ຖະແຫຼ່ງຂ່າວຈັດງານວາງສະແດງລົດນານາຊາດວຽງຈັນ 2022

ພິທີຖະແຫຼ່ງຂ່າວ ຈັດງານວາງສະແດງລົດນານາຊາດວຽງຈັນ 2022 ຄັ້ງທີ VI “Vientiane International Motor Expo 2022” “ພາຍໃຕ້ແນວຄິດ ພົບກັບທີ່ສຸດນະວັດຕະກໍາລົດ ເພື່ອການຂັບຂີ່ ສູ່ໂລກອານາຄົດ – DISCOVER INNOVATIONS FOR FUTURE” ເຊິ່ງຈະຈັດຂື້ນໃນລະຫວ່າງວັນທີ 19-27 ພະຈິກ 2022 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ)
ບໍລິສັດ ພີພີໄຊໂຍ ເອັນຕະເທັນເມັນ ແອນ ອໍແກນໄນເຊີ ຈໍາກັດຜູ້ດຽວ ເປັນຜູ້ຈັດງານ ຊຶ່ງໄດ້ຮັບການອະນຸມັດ ຈາກກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຈັດງານວາງສະແດງລົດນານາຊາດວຽງຈັນ ຄັ້ງທີ VI ແລະ ໄດ້ຈັດພິທີງານຖະແຫຼ່ງຂ່າວຂື້ນ ໃນວັນທີ 28/10/2022 ທີ່ສູນວາງສະແດງການຄ້າ ລາວ-ໄອເຕັກ ຊັ້ນ 1 ໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍແຂກຜູ້ມີກຽດ ແລະ ສື່ມວນຊົນ ລວມທັງຄ້າຍລົດທຸກຄ້າຍ, ທຸກແບຣນ. ຈຸດປະສົງເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ອຸດສະຫະກໍາລົດຍົນພາຍໃນປະເທດ, ກະຕຸ້ນການພັດທະນາເສດຖະກິດ ລວມທັງຄວາມມຸ່ງຫວັງໃຫ້ຄວາມຮູ້ ກ່ຽວກັບນະວັດຕະກໍາໃໝ່ໆ ແລະ ສິ່ງປະດິດຕົບແຕ່ງລົດຍົນໃຫ້ແກ່ຜູ້ ບໍລິໂພກ ໂດຍແຕ່ລະຄ້າຍລົດໄດ້ມີການນໍາລົດລຸ້ນໃໝ່ ລວມເຖິງນະວັດຕະກໍາລ່າສຸດຂອງລົດຍົນທັງທີ່ເປີດຕົວໃນປີນີ້ລວມເຖິງລຸ້ນຍອດນິຍົມ ເຂົ້າມາຈັດວາງສະແດງສົ່ງທ້າຍປີ. ພິເສດໃນປີນີ້ຈະມີລົດໄຟຟ້າ ຫລາຍຄ້າຍກວ່າທຸກປີ ທີ່ຜູ້ໃຊ້ໃຫ້ຄວາມສຳຄັນ ຫລາຍ ເນື່ອງຈາກສັງຄົມຍຸກປະບັນຈຸບັນນ້ຳມັນແພງ ສາມາດຕອບໂຈດໃຫ້ກັບສັງຄົມ ແລະ ຜູ້ຊົມໃຊ້ໄດ້ພໍສົມຄວນ.