ກອງປະຊຸມສຳມະນາ ການສົ່ງເສີມການຄ້າແຫ່ງຊາດ ປີ 2022

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມກັບອົງການ ໂຄທຣາ (KOTRA) ປະຈໍາຢູ່ນະຄອນຫຼວງວຽງຈັນ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ການແບ່ງປັນບົດຮຽນທີ່ໄດ້ຈາກ KSP ແລະ ຮຽນຮູ້ວິທີການດໍາເນີນເສດຖະກິດທາງດ້ານການສົ່ງອອກ” ໃນລະຫວ່າງວັນທີ 21-22 ພະຈິກ 2022 ທີ່ ແຂວງ ຫຼວງພະບາງ. ຈຸດປະສົງຂອງການຈັດສຳມະນາໃນຄັ້ງນີ້ ເພື່ອສົ່ງເສີມຄວາມສາມາດໃນການແລກປ່ຽນປະສົບການ, ຄວາມຮູ້ຕ່າງໆ ແລະ ເປັນການຕໍ່ຍອດ ເພື່ອສາມາດນຳໃຊ້ໃນຕົວຈິງ. ນອກຈາກນີ້, ກອງປະຊຸມຄັ້ງນີ້ ຍັງຊ່ວຍເສີມຂະຫຍາຍໂຄງການ KSP ໃນການຍົກສູງລະດັບທ້ອງຖິ່ນ ດ້ານການຮັບຮູ້ ແລະ ການຮ່ວມມືໃນອະນາຄົດ, ພ້ອມທັງພັດທະນາ ແລະ ປັບປຸງນະໂຍບາຍການຄ້າ ແລະ ແຜນດຳເນີນການຕາມລະດັບສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ທ່ານ ຄິມ ຜິວຊອງ ປະທານອົງການ ໂຄທຣາ ປະຈຳຢູ່ ນະຄອນຫຼວງວຽງຈັນ, ມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ໃນນັ້ນປະກອບມີ: ບັນດາພະນັກງານກົມທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຈາກຂະແໜງ ອຸດສາຫະກຳ ແລະ ການຄ້າ ໃນ 05 ແຂວງ (ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ເຂົ້າຮ່ວມຈາກອົງການໂຄທຣາ ປະຈຳນະຄອນຫຼວງວຽງຈັນ ແລະ ບໍລິສັດ Green goods.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນກອງປະຊຸມດັ່ງນີ້:  ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 (2016-2020), ກົມສົ່ງເສີມການຄ້າ ໄດ້ຍື່ນຂໍ້ສະເໜີຕໍ່ໂຄງການລົງທຶນທາງດ້ານຜູ້ສົ່ງອອກໃໝ່ ແລະ ເກົ່າ ໂດຍຜ່ານການຊຸກຍູ້ສົ່ງເສີມທຸລະກິດລິເລີ່ມ (startups) ໃນ ສປປ ລາວ ຕໍ່ອົງການໂຄທຣາ ພາຍໃຕ້ແຜນງານ KSP ໃນປີ 2020-2021 ໂດຍກະຊວງເສດຖະກິດ ແລະ ການເງິນຂອງ ສ. ເກົາຫຼີ ໃຫ້ການສະໜັບສະໜູນ. ຈຸດປະສົງຂອງໂຄງການນີ້ ກໍ່ເພື່ອປັບປຸງການຈັດຕັ້ງປະຕິບັດວຽກງານຂອງພາກລັດ ແລະ ເສີມສ້າງປະສິດທິພາບໃຫ້ແກ່ພະນັກງານລັດ ທາງດ້ານການສົ່ງເສີມການສົ່ງອອກ ແລະ ດ້ານທຸລະກິດລິເລີ່ມ. ພ້ອມດຽວກັນ, ໂຄງການດັ່ງກ່າວ ຍັງເປັນການສ້າງ ແລະ ສົ່ງເສີມທຸລະກິດລິເລີ່ມ ຜູ້ທີ່ມີຫົວຄິດປະດິດສ້າງ ແລະ ນັກທຸລະກິດໃໝ່ໆ ທີ່ມີຄວາມກ້າວໜ້າ ເພື່ອສາມາດຫັນປ່ຽນການດຳເນີນທຸລະກິດຂອງຕົນໃຫ້ແທດເໝາະກັບການປ່ຽນແປງຢ່າງວ່ອງໄວຂອງເສດຖະກິດໂລກ ຕົວຢ່າງເຊັ່ນ: ການຫັນປ່ຽນການດຳເນີນທຸລະກິດຈາກລະບົບແບບເກົ່າ (Offline) ມາເປັນລະບົບທັນສະໄໝ (Digital era). ຜ່ານການພິຈາລະນາ ແລະ ຄົ້ນຄວ້າເຫັນວ່າ ຂະແໜງການທີ່ມີຢູ່ໃນປະເທດລາວ ເປັນຕົ້ນແມ່ນ ຂະແໜງກະສິກຳແມ່ນສຳຄັນ ເຊິ່ງພວກເຮົາມີຄວາມຕ້ອງການຜູ້ສົ່ງອອກໃໝ່ໆ ທີ່ມີທັກສະໃນການສ້າງ ແລະ ນຳໃຊ້ເຕັກໂນໂລຊີຢ່າງມີປະສິດທິພາບ ເພື່ອເພີ່ມຄວາມສາມາດໃນການຜະລິດ ແລະ ກຳລັງຂອງການສົ່ງອອກ. ຈາກຈຸດປະສົງດັ່ງກ່າວ, ຊ່ຽວຊານຈາກສະຖາບັນສູນຄົ້ນຄວ້າ Hyundai ໄດ້ຊ່ວຍສຶກສາ ແລະ ສະເໜີຄໍາແນະນໍາທາງດ້ານນະໂຍບາຍ, ແຜນການປະຕິບັດ ແລະ ທິດທາງໃນຕໍ່ໜ້າ ໂດຍອີງໃສ່ແນວຄວາມຄິດຂອງໂຄງການ ເພື່ອເປັນແນວທາງຈັດຕັ້ງປະຕິບັດຕາມກິດຈະກຳຕ່າງໆຂອງໂຄງການ. ປະຈຸບັນ ກົມສົ່ງເສີມການຄ້າ ແມ່ນໄດ້ເຮັດວຽກຮ່ວມກັບ ອົງການໂຄທຣາ ເພື່ອຄົ້ນຄວ້າຊອກຫາການຊ່ວຍເຫຼືອທາງດ້ານການເງິນ ແລະ ດ້ານວິຊາການ ເພື່ອຜັນຂະຫຍາຍໜ້າວຽກ ແລະ ກິດຈະກຳໃນບົດຄົ້ນຄວ້າດັ່ງກ່າວມາຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ.

