ກອງປະຊຸມເວທີສົ່ງເສີມການຄ້າສອງຝ່າຍ ລາວ – ຫວຽດນາມ ໃນປີ 2022.

ໃນ​ວັນ​ທີ 25 ພະ​ຈິກ 2022 ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຮ່ວມກັບ ກົມການຕະຫລາດອາຊີ-ອາຟິຣກາ ກະຊວງ ການຄ້າ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ເວທີສົ່ງເສີມການຄ້າສອງຝ່າຍ ລາວ – ຫວຽດນາມ ໃນປີ 2022 ຂຶ້ນທີ່ ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ. ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ມີຄວາມໝາຍສຳຄັນ ແລະ ພິເສດກວ່າທຸກປີ ເນື່ອງຈາກຈັດຂຶ້ນ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022). ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ​ ສົມ​ວິ​ໄຊ ວົງ​ທິ​ລາດ ຮອງ​ຫົວ​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ ຮ່ວມກັບ ທ່ານ ໂດ້ ກວັກ ຮືງ ຮອງຫົວໜ້າກົມການຕະຫລາດອາຊີ-ອາຟິຣກາ ກະຊວງການຄ້າ ສສ ຫວຽດນາມ ພ້ອມດ້ວຍ ບັນດາກົມທີ່ກ່ຽວຂ້ອງ, ສະມາຄົມທຸລະກິດ ລາວ – ຫວຽດນາມ, ບັນດາບໍລິສັດ, ຫ້າງຮ້ານ ຂອງ ສສ ຫວຽດນາມ, ພາກທຸລະກິດພາຍໃນ ສປປ ລາວ.

ທ່ານ​ ສົມ​ວິ​ໄຊ ວົງ​ທິ​ລາດ ຮອງ​ຫົວ​ຫນ້າ ​ກົມ​ສົ່ງ​ເສີມ​ການ​ຄ້າ ໄດ້​ກ່າວວ່າ: ເພື່ອເປັນການສືບຕໍ່ການຈັດຕັ້ງປະຕິບັດ ການນຳສອງຝ່າຍ ລາວ – ຫວຽດນາມ ໃນການເຂົ້າຮ່ວມກອງປະຊຸມ ASEAN 2022 ທີ່ປະເທດ ກຳປູເຈຍ ໄດ້ປຶກສາຫາລືກັນ ທາງດ້ານວຽກງານ ການຄ້າ-ການລົງທຶນ ຂອງສອງປະເທດ ໃຫ້ບັນລຸຕາມເປົ້າໜາຍທີ່ວາງໃວ້ ໃນຂອບເຂດຕະຫລາດອາຊີ ແລະ ອາຟິຣກາ. ກະຊວງການຄ້າຫວຽດນາມ ຈຶ່ງໄດ້ກຳນົດເອົາຫົວຂໍ້ “ເວທີສົ່ງເສີມການຄ້າສອງຝ່າຍ ລາວ-ຫວຽດນາມ” ດັ່ງນີ້:

1. ເພື່ອແນ່ໃສການຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂະແໜງການທາງດ້ານເສດຖະກິດການຄ້າ, ການລົງທຶນ, ຊຸກຍູ້ການຄ້າລະຫວ່າງສອງປະເທດ ລາວ-ຫວຽດນາມ ແລະ ການນໍາເຂົ້າ-ສົ່ງອອກສິນຄ້າ ເປັນການເປີດຕະຫຼາດໃນຫລາຍຂົງເຂດ ເພື່ອນໍາໃຊ້ປະໂຫຍດຈາກການເຂົ້າຮ່ວມງານຄັ້ງນີ້ ແລະ ປະກອບສ່ວນໃນການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດ ໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້ 2 ຕື້ໂດລາສະຫະລັດ, ໃຫ້ນັບມື້ນັບຫຼາຍຂຶ້ນສົມຄູ່ກັບການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງທະນົງແກ່ນຕະຫລອດໄປ.

2. ເພື່ອເປັນການແລກປ່ຽນບົດຮຽນລະຫວ່າງພາກລັດ ແລະ ພາກເອກະຊົນ ຈາກ 02 ປະເທດ ເພື່ອເປັນການເປີດກວ້າງ ໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ, ສົນທະນາ, ກ່ຽວກັບບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາ ແລະ ສິ່ງທ້າຍທາຍ ໃນການລົງທຶນ, ການຊຸກຍູ້, ການສົ່ງເສີມວຽກງານການຄ້າ ຫວຽດນາມ-ລາວ ເພື່ອຊອກຫາທາງອອກຮ່ວມກັນໃນຕໍ່ໜ້າ.

3. ອາດຈະໄດ້ລົງເລິກ ກັບຂະແໜງການທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບັນດາສະມາຄົມທຸລະກິດ ເພື່ອຈະເຮັດໃຫ້ການຂະຫຍາຍຕົວ ການຄ້າ-ການລົງທຶນ ຂອງ 02 ປະເທດເພີ້ມ​ຂຶ້ນ, ໃຫ້ມີການແລກປ່ຽນການຊື້-ຂາຍ ລະຫວ່າງຜູ້ປະກອບການນຳເຂົ້າ-ສົ່ງອອກ ແລະ ຜູ້ຈັດຈຳໜ່າຍສິນຄ້າພາຍໃນ ຈາກ 02 ປະເທດ ໃຫ້ມີການຈັບຄູ່ທຸລະກິດ, ນຳເອົາສິນຄ້າອຸປະໂພກ-ບໍລິໂພກ ມາປຶກສາຫາລືຊອກຫາທາງອອກໃຫ້ມີການແລກປ່ຽນ ເພື່ອຫລຸດຜ່ອນການນຳໃຊ້ເງີນຕາ ແລະ ຫັນມາຄ້າຂາຍກັບ ສສ ຫວຽດນາມ ໃຫ້ຫລາຍຂຶ້ນກວ່າເກົ່າ.