ຊຸດຝຶກອົບຮົມ “ການສົ່ງເສີມ ແລະ ພັດທະນາການອອກແບບການຈັດກະຕ່າອວຍພອນສິນຄ້າໃຫ້ແກ່ຫົວໜ່ວຍທຸລະກິດສິນຄ້າໂອດອບ ແລະ ສິນຄ້າທ່າແຮງ ແຂວງຈໍາປາສັກ”

ວັນທີ 8 ມັງກອນ 2024, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໄດ້ຈັດຊຸດຝຶກອົບຮົມ “ການສົ່ງເສີມ ແລະ ພັດທະນາການອອກແບບການຈັດກະຕ່າອວຍພອນສິນຄ້າ ໃຫ້ແກ່ຫົວໜ່ວຍທຸລະກິດສິນຄ້າໂອດອບ ແລະ ສິນຄ້າທ່າແຮງ ແຂວງຈໍາປາສັກ”ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ; ໃຫ້ກຽດເປັນປະທານໂດຍ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ປະທານຮ່ວມ ໂດຍທ່ານ ສະເຫຼີມໄຊ ລ່ຽມຜີ ຮອງຜູ້ອໍານວຍການກອງທຶນ ແລະ ທ່ານ ປອ ເພັດສາຄອນ ຄໍສີສະຫວັດ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ; ມີບັນດາຜູ້ຕາງໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ຫົວໜ່ວຍທຸລະກິດໂອດ໋ອບ ແລະ ສິນຄ້າທ່າແຮງທີ່ກ່ຽວຂ້ອງ ໃນແຕ່ລະເມືອງ ຂອງແຂວງຈໍາປາສັກ ແລະ ພະນັກງານຂອງກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນໜຶ່ງ ເຂົ້າຮ່ວມຈໍານວນ 50 ກວ່າທ່ານ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການສ້າງຈິດສໍານຶກໃຫ້ຄົນລາວໂດຍສະເພາະຜູ້ບໍລິໂພກພາຍໃນແຂວງໃຫ້ຫັນມານໍາໃຊ້ ກະຕ່າອວຍພອນສິນຄ້າລາວ ເພື່ອທົດແທນການນໍາເຂົ້າກະຕ່າອວຍພອນສິນຄ້າຕ່າງປະເທດ, ສ້າງຄົນລາວໃຫ້ຮູ້ຄຸນຄ່າຂອງສິນຄ້າທີ່ຄົນລາວເຮົາຜະລິດເອງ (ຄົນລາວຊ່ວຍຄົນລາວ) ບົນພື້ນຖານລາວຜະລິດລາວໃຊ້ ຊຶ່ງເປັນເງຶີ່ອນໄຂໜຶ່ງໃນການຫຼຸດຜ່ອນເງິນຕາຮົົ່ວໄຫຼ ອອກຕ່າງປະເທດ, ພ້ອມທັງແນະນໍາ ແລະ ຖ່າຍທອດການອອກແບບ-ຂັ້ນຕອນການຈັດກະຕ່າອວຍພອນສິນຄ້າລາວ, ເທັກນິກໃນການໂຄສະນາຂາຍຜ່ານທາງອອນລາຍ ໃຫ້ແກ່ບັນດາທ່ານຜູ້ເຂົ້າຮ່ວມ ສາມາດນໍາເອົາໄປນໍາໃຊ້  ແລະ ພັດທະນາກະຕ່າເພື່ອສະໜອງໃຫ້ແກ່ບັນດາຮ້ານຄ້າທັນສະໄໝ ແລະ ຮັບໃຊ້ເຂົ້າໃນເທດສະການອວຍພອນຕ່າງໆ ເປັນຕົ້ນແມ່ນ ທະນາຄານ, ຫ້ອງການ, ສໍານັກງານ, ບໍລິສັດ ພາຍໃນແຂວງຈໍາປາສັກ. ພ້ອມດຽວກັນນີ້, ຍັງເປັນການຊຸກຍູ້ສົ່ງເສີມທຸລະກິດໃຫ້ເຂົ້າໃຈ ແລະ ສາມາດເຂົ້າເຖິງແຫຼ່ງທຶນ ຂອງການສະໜອງສິນເຊື່ອເງິນກູ້ໃຫ້ ຈນກ ໂດຍຜ່ານທະນາຄານທຸລະກິດ ແລະ ສະຖາບັນການເງິນຕ່າງໆ ທີ່ເປັນຄູ່ຮ່ວມມື; ຄຽງຄູ່ກັບການສະໜອງສິນເຊື່ອເງິນກູ້ຄືດັ່ງກ່າວ, ທສວ ຍັງໃຫ້ການສະໜັບສະໜູນທຶນໂຄງການວິຊາການໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ, ສະມາຄົມ ແລະ ຫົວໜ່ວຍທຸລະກິດ ຈນກ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດກິດຈະການສ່ົງເສີມ ຈນກ ຕາມນະໂຍບາຍຂອງລັດຖະບານ ທີ່ກໍານົດໄວ້.

ການຝຶກອົບຮົມໄດ້ດໍາເນີນເປັນເວລາ 02 ວັນ ໂດຍແບ່ງອອກຄື: ພາກທິດສະດີ  ແລະ ພາກສາທິດ ຂັ້ນຕອນການປຸງແຕ່ງຕົວຈິງ ຊຶ່ງບັນດາທ່ານຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈໃນການຮຽນຮູ້ ໂດຍການຖາມນໍາຄູຝຶກ ຢ່າງເປັນຂະບວນຟົດຟື້ນ.