ທ່ານ ຄິມ ຜິວຊອງ ປະທານອົງການ ໂຄທຣາ ປະຈຳນະຄອນຫຼວງວຽງຈັນ ໄດ້ເປັນກຽດນຳສະເໜີ ສະພາບລວມຕ່າງໆຂອງໂຄງການ ໂຄທຣາ (KOTRA) ຕໍ່ກອງປະຊຸມ ເປັນຕົ້ນແມ່ນ: ດ້ານອົງປະກອບໃນການສ້າງຄວາມເຂັ້ມແຂງຂອງການສົ່ງເສີມການຄ້າ, ແບ່ງປັນປະສົບການ ແລະ ການຂະຫຍາຍຕົວຂອງໂຄງການໂຄທຣາ. ພ້ອມກັບໃຫ້ຄຳແນະນຳ ແລະ ຂໍ້ສະເໜີຕ່າງໆ ໃນການແກ້ໄຂ ຕໍ່ບັນດາຜູ້ເຂົ້າຮ່ວມ. ພ້ອມນັ້ນ, ທ່ານໄດ້ກ່າວຕື່ມວ່າ: ສ.ເກົາຫຼີ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ໂດຍຜ່ານນະໂຍບາຍອຸດສາຫະກຳທີ່ແນໃສ່ດ້ານການສົ່ງອອກ. ໜຶ່ງໃນອົງປະກອບທີ່ສຳຄັນຂອງຜົນສຳເລັດນີ້ ແມ່ນໄດ້ປະກອບເຂົ້າຢູ່ໃນກອງປະຊຸມສົ່ງເສີມການສົ່ງອອກປະຈຳເດືອນ. ກອງປະຊຸມຄັ້ງນີ້ຈະກາຍເປັນສິ່ງກະຕຸ້ນເພື່ອຂະຫຍາຍກາລະໂອກາດ ແລະ ປຶກສາຫາລືບັນດາບັນຫາຕ່າງໆ ເພື່ອແນໃສ່ການອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກຂອງ ສປປ ລາວ. ນອກຈາກນັ້ນ, ບາງຂໍ້ສະເໜີຂອງໂຄງການ KSP ເຊັ່ນ: ການສ້າງເວທີຝຶກອົບຮົມກ່ຽວກັບການສົ່ງອອກຂອງທຸລະກິດລິເລີ່ມ, ສ້າງຕັ້ງບໍລິສັດການຄ້າທົ່ວໄປຂອງລັດ, ຍົກລະດັບສູນຄົ້ນຄວ້າການຄ້າ ແລະ ສ້າງລະບົບຖານຂໍ້ມູນຂອງຜູ້ສົ່ງອອກໃນທົ່ວປະເທດ ທີ່ສາມາດດຳເນີນຫຼັກການນີ້ໄດ້ໃນໄລຍະຍາວ.

