ໃນສະພາບເສດຖະກິດຜັນຜວນ ເຮົາມາຮ່ວມກັນເພື່ອຫຼຸດຜ່ອນການນໍາເຂົ້າ, ສົ່ງເສີມເສດຖະກິດພາຍໃນປະເທດໃຫ້ເຕີບໃຫຍ່ ແລະ ສ້າງຄວາມເຂັ້ມແຂງໃຫ້ສິນຄ້າລາວເປັນທີ່ຮູ້ຈັກກັນຫຼາຍຂຶ້ນ.
ວາຣີໂກ (VariGo+) ເປັນອີກຊ່ອງທາງໜຶ່ງໃນການໂຄສະນາສິນຄ້າລາວ ທັງເປັນສູນລວມສິນຄ້າ ແລະ ການບໍລິການ ທີ່ເຫັນໄດ້ເຖິງຄວາມສຳຄັນ ຂອງຜະລິດຕະພັນລາວ ແລະ ມີພາລະກິດໃນການສົ່ງເສີມສິນຄ້າລາວໃຫ້ເຕີບໂຕໃນທົ່ວປະເທດ ແລະ ກ້າວຂຶ້ນສູ່ເວທີສາກົນ.
ເພາະແບຣນສິນຄ້າລາວ ບໍ່ແພ້ຊາດໃດໃນໂລກ. ສະນັ້ນ, ວາຣີໂກ (VariGo+) ຈຶ່ງຂໍເຊີນຊວນທ່ານມາຮ່ວມສ້າງການປ່ຽນແປງ ແລະ ເຕີບໂຕໄປພ້ອມພວກເຮົາກັນເທາະ!