
ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດການແຂ່ງຂັນຮັກຊາດ ແລະ ພັດທະນາ ຂຶ້ນໃນວັນທີ 28 ສິງຫາ 2023 ທີ່ ກະຊວງ ອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ພ້ວມດ້ວຍ ຕ່າງໜ້າກົມຈັດຕັ້ງ ແລະ ພະນັກງານ ທ່ານ ນາງ ສົມໜາຍ ພົມມຸນີວົງ ຮອງກົມຈັດຕັ້ງ ແລະ ພະນັກງານ ແລະ ບັນດາຄະນະພະແນກ ວິຊາການຂອງກົມຈ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້:
– ເພື່ອປຸກລະດົມກໍາລັງແຮງຂອງພະນັກງານ – ລັດຖະກອນ ທີ່ສັງກັດຢູ່ກົມສົ່ງເສີມການຄ້າ ເຊີດຊູມູນເຊື້ອຮັກຊາດ, ເປັນເຈົ້າຕົນເອງ, ມີຄວາມດຸໝັ່ນຄົ້ນຄວ້າ, ອອກແຮງງານ, ປະຢັດ, ສັດຊື່-ສຸດຈະລິດ, ມີສະຕິຊາດ, ເຄົາລົບ, ປະຕິບັດກົດໝາຍ ລະບຽບການ, ມີນໍ້າໃຈອົດທົນເສຍສະຫຼະ ແລະ ຫ້າວຫັນໃນຂະບວນການວຽກງານ;
– ເພື່ອໃຫ້ເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມສົ່ງເສີມການຄ້າ ເປັນບ່ອນອີງໃຫ້ບັນດາພະແນກຂອງກົມ ໃນການຈັດຕັ້ງປະຕິບັດເປັນເອກະພາບກັນ;
– ເພື່ອໃຫ້ວຽກງານແຂ່ງຂັນ ແລະ ຍ້ອງຍໍ ກາຍເປັນຄວາມຮັບຜິດຊອບຂອງຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ – ລັດຖະກອນຂອງ ກົມສົ່ງເສີມການຄ້າ;
– ເພື່ອສົ່ງເສີມວຽກດີ ຄົນເດັ່ນ ຜ່ານຂະບວນການແຂ່ງຂັນ ທີ່ມີການຈັດຕັ້ງ, ມີເນື້ອໃນ ແລະ ຄາດໝາຍຢ່າງຈະແຈ້ງ.