ງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ພາຍໃຕ້ຫົວຂໍ້ “ຮັກລາວ ວິຖີຊຸມຊົນລາວສໂອດອບ”

ງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ພາຍໃຕ້ຫົວຂໍ້ “ຮັກລາວ ວິຖີຊຸມຊົນລາວສໂອດອບ” ໄດ້ຈັດຂື້ນໃນວັນທີ 07-10 ທັນວາ 2023 ທີ່ ສູນການຄ້າ ກ໊ອກກ໊ອກ ເອັມ ເມກາ ມາດ ໂພນສີນວນ ໂດຍການຮ່ວມມືລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງ ອຄ ແລະ ບໍລິສັດ ກ໊ອກກ໊ອກ ເອັມ ເມກາ ມາດ
ປະຈຸບັນ ທາງພາກ-ລັດ ໄດ້ໃຫ້ຄວາມສໍາຄັນ ເລັ່ງໃສ່ການສົ່ງເສີມການຜະລິດພາຍໃນ ແລະ ສົ່ງເສີມຜູ້ປະກອບການ ໃຫ້ສາມາດເຂົ້າເຖິງຕະຫຼາດພາຍໃນໃຫ້ຫຼາຍຂື້ນ, ເພື່ອຜັນຂະຫຍາຍຂໍ້ຕົກລົງເລກທີ 99/ນຍ ທັງເປັນການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນຢູ່ພາຍໃນ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ – ບໍລິໂພກ, ທັງເປັນການປູກຈິດສໍານຶກໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂື້ນ.
ກົມ ສຄຫ ໄດ້ຍົກສູງບົດບາດ ວຽກງານສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ໃຫ້ມີບົດບາດໂດດເດັ່ນ ໃນຂົງເຂດວຽກງານບຸລິມະສິດຂອງລັດຖະບານ ໃຫ້ສາມາດມີຕະຫຼາດຮອງຮັບທັງພາຍໃນ ແລະ ຕ່າງປະເທດຫຼາຍຂື້ນ. ໃນໄລຍະຜ່ານທາງກົມໄດ້ສົ່ງເສີມຜູ້ປະກອບການສິນຄ້າໂອດອບ ແລະ ສິນຄ້າທ່າແຮງ ເຂົ້າເຖິງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍຮູບແບບງານຕະຫຼາດນັດ, ງານວາງສະແດງສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ, ການຈັບຄູ່ທຸລະກິດ ການຈັດສຳມະນາ, ຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບ ແລະ ໄດ້ພັດທະນາສິນຄ້າໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດ, ສົ່ງເສີມສິນຄ້າລາວໃຫ້ໄດ້ຈໍາໜ່າຍທີ່ຮ້ານຄ້າທັນສະໄໝ, ພ້ອມທັງມີການໂຄສະນາສິນຄ້າ ແລະ ຊື້-ຂາຍສິນຄ້າ ຜ່ານຊ່ອງທາງ Ecommerce