ໃນວັນທີ 17 ມັງກອນ 2024, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດເຂົ້າຮ່ວມຄະນະພິທີເປີດຮ້ານຄ້າໃໝ່ ສະຫະກອນຫັດຖະກໍາໂພນຕ້ອງ ຄາມາ ແລະ ສູນສົ່ງເສີມປູກມອນລ້ຽງມ້ອນຫຼັງໃໝ່ ທີ່ ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ປະກອບດ້ວຍ ທ່ານ ນາງ ປານີ ຍາທໍຕູ ຮອງປະທານປະທານ, ທ່ານ ນາງ ນາລີ ສີສຸລິດ ພັນລະນາທ່ານ ປະທານປະເທດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ກົມມະລີ ຈັນທະວົງ ປະທານສະຫະກອນໂພນຕ້ອງ ຄາມາ ຊຶ່ງໃນນີ້ ມີທ່ານຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ຫົວໜ້າພະແນກຫັດຖະກໍາ ແລະ ພະນັກງານວິຊາການກ່ຽວຂ້ອງຈໍານວນໜຶ່ງ ຂອງກະຊວງອຸດສາຫະກໍາ ແລະ ການຄ້າເຂົ້າຮ່ວມ ແລະ ພ້ອມກັນນີ້ກໍ່ມີບັນດາແຂກຈາກພາກລັດ, ສະຖານທູດປະຈຳລາວ, ອົງການຈັດຕັ້ັງສາກົນ, ຜູ້ປະກອບການຈາກພາກກາງ, ເໜືອ ແລະ ໃຕ້ ກໍ່ໄດ້ເຂົ້າຮ່ວມໃນງານດັ່ງກ່າວ.
ໃນພິທີເປີດດັ່ງກ່າວ ທ່ານ ນາງ ກົມມະລີ ຈັນທະວົງ ປະທານສະຫະກອນຫັດຖະກໍາໂພນຕ້ອງ-ຄາມາ ແລະ ບໍລິສັດສົ່ງເສີມ ປູກມອນລ້ຽງມ້ອນ ແລະ ກະສິກໍາອິນຊີ ຈໍາກັດ ພ້ອມດ້ວຍມູນລະນິທິ ເມແບງ ໄດ້ກ່າວເປີດພິທີໂດຍມີຈຸດປະສົງ ໃນການເປີດຮ້ານຄ້າໃໝ່ສະຫະກອນຫັດຖະກໍາໂພນຕ້ອງ ແລະ ສູນສົ່ງເສີມປູກມອນລ້ຽງມ້ອນຫຼັງໃໝ່ນີ້ແມ່ນເພື່ອເປັນສະຖານທີ່ ຊ່ວຍສົ່ງ ເສີມການຝຶກອົບຮົມຂອງຜູ້ຜະລິດຫັດຖະກໍາເປັນຕົ້ນຢູ່ນະຄອນຫລວງ ໃຫ້ມີຄວາມຊໍານານ ສົ່ງເສີມຝີມືການປູກມອນລ້ຽງມ້ອນແບບພື້ນເມືອງ ໃຫ້ມີຄຸນນະພາບສູງ ແລະ ສາມາດນໍາເອົາໄໝໄປຜະລິດສິນຄ້າຫັດຖະກໍາຕ່າງໆ ຮັບໃຊ້ໃນການທ່ອງທ່ຽວລາວ ປີ 2024 ໂດຍການເຮັດເຄື່ອງທີ່ລະນຶກຕ່າງໆໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດຊື້ກັບໄປປະເທດເຂົາເຈົ້າ ຊຶ່ງເປັນການສ່ົງອອກກັບທີ່ ຂອງປະເທດເຮົາ.
ພາຍໃນງານ ບັນດາແຂກຜູ້ມີກຽດເຂົ້າຊົມຮ້ານຄ້າ ແລະ ອາຄານໃໝ່, ງານວາງສະແດງສິນຄ້າ, ມີການຊົມການສະແດງເດີນແບບອາພອນລາວ ແລະ ຟ້ອນສິລະປະລາວ ຊຶ່ງງານດັ່ງກ່າວ ຈັດລະຫວ່າງວັນທີ 18-21 ມັງກອນ 2024 ທີ່ ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ກິດຈະກໍາພາຍໃນງານປະກອບມີ: ສາທິດລ້ຽງມ້ອນ/ສາວໄຫມ, ສາທິດຍ້ອມສີ, ສາທິດເຮັດສະບູ, ສາທິດວິທີເຮັດຝຸ່ຍຊີວະພາບ. ນອນນັ້ນຍັງມີ: ຮ້ານຄ້າກະສິກໍາ/ຫັດຖະກໍາ, ຮ້ານອາຫານ/ເຄື່ອງດື່ມ ແລະ ການສະແດງສິລະປະ/ຮ້ອງເພງ.