ທ່ານ ວິທຸນ ສິດທິມໍລະດາ ຫົວໜ້າກົມ ສຄຫ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະພະແນກ ແລະ ຜູ້ປະກອບການ ຈຳນວນ 12 ທ່ານ ໄດ້ເດີນທາງໄປທັດສະນະສຶກສາ ແລກປ່ຽນບົດຮຽນ ວຽກງານພັດທະນາສິນຄ້າ ເພື່ອເຂົ້າຫາຕະຫລາດ ຢູ່ສອງແຂວງຄື: ແຂວງອຸດອນທານີ ແລະ ແຂວງຫນອງຄາຍ ແຫ່ງປະເທດໄທ.
ການທັດສະນະສຶກສາໃນຄັ້ງນີ້, ຄະນະຈາກຝ່າຍລາວໄດ້ຮັບການຕ້ອນຮັບຢ່າງອົບອູ່ນ ຈາກ ທ່ານ ສຸລະສັກ ອັກສອນກຸນ ຮອງເຈົ້າແຂວງໆອຸດອນທານີ, ທ່ານ ຊາດໄຊ ຄົງທັນ ຮອງເຈົ້າແຂວງໆໜອງຄາຍ, ທ່ານ ສຸພົນ ກອງທັບໄພສານ ປະທານຫໍການຄ້າ ແຂວງອຸດອນທານີ, ທ່ານ ນາງ ມົນນິພາ ໂຖວິດສີລິກຸນ ປະທານຫໍການຄ້າແຂວງໜອງຄາຍ, ທ່ານ ດຣ. ຈະຕຸລົງ ບູນນາດ ປະທານສະພາທຸລະກິດໄທ – ລາວ, ສຳນັກງານພານິດ ແລະ ພະນັກງານພາກລັດ ແລະ ຜູ້ປະກອບໃນສອງແຂວງດັ່ງກ່າວ.
ໃນກອງປະຊຸມພົບປະ, ສອງຝ່າຍໄດ້ລາຍງານໃຫ້ກັນຊາບ ກ່ຽວກັບສະພາບຈຸດພິເສດ ການປະຕິບັດວຽກງານຂອງທັງສອງຝ່າຍ ແລະ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລື ເພື່ອຊອກຫາໂອກາດພັດທະນາສິນຄ້າຮ່ວມກັນໃນອະນາຄົດ. ນອກຈາກນີ້, ທາງຄະນະກໍ່ໄດ້ໄປຢ້ຽມຢາມຊຸມຊົນຜູ້ຜະລິດເປັນຕົ້ນ ຫັດຖະກຳຕຳ່ຫູກ, ທໍໄໝ (ຜະລິດ ສິ້ນ ເສື້ອ ກະເປົາ ຂອງທີ່ລະນຶກ) ທີ່ບ້ານໂນນຄໍ້ ແຂວງອຸດອນທານີ, ຢ້ຽມຢາມຟາມປາດຸກ ແລະ ຟາມປານີນ ຂອງບໍລິສັດອີສານໂພຟູດແອນໂຟເຊັນ ຈຳກັດ (ESAN POLE FOOD & FROZEN CO., LTD) ຢູ່ແຂວງໜອງຄາຍ.