ໃນວັນທີ 05 ກຸມພາ 2024 ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ໄດ້ຈັດພິທີໂຄສະນາຂ່າວ ການຈັດງານວາງສະແດງລົດ ວຽງຈັນນານາຊາດ ໂອໂຕໂຊ 2024, ຊຶ່ງໄດ້ຮັບການອະນຸມັດຈາກກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການສະໜັບສະໜູນຈາກ ບໍລິສັດລາວເວີນ ມະຫາຊົນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຮອງຜູ້ອໍານວຍການໃຫຍ່ ຝ່າຍການຄ້າ ບໍລິສັດ ລາວເວີນ ມະຫາຊົນ, ທ່ານ ພານະລິນ ສຸວັນນະວົງ ຜູ້ອໍານວຍການ ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ, ທ່ານ ໂຈນາທານ ສິຣິ້ສັກດາ ປະທານສະຫະພັນ ກິລາອີສະປອດ ແຫ່ງຊາດລາວ, ທ່ານ ພູວຽງ ທະວີໄຊ ຫົວໜ້າພະແນກ ພົວພັນລູກຄ້າ ບຸກຄົນ & MSME; ນອກນັ້ນ, ຍັງມີ ຫົວໜ່ວຍທຸລະກິດ, ພະນັກງານຈາກພາກລັດ ແລະ ນັກຂ່າວສື່ມວນຊົນ ເຂົ້າຮ່ວມງານເປັນຈໍານວນຫຼວງຫຼາຍ.
ຈຸດປະສົງ: ຂອງການຈັດງານໃນຄັ້ງນີ້ ເພື່ອເປັນການໂຄສະນາປະຊາສໍາພັນ ໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເປີດໂອກາດໃຫ້ທຸລະກິດ ອຸດສະຫະກໍາລົດຍົນພາຍໃນປະເທດ ໄດ້ເຜີຍແຜ່ຜະລິດຕະພັນຂອງຕົນສູ່ສັງຄົມ, ທັງເປັນການກະຕຸ້ນການພັດທະນາເສດຖະກິດ ລວມທັງຄວາມມຸ່ງຫວັງໃຫ້ຄວາມຮູ້ ກ່ຽວກັບນະວັດຕະກໍາໃໝ່ໆ ແລະ ສິ່ງປະດິດຕົບແຕ່ງລົດຍົນໃຫ້ແກ່ຜູ້ບໍລິໂພກ; ພ້ອມດຽວກັນນັ້ນກໍ່ເປັນການໂອກາດໃຫ້ຜູ້ເຂົ້າຮ່ວມງານໄດ້ແລກປ່ຽນບົດຮຽນ, ແນະນໍາຄຸນນະພາບສິນຄ້າ ຊຶ່ງກັນ ແລະ ກັນ ທັງເປັນການກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານວາງສະແດງດັ່ງກ່າວ.
ທ່ານ ສຸວັນນະວົງ ຜູ້ອໍານວຍການ ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ໄດ້ກ່າວຄວາມຄືບໜ້າກ່ຽວກັບການຈັດງານວ່າ: ການກະກຽມພື້ນທີ່ວາງສະແດງຄັ້ງນີ້ ໄດ້ຈັດສັນບູດຈໍານວນຫຼາຍກວ່າ 70 ບູດ ຜູ້ປະກອບການທີ່ເຂົ້າຮ່ວມງານຈະມີຫຼາກຫຼາຍປະເພດສິນຄ້າ ເຊັ່ນ: ລົດໄຟຟ້າ, ລົດທີ່ປະຫຍັດພະລັງງານນໍ້າມັນ, ອຸປະກອນປະດັບລົດຍົນ, ສະຖາບັນການເງິນ ແລະ ທະນາຄານ ຊຶ່ງມາຮອດປະຈຸບັນການລະດົມຄ້າຍລົດເຂົ້າຮ່ວມມີຫຼາຍກວ່າ 30 ຄ້າຍ ທາງພື້ນທີ່ດ້ານນອກ ຍັງມີການວາງສະແດງ ຜະລິດຕະພັນສິນຄ້າໂອດ໋ອບ ແລະ ສິນຄ້າທ່າແຮງຂອງລາວມາວາງສະແດງ ເພື່ອເປັນການໂຄສະນາ ແລະ ສົ່ງເສີມສິນຄ້າລາວໃຫ້ສັງຄົມໄດ້ຮັບຮູ້ ຢ່າງກ້ວາງຂວາງ.
ກິດຈະກໍາພາຍໃນງານປະກອບມີ:
ດ້ານໃນ: ການວາງສະແດງ ແລະ ຈໍາໜ່າຍສິນຄ້າຫຼາກຫຼາຍຄ້າຍລົດ, ສິນຄ້າໂອດ໋ອບ ແລະ ສິນຄ້າທ່າແຮງຂອງລາວ, ສໍາລັບລູກຄ້າທີ່ຈອງລົດພາຍໃນງານ ຈະມີສິດລົງທະບຽນ ເພື່ອຮັບຄູ່ປອງລຸ້ນໂຊກ ຮັບເອົາຂອງລາງວັນທີ່ມີມູນຄ່າຈໍານວນຫຼວງຫຼາຍ, ມີກິດຈະກໍາແຂ່ງເຕັ້ນໂຄເວີ້ ຈາກບັນດາກຸ່ມນ້ອງນັກຮຽນ, ມີສິນລະປິນນັກຮ້ອງທັງພາຍໃນ ແລະ ປະເທດເພື່ອນບ້ານ ພ້ອມດຽວກັນນັ້ນ, ຍັງມີໂປຣໂມຊັ້ນຈາກບັນດາຄ້າຍລົດພາຍໃນງານ ໄວ້ຄອຍບໍລິການ ແລະ ດຶງດູດແຂກທີ່ເຂົ້າມາຮ່ວມງານ.
ດ້ານນອກ: ຈະມີການທົດລອງຂັບລົດຂອງແຕ່ລະຄ້າຍລົດ ໄດ້ຟຣີ ຕະຫຼອດງານ, ການສະແດງຄວາມງາມ, ການຕົບແຕ່ງເຄື່ອງສຽງຂອງລົດ ແລະ ສໍາພັດຄວາມມ່ວນຊື່ນໄດ້ຢ່າງເຕັມທີ່, ກິດຈະກໍາການປະກວດເຄື່ອງສຽງ, ກິດຈະກໍາພົບປະສະມາຄົມຄົນຮັກລົດ ແລະ ກິດຈະກໍາສະແດງຄວາມສາມາດໃນການຂັບລົດ ແລະ ການດຣີຟລົດ. ນອກຈາກນີ້, ຍັງຈະໄດ້ພົບກັບງານສະຫຼອງການສ້າງຕັ້ງຄົບຮອບ 9 ປີ ຂອງຮ້ານອາຫານ 3434 ທີ່ຈະນໍາເອົາສິນລະປິນນັກຮ້ອງມາສ້າງຄວາມມ່ວນຊື່ນ ໃຫ້ກັບບັນດາລູກຄ້າທີ່ມາທ່ຽວຊົມງານ.
ຊຶ່ງງານວາງສະແດງລົດ ວຽງຈັນນານາຊາດ ໂອໂຕໂຊ 2024 ຈະຈັດຂຶ້ນໃນລະຫວ່າງວັນທີ 02-10 ມີນາ 2024 ທີ່ ສູນການຄ້າລາວ-ໄອເຕັກ ຈະດໍາເນີນເປັນເວລາ 09 ວັນ.