ເຊີນຊວນບັນດາທ່ານມາທ່ຽວຊົມງານວາງສະແດງລົດນານາຊາດວຽງຈັນ 2023 (VIENTIANE INTERNATIONAL MOTOR EXPO 2023) ເຊິ່ງຈັດຂື້ນເປັນຄັ້ງທີ 07 ພາຍໃຕ້ແນວຄິດ ເທັກໂນໂລຢີ ນະວັດຕະກໍາລົດ ກ້າວສູ່ອະນາຄົດ.

ພາຍໃນງານ ຈະມີກິດຈະກຳຕ່າງໆຫຼາກຫຼາຍຢ່າງ ເພື່ອໃຫ້ທ່ານໄດ້ຮັບຊົມ ຮ່ວມຫຼີ້້ນກິດຈະກຳນໍາພວກເຮົາ ທັງໄດ້ສຳພັດກັບນະວັດຕະກຳລົດໃໝ່ໆຫຼາຍລຸ້ນຫຼາຍຍີ່ຫໍ້ ພ້ອມກັບໂປຣໂມຊັ່ນພິເສດ ຫຼຸດ ແລກ ແຈກ ແຖມ ຈາກບັນດາຄ້າຍລົດ.

ທ່ານທີ່ຈອງລົດພາຍໃນງານຍັງມີສິດລຸ້ນຮັບເອົາຂອງລາງວັນ ບໍ່ວ່າຈະເປັນ ສາຍຄໍຄໍາ ໂທລະສັບມືຖື ເສື້ອຢືດ ພ້ອມດ້ວຍກະເປົ່າຜ້າ LIMITED EDITION MOTOREXPO 2023 ງາມງາມ ຈາກງານເຮົາ ພ້ອມດ້ວຍຂອງລາງວັນອື່ນໆອີກຫຼາກຫຼາຍ.

ນອກຈາກ ທ່ຽວຊົມພາຍໃນງານແລ້ວ ບັນດາທ່ານກໍ່ຍັງຈະໄດ້ພົບກັບສິລະປິນຮັບເຊີນພາຍໃນປະເທດ ບໍ່ວ່າຈະເປັນ ໂອລາ ແບັກອາຍ ຕ່າຍ ອາກາດ ສັກ ວົງເຊວສ໌ ແລະ ຍັງຈະໄດ້ຮັບຊົມກິດຈະກຳແຂ່ງຂັນ Expo Got Talent ເພື່ອຊິງເງີນລາງວັນມູນຄ່າຫຼາຍກວ່າ 15,000,000 ກີບ ທີ່ຈະເປີດໂອກາດໃຫ້ທຸກຄົນໄດ້ມາສະແດງຄວາມສາມາດໃນແຕ່ລະດ້ານຢ່າງເຕັມທີ່ເຊັ່ນ: ຮ້ອງເພງ, ເຕັ້ນ, ຟ້ອນ ແລະ ຄວາມສາມາດ ອື່ນໆ…

ພິເສດໄປກວ່ານັ້ນ ຍັງພົບກັບກິດຈະກຳໂຊນດ້ານລຸ່ມແຕກຕ່າງກັນໄປໃນແຕ່ລະວັນ Lover Rider Meeting ງານພົບປະຄົນຮັກລົດ ພ້ອມກັບເພີດເພີນ ມີອາຫານຕ່າງໆ ແລະ ມ່ວນຊື່ນກັບສຽງເພງ ຈາກນັກດົນຕີ ແລະ DJ ຊື່ດັງ.

‼️ຢ່າລືມ ຢ່າພາດ ມາພົບກັບ ງານວາງສະແດງລົດນານາຊາດວຽງຈັນ 2023 ຄັ້ງທີ 7 ໃນວັນທີ 14-22 ຕຸລາ 2023 ນີ້ ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ)

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
Call & Whatapp: Wa.me/8562055665616

ຈັດໂດຍ: ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ Pp Entertainment And Organizer Sole Co.,LTD

ສະໜັບສະໜູນຫຼັກໂດຍ: ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ຈໍາກັດ ພ້ອມສື່ໂຄສະນາຫຼັກ The Laotian Times, Laopost ແລະ ເລື່ອງຂອງລົດ ALL OF CAR