ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ ຮ່າງ ແຜນດໍາເນີນງານ ແລະ ຮ່າງ ໂຄງຮ່າງ ດໍາລັດວ່າດ້ວຍ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ

ໃນວັນທີ 23 ມັງກອນ 2024 ທີ່ ຫ້ອງປະຊຸມຊັ້ນ 03 ກະຊວງ ອຄ, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ ຮ່າງ ແຜນດໍາເນີນງານ ແລະ ຮ່າງໂຄງຮ່າງ ດໍາລັດວ່າດ້ວຍ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ໃຫ້ກຽດເປັນປະເທດໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ; ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ: ທ່ານ ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການ ຈາກກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ບັນດາກົມອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ ຈໍານວນໜຶ່ງ ນອກນັ້ນ, ຍັງມີຕາງໜ້າຫ້ອງການ/ກົມ ຈາກກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ກະຊວງຍຸດຕິທໍາ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ຈໍານວນຜູ້ເຂົ້າຮ່ວມ 50 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມປຶກສາຫາລືໃນຄັ້ງນີ້: ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຈາກພາກສ່ວນທີ່ກ່ຽວຂ້ອງໃສ່ ຮ່າງ ແຜນດໍາເນີນງານ ແລະ ຮ່າງໂຄງຮ່າງ ດໍາລັດວ່າດ້ວຍ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ; ເພື່ອນໍາໄປຜັນຂະຫຍາຍປັບປຸງຮ່າງເນື້ອໃນດັ່ງກ່າວ ໃຫ້ໄດ້ຕາມຈຸດປະສົງເປົ້າໝາຍ, ທັນກໍານົດເວລາ ແລະ ມີປະສິດທິພາບສູງ.