ກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ II ເພື່ອກະກຽມ ແລະ ເຂົ້າຮ່ວມງານວາງສະແດງໂລກ EXPO 2025 ທີ່ Osaka ປະເທດຍີ່ປຸ່ນ ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2024 ທີ່ ຫ້ອງປະຊຸມໃຫຍ່, ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເປັນປະທານໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ເຂົ້າຮ່ວມງານວາງສະແດງໂລກ EXPO 2025 Osaka ເຂົ້າຮ່ວມໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຄໍາລາວັນ ຈັນທະລາວັນ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ນອກນັ້ນຍັງມີ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຈໍານວນໜຶ່ງຈາກກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກົມຊັບສິນທາງປັນຍາ, ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ; ກົມງົບປະມານ, ກົມການເງິນລະຫວ່າງປະເທດ, ກະຊວງການເງິນ; ຫ້ອງວ່າການສໍານັກງານນາຍົກ; ກົມເສດຖະກິດ, ກະຊວງການຕ່າງປະເທດ; ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ; ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼ່ງຂ່າວ, ວັດຖະນະທໍາ ແລະ ທ່ອງທ່ຽວ; ຕາງໜ້າຈາກກະຊວງກະສິກໍາ ແລະ ປ່າໄມ້, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ເຂົ້າຮ່ວມທັງໝົດ 50 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອຮັບຟັງການລາຍງານ ກວດກາຄືນຄວາມຄືບໜ້າ ໃນການກະກຽມ ການເຂົ້າຮ່ວມງານວາງສະແດງດັ່ງກ່າວ ຂອງຄະນະກອງເລຂາໃນໄລຍະທີ່ຜ່ານມາ ແລະ ຊີ້ນໍາບາງບັນຫາສໍາຄັນ ທີ່ຕິດພັນກັບ: ຫົວຂໍ້ ແລະ ເນື້ອໃນຫ້ອງວາງສະແດງແຫ່ງຊາດ, ການອອກແບບ ແລະ ແຜນງົບປະມານ ເປັນຕົ້ນ.
ທ່ານປະທານໄດ້ກ່າວຕໍ່ກອງປະຊຸມໂດຍເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງງານວາງສະແດງໂລກ ໂດຍມີຈຸດປະສົງ: ເພື່ອສົ່ງເສີມຄວາມກ້າວໜ້າ, ເຜີຍແຜ່ຂໍ້ມູນແກ່ສາທາລະນະຊົນແລະ ຍົກສູງການຮ່ວມມືລະຫວ່າງບັນດາປະເທດ ແລະ ອົງກອນຕ່າງໆໃນໂລກ, ທັງເປັນເວທີພົບປະທີ່ໃຫຍ່ທີ່ສຸດໃນໂລກ, ໂດຍສະເພາະແມ່ນການຮວມຕົວຂອງບັນດາປະເທດ, ພາກທຸລະກິດ, ອົງການຈັດຕັ້ງ, ຂະແໜງການຕ່າງໆ ຊຶ່ງກິດຈະກໍາປະກອບດ້ວຍງານວາງສະແດງ, ການຝຶກອົບຮົມ, Live show, ການປະຊຸມ ແລະ ອື່ນໆ. ຊຶ່ງຈັດຂຶ້ນທຸກໆ 05 ປີ ໄລຍະເວລາ 06 ເດືອນ ສໍາລັບການວາງສະແດງ ສິ່ງທີ່ພົ້ນເດັ່ນຂອງປະເທດຕົນ. ສໍາລັບ ສປປ ລາວ ໃນຄັ້ງນີ້ ຈະເຂົ້າຮ່ວມເປັນຄັ້ງທີ 06, ນັບຈາກປີ 2000 ທີ່ ປະເທດເຢຍລະມັນ, 2005 ຍີ່ປຸ່ນ, 2010 ຈີນ, 2015 ອີຕາລີ, 2020 ສະຫະລັດອາຣັບເອມີເຣດ ແລະ 2025 ທີ່່ Osaka ປະເທດຍີ່ປຸ່ນ.
ນອກຈາກນີ້, ທ່ານ ປະທານຍັງມີຄໍາເຫັນເຈາະຈີ້ມຕໍ່ກອງປະຊຸມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.