ວັນທີ 3 ກຸມພາ 2023, ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ກົມເສດຖະກິດ ກະຊວງການຕ່າງປະເທດ ແລະ ພະແນກອຸດສາຫະກໍາ - ການຄ້າແຂວງຈໍາປາສັກ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ພາຍຫລັງສຳເລັດການຈັດຕັ້ງປະຕິບັດ ໂຄງການງານວາງສະແດງແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ປີ 2021 ຫຼື The Lancang – Mekong International Food Exposition in Laos ຂຶ້ນຢູ່ໂຮງແຮມເອຣາວັນ ຣີເວີໄຊ ນະຄອນປາກເຊ ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ. ມີທ່ານ ອໍາມະລາ ແສນຈົງຮັກ ຮອງຫົວຫນ້າກົມເສດຖະກິດ ກະຊວງການຕ່າງປະເທດ, ທ່ານ ປອ.ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ, ບັນດາການນຳຂະແໜງທີ່ກ່ຽວຂ້ອງ ໃນ 5 ແຂວງພາກໃຕ້, ບັນດາຕາງໜ້າພາກລັດ, ພາກທຸລະກິດ ພາຍໃນແຂວງ ເຂົ້າຮ່ວມ.
ໃນໂອກາດກ່າວເປີດກອງປະຊຸມ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຄໍາເຫັນວ່າ: ກອງປະຊຸມຖອດຖອນບົດຮຽນ ໂຄງການຄັ້ງນີ້ ສຸດທີ່ມີຄວາມສໍາຄັນຫຼາຍ. ຈຸດປະສົງ ກໍເພື່ອເປັນການທົບທວນຄືນໃນການຈັດຕັ້ງປະຕິບັດໂຄງການ ທີ່ຜ່ານມາ, ປະເມີນຜົນໄດ້ຮັບ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໂຄງການ ຮ່ວມກັບບັນດາ ກົມກອງທີ່ກ່ຽວຂ້ອງ ແລະ ບັນດາຫົວໜ່ວຍທຸລະກິດ ທີ່ໄດ້ຮັບການພັດທະນາສິນຄ້າ ຈາກໂຄງການ.
ຈາກນັ້ນ, ກໍໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ, ໂຄງການດັ່ງກ່າວນີ້ ໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການກອງທຶນພິເສດແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ລວມມູນຄ່າ 205.877 ໂດລາສະຫະລັດ, ໄລຍະຈັດຕັ້ງປະຕິບັດໂຄງການ ແຕ່ປີ 2021 – 2023 ໂດຍຈັດຕັ້ງຢູ່ 3 ກິດຈະກໍາ ຄື: ຈັດກອງປະຊຸມວິຊາການສຶກສາ ການເຂົ້າເຖິງຕະຫຼາດຈີນ ຂອງສິນຄ້າກະສິກໍາປູງແຕ່ງ ພາຍໃຕ້ຫົວຂໍ້ Chinese Market Assessment ( Mekong – Lancang Projcet ); ໄດ້ຄັດເລືອກຫົວໜ່ວຍທຸລະກິດທີ່ຜ່ານມາດຖານເງື່ອນໄຂ ແລະ ໄດ້ພັດທະນາສິນຄ້າຂອງຫົວໜ່ວຍທຸລະກິດໃນບັນດາ 5 ປະເທດລຸ່ມແມ່ນໍ້າຂອງ ຄື: ກໍາປູເຈຍ, ລາວ, ຫວຽດນາມ, ມ່ຽນມ້າ ແລະ ໄທ, ປະເທດລະ 3 ຫົວໜ່ວຍ ລວມເປັນ 15 ຫົວໜ່ວຍ ( 15 ຜະລິດຕະພັນ) ເພື່ອເປັນສິນຄ້າຕົວແບບ ແລະ ໃຫ້ຖືກຕາມຄວາມຕ້ອງການຂອງຕະຫຼາດຈີນ. ນອກນີ້ ຍັງ ໄດ້ຈັດງານວາງສະແດງ ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ຢູ່ສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ ສປປ ລາວ ໃນນາມປະເທດເຈົ້່ພາບ. ກິດຈະກໍາສຸດທ້າຍ ແມ່ນຈັດກອງປະຊຸມຖອດຖອນບົດຮຽນ ພາຍຫລັງ ສໍາເລັດການຈັດຕັ້ງປະຕິບັດໂຄງການ. ນອກນັ້ນຍັງເປັນການແລກປ່ຽນບົດຮຽນ ກັບບັນດາກົມອ້ອມຂ້າງ, ເພື່ອຮັບຟັງການບັນຍາຍຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຮັບຟັງຂັ້ນຕອນການ ຂໍຖອນງົບປະມານ ແລະ ສະເໜີຫົວຂໍ້ໃໝ່, ຄວາມອາດສາມາດໃນການຂຽນບົດສະເໜີໂຄງການໃໝ່ ຈາກ ກົມເສດຖະກິດ ກະຊວງການຕ່າງປະເທດ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນຄໍາຄິດເຫັນ ເພື່ອຖອດຖອນບົດຮຽນທີີ່ປະສົບຜົນສໍາເລັດ, ບັນຫາທີີ່ຈະຕ້ອງໄດ້ສືບຕໍ່ ແລະ ສະເໜີບັນດາ ຫົວຂໍ້ໂຄງການໃໝ່ ໃຫ້ບັນດາແຂວງ ສາມາດເຂົ້າເຖິງກອງທຶນໃຫ້ໄດ້ຫຼາຍທີ່ສຸດ ແລະ ໃຊ້ກອງປະຊຸມນີ້ ໃຫ້ສາມາດຍາດແຍ່ງສິ່ງທີ່ເກີດຜົນປະໂຫຍດ ເພື່ອສົ່ງເສີມໃຫ້ພະນັກງານພາກລັດ ແລະ ເອກະຊົນ ກໍຄື ບັນດາຫົວໜ່ວຍທຸລະກິດໃນລາວ ເວົ້າລວມ, ເວົ້າສະເພາະແມ່ນແຂວງຈໍາປາສັກ ແລະ ບັນດາແຂວງພາກໃຕ້ ໃຫ້ສາມາດເຂົ້າຫາຕະຫຼາດພາກພື້ນ ແລະ ສາກົນ.