ໃນກອງປະຊຸມຄັ້ງນີ້, ຍັງມີການນຳສະເໜີຫົວຂໍ້ ກ່ຽວກັບແນວຄວາມຄິດຕ່າງໆ ແລະ ການສະໜັບສະໜູນດ້ານນະໂຍບາຍຂອງທຸລະກິດລິເລີ່ມໃນປະເທດລາວ, ຈາກກົມສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີກະຊວງເຕັກໂນໂລຊີ ແລະ ການສື່ສານ. ນອກຈາກນີ້, ກໍ່ຍັງມີການນຳສະເໜີເຖິງທ່າແຮງດ້ານການລົງທຶນ ແລະ ການຄ້າ ໃນປະເທດລາວ. ໄດ້ນຳສະເໜີກ່ຽວກັບຂໍ້ຫຍຸ້ງຍາກຕ່າງໆ ສະພາບປັດຈຸບັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປ ລາວ, ໂຄງການສະໜັບສະໜູນທຸລະກິດລິເລີ່ມດ້ານການສົ່ງອອກ ເພື່ອສະເໜີຂະແໜງການທີ່ສາມາດເປັນທ່າແຮງ ຕໍ່ອົງການໂຄທຣາ ໂດຍຜູ້ເຂົ້າຮ່ວມຈາກບັນດາພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຕ່າງໆ. ໃນກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມໃນການສະແດງຄວາມຄິດເຫັນ ແລະ ສົນທະນາກັນ ເພື່ອຊອກຫາການຮ່ວມມືກັນລະຫວ່າງ ອົງການໂຄທຣາ ແລະ ບັນດາ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຕ່າງໆ.

ທ່ານ ໄຊສົມເພັດ ນໍລະສິງ ຍັງໄດ້ໂອ້ລົມທິດທາງໃນຕໍ່ໜ້າ ແລະ ຂໍ້ສະເໜີກ່ຽວກັບໂຄງການໃໝ່ໆຕໍ່ອົງການ MSS ແລະ KOICA ໂດຍສະເພາະທ່ານໄດ້ເນັ້ນວ່າ: ໜ້າທີ່ຫຼັກຂອງກະຊວງພວກເຮົາແມ່ນການເພີ່ມທະວີກາລະໂອກາດທາງທຸລະກິດດ້ານກະສິກຳປຸງແຕ່ງອາຫານ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ ການສະໜັບສະໜູນຈາກອົງການໂຄທຣາ, ລວມໄປເຖິງສະຖາບັນຄົ້ນຄວ້າ Hyundai ຈະສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງທຸລະກິດລິເລີ່ມ ຊຶ່ງໄດ້ສະແດງຄວາມດີໃຈ ແລະ ຮູ້ສຶກເປັນກຽດ ທີ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມສຳມະນາໃນມື້ນີ້ ແລະ ແບ່ງປັນຂໍ້ຄິດເຫັນຕ່າງໆ. ພ້ອມທັງກ່າວຂອບໃຈ ອົງການໂຄທຣາ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານໃນການຈັດກອງປະຊຸມສຳມະນາ ໃນຄັ້ງນີ້.

ທ່ານ ຄີມ  ຜີວຊອງ  ປະທານອົງການ ໂຄທຣາ  ປະຈຳນະຄອນຫຼວງວຽງຈັນ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈເຊັ່ນດຽວກັນ ໃນການຮ່ວມມືຂອງຝ່າຍລາວ ກໍຄືກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມທັງກ່າວເພີ່ມບາງຈຸດ: “ໃນປີນີ້, ໄດ້ມີການສອບຖາມຈາກບັນດາບໍລິສັດຕ່າງໆຂອງ ສ.ເກົາຫຼີ ເພື່ອເຂົ້າຫາຜູ້ສົ່ງອອກສິນຄ້າຂອງລາວ ເຊັ່ນ: ກາເຟ, ໄມ້ສັກປຸງແຕ່ງ, ຊັບພະຍາກອນແຮ່ທາດ ແລະ ດອກໄມ້ພືດຕ່າງໆ. ກອງປະຊຸມໃນຄັ້ງນີ້ ມີຄວາມໝາຍຢ່າງເລິກເຊິ່ງ ທີ່ອົງການຂອງພວກເຮົາສາມາດສ້າງເຄືອຂ່າຍໂດຍກົງກັບ ພາກລັດ ຫຼື ຂະແໜງການຂອງລັດຂັ້ນທ້ອງຖິ່ນ. ພ້ອມທັງ ກຳນົດວິທີການຮ່ວມມືກັບກົມສົ່ງເສີມການຄ້າ ແລະ ພາກລັດໃນທ້ອງຖິ່ນໃນໄລຍະຍາວ. ຂ້າພະເຈົ້າຢາກຂໍສືບຕໍ່ເຮັດວຽກສົມທົບກັບກົມສົ່ງເສິມການຄ້າ ໃນຖານະເປັນອົງການຮ່ວມມືກັນ ແລະ ລິເລີ່ມດຳເນີນການຈາກຈຸດນ້ອຍໆ ແຕ່ເປັນໂຄງການທີ່ມີຄວາມໝາຍ ເປັນຕົ້ນແມ່ນ, ການຈັດຕັ້ງສະຖາບັນທຸລະກິດລິເລີ່ມດ້ານການຄ້າ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການສ້າງທຸລະກິດລິເລີ່ມໃນທົ່ວໂລກ.