ງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2023 “Viet- Lao Trade Fair 2023”

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຮ່ວມກັນຈັດງານສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2023 “Viet- Lao Trade Fair 2023” ຂຶ້ນລະຫວ່າງວັນທີ 27-31 ກໍລະກົດ 2023 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຮ່ວມງານຄັ້ງນີ້ ຝ່າຍລາວ: ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມສົ່ງເສີມການຄ້າ; ຝ່າຍຫວຽດນາມ: ທ່ານ ຫວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ, ປະຈໍາ ສປປ ລາວ, ທ່ານ ວູບາຟູ ຫົວໜ້າກົມສົ່ງເສີມການຄ້າ ສສ ຫວຽນາມ ແລະ ທ່ານ ເລ່ ບ່ຽນ ເກືອງ, ຮອງຫົວໜ້າກົມ ອາຊີ-ອາຟຣິກາ, ສສ ຫວຽດນາມ.

ຈຸດປະສົງຂອງການເປີດງານຄັ້ງນີ້: ເພື່ອເປັນການສືບຕໍ່ການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດໃຫ້ມີການຂະຫຍາຍຕົວນັບມື້ນັບເພີ້ມຂຶ້ນ ແລະ ເພື່ອສ້າງໂອກາດໃຫ້ທຸລະກິດ, ຜູ້ປະກອບການຄ້າຂາຍຂອງສອງປະເທດໄດ້ມີການພົບປະແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ການຖ່າຍທອດເຕັກໂນໂລຊີ, ສົ່ງເສີມການສົ່ງອອກສິນຄ້າ, ແນະນໍາຄຸນນະພາບສິນຄ້າເຊິ່ງກັນ ແລະ ກັນ, ກ້າວໄປເຖິງການເຊັນສັນຍາເຮັດການຄ້າຮ່ວມກັນໃນອະນາຄົດ ແລະ ທັງເພີ່ມປະລິມານການຄ້າຮ່ວມກັນໃຫ້ຫຼາຍຂຶ້ນ.

ງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2023 ໃນຄັ້ງນີ້ມີບັນດາຫົວໜ່ວຍທຸລະກິດໄດ້ນໍາເອົາຫລາຍປະເພດສິນຄ້າທີ່ພົ້ນເດັ່ນຂອງລາວ ແລະ ຫວຽດນາມເຂົ້າຮ່ວມວາງສະແດງທັງໝົດ ຈໍານວນ 210 ຫ້ອງ, ໃນນັ້ນທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ 76 ບໍລິສັດ, ມີປະເພດຜະລິດຕະພັນຢາ ແລະ ອຸປະກອນການແພດ, ພະລິດຕະພັນກະສີກໍາ, ອາຫານທະເລ, ເຄື່ອງປາລັດສະຕິກ, ເຄື່ອງໃຊ້ສອຍອື່ນໆ… ຫົວໜ່ວຍທຸລະກິດຂອງ ສປປ ລາວ ເຂົ້າຮ່ວມ 96 ຫ້ອງ, 45 ບໍລິສັດ,​ ມີປະເພດສິນຄ້າກະສິກຳປຸງແຕ່ງ, ເຄື່ອງຫັດຖະກຳ, ຜ້າໄໝ-ຜ້າຝ້າຍ, ໄມ້ແກະສະຫລັກ, ເຄື່ອງເຟີນີເຈີ ແລະ ສິນຄ້າໂອດອບ. ນອກນັ້ນ, ຍັງມີຫ້ອງວາງສະແດງການເມືອງ ຈະໄດ້ມີການວາງສະແດງຮູບພາບການເຄື່ອນໄຫວລະຫວ່າງສອງພັກສອງລັດ ແລະ ການເຄື່ອນໄຫວຮ່ວມມືທາງດ້ານເສດຖະກິດການຄ້າ, ການລົງທຶນ ແລະ ທ່ອງທ່ຽວວັດທະນາທໍາເວົ້າລວມ, ເວົ້າສະເພາະ ແມ່ນການເຄື່ອນໄຫວມືທາງດ້ານການຄ້າ ລາວ-ຫວຽດນາມ.